Ad

Ad

15 November 2016

ກະຈ່າງແຈ້ງແລ້ວ ເຫດການຄົນຮ້າຍຍິງປະຊາຊົນ ແລະ ເຈົ້າໜ້າທີ່ຕຳຫລວດຢູ່ເມືອງເຊໂປນ

      ອີງຕາມບົດລາຍງານຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນວັນທີ 11 ພະຈິກນີ້ວ່າ: ໃນເວລາ 19 ໂມງຂອງວັນທີ 2 ພະຈິກນີ້, ໄດ້ມີເຫດການພະຍາຍາມຄາດຕະກຳເກີດຂຶ້ນຢູ່ເຂດບ້ານໂພນມ່ວງ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍຜູ້ລົງມືກໍ່ເຫດຊື່ທ້າວ ສົມພອນ (ຕາກ) ອາຍຸ 45 ປີ ອາຊີບຄ້າຂາຍ ຢູ່ບ້ານໂພນມ່ວງ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ໃຊ້ອາວຸດປືນຍິງໃສ່ປະຊາຊົນໄດ້ຮັບບາດເຈັບ 3 ຄົນ, ຍິງ 1 ຄົນ. ຈາກນັ້ນກໍໄດ້ຫລົບໜີພ້ອມອາວຸດ. ເມື່ອເປັນເຊັ່ນນັ້ນ, ທາງເຈົ້າໜ້າທີ່ ປກສ ແຂວງ ກໍໄດ້ຈັດຕັ້ງກອງກຳລັງລົງສົມທົບກັບເຈົ້າໜ້າທີ່ ປກສ ເມືອງເຊໂປນ ແລະ ປກສ ກຸ່ມບ້ານ. ຈົນຕົກມາຮອດເວລາ 14:30 ໂມງ ຂອງວັນທີ 9 ພະຈິກ, ທາງ ປກສ ກຸ່ມບ້ານໄດ້ຮັບແຈ້ງຈາກພົນລະເມືອງດີວ່າມີກິ່ນເໝັນອອກມາຈາກເຮືອນຮ້າງຫລັງໜຶ່ງ ເຊິ່ງເຮືອນຫລັງດັ່ງກ່າວຜ່ານມາເປັນຮ້ານ
ບັນເທີງຄາຣາໂອເກະ, ບໍ່ມີຜູ້ພັກເຊົາມາເປັນເວລາ 2-3 ປີແລ້ວ. ດັ່ງນັ້ນ ທາງເຈົ້າໜ້າທີ່ ປກສ ກຸ່ມໄດ້ສົມທົບກັບອຳນາດການປົກຄອງບ້ານ ແລະ ກອງຫລອນ ພ້ອມດ້ວຍເຈົ້າຂອງເຮືອນ ເພື່ອມາໄຂກະແຈເຮືອນຫລັງດັ່ງກ່າວ. ໃນຂະນະນັ້ນຜູ້ກໍ່ເຫດໄດ້ຍິງອອກມາຈາກຂ້າງໃນຖືກເຈົ້າໜ້າທີ່ຕຳຫລວດຄົນໜຶ່ງລົ້ມລົງ. ໃນເວລາດຽວກັນ ທາງເຈົ້າໜ້າທີ່ ປກສ ເມືອງເຊໂປນ ກໍພໍດີມາຮອດຈຸດເກີດເຫດ ແລະ ໄດ້ພ້ອມກັນຫາວິທີເຂົ້າໄປເອົາຕຳຫລວດຜູ້ຖືກຍິງ ໃຊ້ເວລາປະມານ 30 ນາທີ ຈຶ່ງສາມາດເອົາອອກມາໄດ້ ໂດຍໄດ້ເສຍຊີວິດແລ້ວ ເພາະລູກກະສູນໄດ້ຍິງເຂົ້າຈຸດສຳຄັນ ແລະ ຈົນຮອດເຊົ້າມື້ໃໝ່ ເວລາປະມານ 9:45 ໂມງ ທາງເຈົ້າໜ້າທີ່ໄດ້ມີການຟັງປະຕູ ໂດຍໃຊ້ລະເບີດເຂົ້າໄປໄດ້ ເຈົ້າໜ້າທີ່ທຸກຄົນໃສ່ຊຸດປ້ອງກັນໂຕເອງຈຶ່ງໄດ້ພ້ອມກັນເຂົ້າໄປສະຖານທີ່ດັ່ງກ່າວ ແລະ ໄດ້ພົບເຫັນຊາກສົບເໜົ່າເປື່ອຍຢູ່ບໍລິເວນຫ້ອງນ້ຳ ເປັນສົບເພດຊາຍສູງ 1,60 ແມັດ ມີເຊືອກມັດຄໍຢູ່ ຄາດວ່າແຂວນຄໍຕາຍມາໄດ້ປະມານ 5-6 ວັນແລ້ວ ແລະ ຜ່ານການສັນລະສູດຮູ້ວ່າ ຜູ້ເສຍຊີວິດແມ່ນທ້າວ ສົມພອນ (ຕາກ) ແທ້ຈິງ ແລະ ຮູ້ວ່າເຈົ້າໜ້າທີ່ຜູ້ເສຍຊີວິດແມ່ນຖືກການວາງກັບດັກຂອງຄາດຕະກອນດັ່ງກ່າວ.

No comments:

Post a Comment