Ad

Ad

15 November 2016

ງານວາງສະແດງຜະລິດຕະພັນລາວ ( Made In Laos )ຄັ້ງທີ 4 ຈະຈັດຂື້ນໃນ ທ້າຍເດືອນນີ້, ທີ່ສູນການ ຄ້າລາວໄອເຕັກ


        ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດໄດ້ຖະແຫຼ່ງຕໍ່ສື່ມວນຊົນຢູ່ສະມາ ຄົມນັກຂ່າວແຫ່ງ ສປປ ລາວ ໃນວັນທີ 14 ພະຈິກນີ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຮ່ວມກັບທ້ອງຖິ່ນ, ກຸມທຸລະກິດ ແລະ ສູນການຄ້າລາວ-ໄອເຕັກຈະຈັດງານວາງສະ ແດງຜະລິດ ຕະພັນລາວ ( Made In Laos ) ຄັ້ງທີ 4 ປະຈຳປີ 2016 ຂຶ້ນ, ໃນລະຫວ່າງວັນທີ 28 ພະຈິກ - 4 ທັນວາທີ່ຈະມາເຖິງ, ຢູ່ສູນການຄ້າລາວ-ໄອເຕັກຕຶກເກົ່າເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນ ຄ້າພາຍໃນ ແລະ ເພື່ອຊຸກຍູ້ສົ່ງເສີມຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ, ໂດຍສະເພາະແມ່ນການສ້າງເງື່ອນໄຂ ແລະ ຜູ້ດຳເນີນການຜະລິດ ແລະ ທຸລະກິດອື່ນໆໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ, ພ້ອມທັງສາມາດຊອກຫາຄູ່ຄ້າຕ່າງປະເທດຫຼາຍຂຶ້ນ.

          ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດໃຫ້ຮູ້ວ່າ: ງານວາງສະແດງຜະ ລິດຕະພັນລາວຈັດຂຶ້ນຄັ້ງທຳອິດໃນປີ 2011, ໂດຍຈຸດປະສົງຫຼັກຂອງງານດັ່ງກ່າວແມ່ນເພື່ອເຕົ້າ ໂຮມພະລິດຕະພັນທີ່ມີຄວາມໂດຍເດັ່ນ, ມີເອກະລັກ, ມີຄຸນນະພາບ ແລະ ເປັນຫົວ ຄິດປະດິດສ້າງຂອງຄົນລາວ ຫຼື ນັກລົງທຶນຕ່າງປະເທດທີ່ນຳໃຊ້ວັດຖຸດີບພາຍໃນ ຫຼື ນຳ ເຂົ້າຈາກຕ່າງປະເທດມາຜະລິດເປັນສິນຄ້າ, ພ້ອມທັງເປັນການແລກປ່ຽນບົດຮຽນປະສົບການນຳກັນລະຫວ່າງຜູ້ປະກອບການ, ເປັນ ຕົ້ນແມ່ນການປັບປຸງຄຸນນະພາບສິນຄ້າ ແລະ ການບໍລິການໃຫ້ເປັນທີ່ຍອມຮັບຂອງຕະຫຼາດ, ເພື່ອສາມາແຂ່ງຂັ້ນກັບບັນດາປະເທດອາຊຽນໄດ້ ແລະ ສາກົນໄດ້, ພ້ອມເປັນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທືນຕ່າງປະເທດເຂົາມາລາວຫຼາຍ ຂື້ນ.ພິເສດສຳລັບປີນີ້ຈະມີສິນຄ້າ ແລະ ຜະລິດຕະພັນພາຍໃນເຂົ້າຮ່ວມວາງສະແດງປະ ມານ 200 ກວ່າຮ້ານຄື: ສິນຄ້າຫັດຖະກຳ, ອຸດສາຫະກຳ, ອັນຍະມະນີ, ເຟີນິເຈີ້, ຕັດຫຍິບ, ການຢາ, ທ່ອງທ່ຽວ, ການບໍລິການລວມເຖິງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນອີກດ້ວຍ.

No comments:

Post a Comment