Ad

Ad

15 November 2016

ເສັ້ນທາງຄູວຽງເຂດຕະຫລາດຂົວດິນແອອັດຈະແກ້ໄຂແນວໃດ ?

           ບໍ່ຮູ້ວ່າເບື້ອງນະຄອນຫລວງເພິ່ນເບິ່ງເຫັນແລ້ວບໍ່ ເຖິງຈະພາບແອອັດ ແລະ ເປື້ອນເປິະທີ່ແກ່ ຍາວມາຫລາຍເດືອນຫລາຍປີແລ້ວແຕ່ແກ້ບໍ່ຕົກ ໂດຍສະເພາະແມ່ນອົງການບໍລິຫານ ແລະ ພັດທະນາຕົວເມືອງ (ອພບ) ກໍຄວນຈະໃສ່ໃຈໃນເລື່ອງນີ້. ປະຊາຊົນຜູ້ຢູ່ບໍລິເວນເສັ້ນທາງດັ່ງກ່າວໃຫ້ເຫດຜົນວ່າ: ສະພາບດັ່ງກ່າວແມ່ນເກີດຈາກຂາດການຈັດສັນ ປະປ່ອຍໃຫ້ແມ່ຄ້າຊາວຂາຍຈຳນວນໜຶ່ງບຸກ ລຸກເຂົ້າມາຕັ້ງຕູບຕັ້ງຝາມຢູ່ບໍລິເວນນັ້ນ, ບາງຮ້ານກວມເອົາຮອດທາງຄົນຍ່າງ ແລະ ຂາຍເຄື່ອງ ລາມລົງໄປຮອດແຄມຖະໜົນ ໂດຍສະເພາະແມ່ນໄລຍະຮຸ່ງເຊົ້າແລ້ວກໍປະໄປຢ່າງບໍ່ໄດ້ເອົາໃຈໃສ່ຫົວຊາຕໍ່ການອະນາໄມແຕ່ຢ່າງໃດ ໂດຍເຂົາເຈົ້າອ້າງວ່າການມາຂາຍເຄື່ອງຢູ່ທີ່ນີ້ແມ່ນພາກສ່ວນກ່ຽວຂ້ອງເພິ່ນໄດ້ຈັດສັນໃຫ້ ແລະ
ພວກຕົນກໍໄດ້ເຮັດພັນທະເສຍເງິນຄ່າບໍລິການຕ່າງໆໝົດແລ້ວ ແລະ ໃນຈຸດນີ້ ພວກເຮົາກໍຍັງມີຄວາມສົງໄສວ່າ: ພາກສ່ວນກ່ຽວຂ້ອງແມ່ນໃຜ ແລະ ເປັນຫຍັງຈຶ່ງກ້າປະ ປ່ອຍໃຫ້ໃບໜ້າໃບຕາຂອງນະຄອນຫລວງວຽງຈັນເປັນໄປແນວນັ້ນ ແລະ ສ່ວນພັນທະເກັບມາຈາກຊາວຄ້າຂາຍດັ່ງກ່າວໄດ້ໜ້ອຍຫລາຍປານໃດ ? ເຄີຍຖອກເຂົ້າງົບປະມານຂອງລັດບໍ່ ? ໃນຈຸດນີ້ຂະ ແໜງອາກອນ-ການເງິນກໍຄວນກວດກາເບິ່ງລາຍຮັບຕົວຈິງຂອງບັນດາແຝງລອຍເຫລົ່ານັ້ນມີໜ້ອຍຫລາຍພຽງໃດ ? ເຮັດພັນທະອາກອນແລ້ວບໍ່ ? ເບື້ອງ ອພບ ກໍຕ້ອງໄດ້ເລັ່ງເລື່ອງຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ອະນາໄມຕົວເມືອງໃຫ້ມີຄວາມສະອາດຈົບງາມເຊັ່ນກັນ. ສ່ວນເຈົ້າໜ້າທີ່ຈະລາຈອນກໍຕ້ອງໄດ້ເອົາໃຈໃສ່ລ໋ອກລໍ້ລົດຄັນໃດທີ່ຈອດບໍ່ຖືກລະບຽບໃນເຂດແອອັດດັ່ງກ່າວໃຫ້ມີປະສິດທິຜົນ.

No comments:

Post a Comment