Ad

Ad

15 November 2016

ສະພາພິຈາລະນາປັບປຸງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

          ຕາມວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8, ໃນຕອນບ່າຍວັນທີ 14 ພະຈິກນີ້, ທ່ານ ພົງສະເໜ່ ຍຸຕິທຳ ຫົວໜ້າຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງເນື້ອໃນບາງມາດຕາຂອງກົດໝາຍທັງສອງສະບັບດັ່ງກ່າວວ່າ: ກົດໝາຍທັງສອງ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງອົງການອຳນາດລັດໃນໄລຍະໃໝ່ທັງຢູ່ສູນກາງ ແລະ ຂັ້ນທ້ອງ ຖິ່ນ, ພ້ອມທັງໄດ້ເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 8 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ,
ນະຄອນຫລວງ, ຊຶ່ງກົດໝາຍທັງສອງສະບັບນີ້ແມ່ນໄດ້ຈັດຕັ້ງປະຕິບັດມາພຽງແຕ່ 10 ເດືອນເທົ່ານັ້ນ, ແຕ່ມີຄວາມຈຳເປັນທີ່ຈະຕ້ອງໄດ້ປັບປຸງຄື: ບັນດາມາດຕາທີ່ກຳນົດເຖິງສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ຂອງສະພາປະຊາຊົນຂັ້ນແຂວງຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະ ນະປະຈຳສະພາປະຊາຊົນຂັ້ນແຂວງ ບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ.

          ທ່ານຫົວໜ້າຄະນະຮັບຜິດຊອບປັບປຸງກົດໝາຍດັ່ງກ່າວ ເວົ້າວ່າ: ກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປີ 2015 ປະກອບມີ 9 ພາກ, 17 ໝວດ ແລະ 104 ມາດຕາ, ຊຶ່ງເຫັນວ່າ: ຈະຕ້ອງໄດ້ປັບປຸງບາງເນື້ອໃນຂອງບາງມາດຕາ ແລະ ເພີ່ມເນື້ອໃນເຂົ້າໃນບາງມາດຕາໃຫ້ຄົບຖ້ວນສົມບູນຄື: ມາດຕາ 12, 13, 29 ແລະ 33, ສ່ວນກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ມີທັງໝົດ 9 ພາກ, 16 ໝວດ ແລະ 99 ມາດຕາ, ຊຶ່ງມາດຕາທີ່ສະເໜີປັບປຸງເນື້ອໃນປະກອບມີ 6 ມາດຕາຄື: ມາດຕາ 12, 13, 32, 36 ແລະ 57, ທັງນີ້ກໍເພື່ອໃຫ້ສະມາຊິກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ການຈັດຕັ້ງຂອງສະພາແຫ່ງຊາດ, ຂອງຄະນະປະຈຳສະພາແຫ່ງຊາດ, ສະ ມາຊິກສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ກຳນົດໄວ້ໃນກົດໝາຍຢ່າງລະອຽດ ແລະ ຈະແຈ້ງຂຶ້ນຕື່ມ, ພ້ອມທັງເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃຫ້ຫລາຍຂຶ້ນ.

No comments:

Post a Comment