Ad

Ad

21 April 2014

ປູກຈິດສຳນຶກຂັບຂີ່ປອດໄພໃຫ້ຊາວຫນຸ່ມ



     ເມື່ອບໍ່ດົນມານີ້, ສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ຮ່ວມ ກັບກະຊວງ ໂຍທາທິການ ແລະ ຂົນສົ່ງ, ຊາວໜຸ່ມນະ ຄອນຫລວງ, ຕຳຫລວດຈະລາຈອນ ນະຄອນ ຫລວງວຽງຈັນ ໄດ້ຈັດກິດຈະກຳ ໂຄສະນາປູກຈິດສຳນຶກກ່ຽວກັບ ຄວາມ ປອດໄພຕາມຖະໜົນໃນ ຖັນແຖວຊາວໜຸ່ມ-ໄວໜຸ່ມ ແລະ ປະຊາຊົນຢູ່ໃນ 5 ຕົວເມືອງນະ ຄອນຫລວງວຽງຈັນ ຄືຈັນທະບູ ລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງໄຊທານີ ຢູ່ເດີ່ນສະໜາມຫລວງ (ເດີ່ນພະ ທາດຫລວງ) ນະຄອນ ຫລວງວຽງຈັນ ໂດຍການເຂົ້າຮ່ວມ ຂອງທ່ານ ລັດຕະນະມະນີ ຄູນນິ ວົງ ລັດຖະມົນຕີວ່າການກະຊວງ ໂຍທາທິ ການ ແລະ ຂົນສົ່ງ, ທ່ານ ດຣ. ສອນທະນູ ທຳມະວົງ ຮອງ ເລຂາຄະນະບໍລິຫານງານສູນ ກາງຊາວໜຸ່ມ ປປ ລາວ (ຊປປລ) ພ້ອມອາສາ ສະໝັກຊາວໜຸ່ມ-ໄວ ໜຸ່ມຈາກ 5 ຕົວເມືອງອ້ອມຂ້າງ ນະຄອນຫລວງວຽງຈັນ ເຂົ້າ ຮ່ວມເປັນຈຳນວນຫລາຍ.
     ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ໃຫ້ຮູ້ວ່າ: ການຈັດກິດຈະກຳດັ່ງກ່າວ ເພື່ອສ້າງຂະບວນການ
ຮັບຕ້ອນສອງວັນປະຫວັດສາດ ຄືວັນ ສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 60 ປີ, ວັນສະຖາປະນາ ສາທາລະນະ ລັດ ປະຊາທິ ປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ໃນປີ 2015 ໃຫ້ມີຂະບວນ ການຟົດຟື້ນໃນຖັນແຖວຊາວໜຸ່ມ ກໍຄືປະ ຊາຊົນໃນຂອບເຂດທົ່ວປະ ເທດ ເພື່ອໂຄສະນາປູກຈິດສຳນຶກ ໃຫ້ມີສະຕິ, ສ້າງນິໃສໃຫ້ຮູ້ການ ນຳໃຊ້ລົດໃຊ້ຖະໜົນຢ່າງຖືກ ຕ້ອງຕາມກົດລະບຽບຈະລາ ຈອນ, ມີມາລະຍາດຂອງການຂັບ ຂີ່ທີ່ດີ, ຮູ້ໃຫ້ກຽດ, ຮູ້ໃຫ້ອະໄພ ເຊິ່ງກັນ ແລະ ກັນ ແນໃສ່ ຫລຸດຜ່ອນການເກີດອຸປະຕິເຫດ ກໍຄື ຫລຸດຜ່ອນການເສຍຊີວິດ, ຊັບສິນຂອງຄອບຄົວ ກໍຄືປະເທດຊາດ ໂດຍກິດຈະກຳຄັ້ງ ນີ້ໄດ້ຮັບການອຸປະຖຳຈາກບໍລິສັດ ອາລີອານ ປະກັນໄພ, ອີຊຸຊຸ, ນິວຊິບເຊັງ (HONDA) ແລະ ອົງການສົ່ງ ເສີມຄວາມປອດ ໄພຕາມຖະໜົນ (ແຮນດີແຄັບ) ເຊິ່ງຂະບວນຂັບຂີ່ ປອດໄພຕາມຖະໜົນແມ່ນເລີ່ມ ຈາກເດີ່ນທາດຫລວງຜ່ານໄຟ ແດງໜອງ ບອນຜ່ານປະຕູໄຊ (ອານຸສາວະລີ) ຜ່ານໄຟແດງທະ ນາຄານ ລາວ-ຫວຽດ-ໄຟແດງ ຕະຫລາດເຊົ້າລ້ຽວຂວາຂຶ້ນຕາມ ຖະໜົນ ສາມແສນໄທລ້ຽວຂວາ ແຍກໄຟແດງບ້ານອາກາດ (ເດີ່ນ ບິນ) ຜ່ານໄຟແດງ T2 ຜ່ານໄຟ ແດງໜອງດ້ວງ, ໄຟແດງຕະ ຫລາດ ແລງ, ໄຟແດງທົ່ງຂັນຄຳ, ໄຟແດງສີບຸນເຮືອງ ລ້ຽວຊ້າຍໄຟ ແດງປ້ຳນ້ຳມັນໂພນສະອາດ ລ້ຽວຂວາວົງວຽນ 450 ປີ ລ້ຽວ ຊ້າຍ ເຂົ້າເດີ່ນທາດຫລວງທາງ ເບື້ອງໜ້າສະພາ. ນອກຈາກຂະ ບວນຂັບຂີ່ປອດໄພຕາມຖະໜົນ ແລ້ວ ໃນງານຍັງລວມ ມີຫລາຍ ກິດຈະກຳເຊັ່ນ: ການຮ້ອງເພງ ລວມໝູ່ຊາວໜຸ່ມຂານອາສາ, ການສາທິດການປະຖົມພະຍາ ບານຈາກໜ່ວຍກູ້ໄພອົງການກາ ແດງ, ກິດຈະກຳຖາມ ແລະ ຕອບ ກ່ຽວກັບກົດລະບຽບຈະລາຈອນ.

No comments:

Post a Comment