Ad

Ad

21 April 2014

ເອື້ອຍນ້ອງແມ່ຍິງຈຳນວນຫນຶ່ງຍັງແຕ່ງກາຍບໍ່ເຫມາະສົມໃນການສະຫລອງປີໃຫມ່ລາວ



   ຄື​ດັ່ງ​ຮູ້​ນຳ​ກັນ​ແລ້ວ​ວ່າ: ​ແມ່ຍິງ​ລາວ​ແມ່ນ​ມີ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ, ມີ​ກິລິຍາ​ມາລະຍາດ​ຄ່ຽມຄົມ ​ແລະ ຮັກ​ຫວນສະ ຫງວນ​ຕົວ ​ແລະ ມູນ​ເຊື້ອດັ່ງ ກ່າວ​ກໍ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ດ້ວຍ​ດີ​ຕະຫລອດ​ມາ​.​ ແຕ່​ຄຽງ​ຄູ່​ກັນນັ້ນ ກໍຍັງ​ປາກົດ​ເຫັນ​ວ່າ​ເອື້ອຍນ້ອງ​ແມ່ຍິງ​ຈຳນວນ​ໜຶ່ງ​ມີ​ການ​ປະພຶດ​ຕົວ​ບໍ່​ທັນ​ສອດຄ່ອງ ແລະ ​ເໝາະ​ສົມ​ກັບ​ຄຳ​ສັນລະ​ເສີນ​ດັ່ງກ່າວ ​ໂດຍ​ສະ​ເພາະ​ໃນ​ໄລຍະສະ​ເຫລີ​ມສະຫລອງ​ປີ​ໃໝ່​ລາວ​ທີ່​ຫາ​ກໍ​ຜ່ານ​ພົ້ນ​ໄປ​ບໍ່​ດົນ​ນີ້ ເຫັນ​ວ່າການ​ນຸ່ງ​ຖື​ມີ​ລັກສະນະ​ໂປ້​ເປືອຍ ນຸ່ງ​ໜ້ອຍ​ຫົ່ມ ໜ້ອຍ​ເຂົ້າ​ໄປ​ສົງ​ພະ​ໃນ​ວັດ​ວາ​ຕ່າງໆ ​ຍິ່ງ​ໄປ​ກວ່າ​ນັ້ນກໍ​ແມ່ນ​ຖື​ແກ້ວ​ເຫລົ້າ​ແກ້ວ​ເບຍ​ຢືນ​ເຕັ້ນຮ່ອນ​ຫົວ​ຮ່ອນ​ແອວ​ຢູ່​ແຄມ​ທາງ​ຕາມ​ຈຸດ​ຕ່າງໆ​ຢ່າງ​ມົວ​ເມົາ ​ໂດຍ​ບໍ່​ຄຳນຶງ​ເຖິງ​ການ​ກະທຳ​ທີ່ສ້າງ​ພາບ​ພົດ​ອັນ​ບໍ່​ຈົບງາມ​ຕໍ່​ສາຍຕາ​ຂອງ​ສັງຄົມ ແລະ ​ເປັນ​ສາ​ເຫດ
​ໜຶ່ງ​ທີ່​ເຮັດ​ໃຫ້​ເກີດ​ປາກົດການ​ຫຍໍ້​ທໍ້​​ໃນສັງຄົມ ເປັນຕົ້ນ​ເກີດ​ມີ​ສະພາບ​ລາມົກ​ອາ ນາ​ຈານ​ອັນ​ບໍ່​ດີ​ຕາມ​ມາ ເຊິ່ງ ກ່ອນ​ໜ້າການ​ສະຫລອງ​ບຸນປີ​ໃໝ່​ສະຫະພັນ​ແມ່ຍິງ​ກໍ​ໄດ້​ອອກ​ມາສະ​ແດງ​ຄວາມ​ເປັນ​ຫ່ວງ ແລະ ຮຽກຮ້ອງ​ຜ່ານ​ສື່​ຕ່າງໆ ເພື່ອ​ເຕືອນ​ໃຫ້​ເອື້ອຍນ້ອງ​ແມ່ຍິງ​ລາວ​ໃຫ້​ປະ​ພຶດຕົວ​​ເໝາະ​ສົມ ນັບ​ທັງ​ດ້ານ​ການ​ນຸ່ງ​ຖື ​ແລະ ການ​ຫລິ້ນກິນ​ໃນ​ໂອກາດ​ສະ​ເຫລີ​ມ ສະຫລອງ​ປີ​ໃໝ່​ໃຫ້​ຖືກ​ຕາມ​ຮີດ ຄອງ​ປະ​ເພນີ ​ແລະ ຮັກສາ​​ໄດ້ມູນ​ເຊື້ອອັນ​ງົດ​ງາມ​ຂອງ​ແມ່ຍິງ ລາວ ​ເພື່ອ​ເອກອ້າງ​ເຜີຍ​ແຜ່​ໃຫ້​ກັບ​ແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​ໄດ້​ເຫັນ​ວ່າ: ​ແມ່ຍິງ​ລາວ​ແມ່ນ​ມີ​ຄວາມ​ສວຍ​ງາມ​ທາງ​ດ້ານ​ຈິດ​ໃຈ ​ແລະ ຮັກສາ​ໄດ້​ຮີດ ຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ.

No comments:

Post a Comment