Ad

Ad

21 April 2014

ຮີບຮ້ອນອະນາໄມຕົວເມືອງໃຫ້ສະອາດ



     ການສະຫລອງ​​ປີ​ໃໝ່ ພສ 2557 ​ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​ບັນຍາ ກາດ​ເບີກບານ​ມ່ວນ​ຊື່ນຕາມ​ຮີດ ຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ. ​ແຕ່​ສິ່ງ​ທີ່​ຍັງ​ປະ​ໄວ້​ນັ້ນກໍ​ຄື​​ເສດ​ຖົງ​ຢາງ​ດຶກ​ແກ່ວ​ງ​ໃສ່​ກິນ ຍັງ​ຢັ່ງຢາຍ​ຢູ່່ຕາມ​ແຄມ​ທາງ​ຫລາຍ​ຈຸດ ​ແລະ ​ເຮັດ​ໃຫ້​​ເປິະ​ເປື້ອນບໍ່ສະອາດ​ງາມ​ຕາ ​ໂດຍ​ສະ​ເພາະຖະໜົນ​ລ້ານ​ຊ້າງ, ສາມ​ແສນ​ໄທ, ​​ເຂດແຄມ​ຂອງ ​ແລະ ອື່ນໆ. ສະນັ້ນ ​ເພື່ອ​ຮັບປະກັນ​ໃຫ້​ເສັ້ນທາງ​ໃນ​ຕົວ​ເມືອງ​ມີ​ຄວາມ​ສະ ອາດຄື​ເກົ່າ​ນັ້ນ, ທຸກ​ພາກສ່ວນ​ໃນ​ສັງຄົມ​ຕ້ອງ​ເປັນ​ເຈົ້າການ​ໃນ​ການ​ເກັບ​ກວາດ​ອະນາ​ໄມ​ຕາມ​ໜ້າ​ສຳນັກງານ, ອົງການ, ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ຕົນ ບໍ່​ລໍຖ້າ​ເອື່ອຍ​ອີງ​ໃສ່​ແຕ່​ພາກ​ລັດ ຫລື ພາກສ່ວນ​ກ່ຽວຂ້ອງ​ມາ​ອະ ນາ​ໄມ​ຝ່າຍ​ດຽວ, ທັງ​ນີ້ກໍ​ເພື່ອ​ເປັນ​ການ​ປຸກລະດົມ​ໃຫ້​ທົ່ວ​ສັງ ຄົມ​ປະກອບສ່ວນ​ເຂົ້າ​ໃນ​ການ ຈັດຕັ້ງປະຕິບັດ​ນະ​ໂຍບາຍ 6ສ ຂອງ​ນະຄອນຫລວງ​ວຽງ​ຈັນ​ວາງ​ອອກ ​ໂດຍ​ສະ​ເພາະ ສ.ສະ ອາດ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

No comments:

Post a Comment