Ad

Ad

21 April 2014

ໂຈນລັກຊັບອອກລ່າຫລັງປີໃຫມ່ຢ່າງຕໍ່ເນື່ອງ



   ໃນໄລຍະສະຫຼອງກຸດສົງການ ປີໃໝ່ລາວ ວັນທີ 14-16 ເມສານີ້ ຢູ່ນະຄອນຫຼວງ ວຽງຈັນ ມີປາ ກົດການຫຍໍ້ທໍ້ເກີດຂຶ້ນກວ່າ 10 ເລື່ອງພົ້ນເດັ່ນແມ່ນລັກຊັບພົນລະ ເມືອງ, ຄ້າຂາຍຢາເສບຕິດ ແລະ ອາລະວາດຕີກັນ, ໂດຍສະເພາະ ແມ່ນສະພາບ ລັກຊັບ ຊຶ່ງພວກບໍ່ດີໄດ້ສວຍໃຊ້ໄລຍະບຸນປີໃໝ່ທີ່ປະ ຊາຊົນໄດ້ພາກັນເດີນທາງໄປ ຢາມບ້ານຢາເຮືອນຢູ່ຕ່າງແຂວງ ຊຶ່ງເຮັດໃຫ້ເປັນ ຊ່ອງຫວ່າງຂອງກຸ່ມຄົນບໍ່ດີເຂົ້າໄປລັກ ຊັບສິນຄື: ໃນທ້າຍອາທິດຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນໄດ້ມີສະພາບງັດ ແງະ ເກີດຂຶ້ນຢູ່ເຂດບ້ານໂພນ ທັນ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ, ຄົນຮ້າຍເຂົ້າ ໄປລັກເອົາໜ້າຈໍຄອມພິວເຕີ 3 ໜ່ວຍ ແລະ ຊັບສິນອື່ນໆອີກ, ຢູ່ ໂຮງຮຽນຊັບພະ ວິຊາໂສກປ່າຫຼວງຄົນຮ້າຍໄດ້ເຂົ້າໄປລັກເອົາ ເຄື່ອງໃນຮ້ານອາຫານຂອງໂຮງຮຽນຊຶ່ງປັດ ຈຸ ບັນທາງເຈົ້າໜ້າທີ່ພວມເລັ່ງຕິດ ຕາມຕົວຄົນຮ້າຍມາດຳເນີນຄະດີ.
          ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ກ່າວວ່າ: ເນື່ອງ ຈາກວ່າປັດຈຸບັນຍັງເປັນໄລຍະ ຂອງການພັກຜ່ອນພາຍຫຼັງ ກັບຈາກການສະຫຼອງປີໃໝ່ຢູ່ຕ່າງ ແຂວງເຮັດໃຫ້ມີຊ່ອງຫວ່າງກຸ່ມຄົນບໍ່ດີຈຶ່ງລົງມືໄດ້ງ່າຍ, ເຖິງວ່າ ກ່ອນໜ້ານີ້ ທາງກອງບັນ
ຊາ ການ ປກສ ນະຄອນຫຼວງວຽງ ຈັນກໍໄດ້ເຕືອນໃຫ້ສັງຄົມມີສະຕິລະວັງຕົວໃນການຮັກສາຊັບສິນ ແລະ ເປັນເຈົ້າການປ້ອງ ກັນ ຄວາມສະຫງົບເພື່ອເຮັດໃຫ້ການສະຫຼອງບຸນປີໃໝ່ມີຄວາມສະ ຫງົບປອດໄພ, ແຕ່ກໍເຫັນວ່າສະ ຕິຂອງສັງຄົມຍັງບໍ່ທັນ ສູງຈຶ່ງ ມີປາກົດການລັກຊັບເກີດຂຶ້ນ ຢ່າງຕໍ່ເນື່ອງ ສະນັ້ນຮຽກຮ້ອງ ສັງຄົມເປັນເຈົ້າການເອົາໃຈໃສ່ ເວນຍາມ ແລະ ການຮັກສາ ຊັບສິນເພື່ອບໍ່ຕົກເປັນເຫຍື່ອຂອງພວກບໍ່ດີດັ່ງກ່າວ.

No comments:

Post a Comment