Ad

Ad

21 April 2014

ຈະຈັດແຂ່ງຂັນແຕ້ມຮູບກ່ຽວກັບເປົ້າຫມາຍສະຫັດສະວັດດ້ານການພັດທະນາຢູ່ປະເທດລາວ



     ກະຊວງການຕ່າງປະເທດ ແລະ ອົງການສະຫະປະຊາຊາດ ປະຈຳລາວ ຂໍເຊີນຊວນພວກ ນ້ອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມໃນທົ່ວປະເທດຮ່ວມສົ່ງ ຜົນງານຮູບແຕ້ມເຂົ້າຮ່ວມໃນ ການແຂ່ງຂັນແຕ້ມຮູບໃນຫົວຂໍ້ “ສປປ ລາວ ກັບເປົ້າໝາຍ ສະຫັດສະວັດດ້ານການພັດທະນາ” ເຊິ່ງ ຈະເລີ່ມເປັນທາງການໃນວັນທີ 21 ເມສາ ເຖິງ 30 ພຶດສະພາ 2014.
      ການແຂ່ງຂັນແຕ້ມຮູບຄັ້ງນີ້ ແມ່ນແນໃສ່ດຶງດູດຄວາມສົນໃຈ ແລະ ເຜີຍແຜ່ໂຄສະນາໃຫ້ນ້ອງ ນັກຮຽນຊັ້ນປະຖົມ ແລະ ມັດທະ ຍົມ ກໍຄືໂຮງຮຽນສາມັນສຶກສາ ຮັບຮູ້ກ່ຽວກັບວຽກງານການພັດ ທະນາຢູ່ ສປປ ລາວ ໂດຍສະ ເພາະການຈັດຕັ້ງປະ ຕິບັດເປົ້າໝາຍສະຫັດສະວັດດ້ານການພັດ ທະນາ ຄືລຶບລ້າງຄວາມທຸກຍາກ ແລະ ໄພອຶດຫິວ; ບັນລຸການສຶກ ສາຂັ້ນປະຖົມ ຢ່າງທົ່ວເຖິງກັນ; ສົ່ງເສີມຄວາມສະເໝີພາບຍິງ- ຊາຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ; ຫລຸດຜ່ອນອັດຕາ ການເສຍ ຊີວິດຂອງເດັກນ້ອຍ; ປັບປຸງສະພາບຂອງແມ່; ຕ້ານກັບ ເຊື້ອພະຍາດ HIV/AIDS, ໄຂ້ ມາລາເລຍ ແລະ ອື່ນໆ; ຮັບປະ ກັນ ຄວາມຍືນຍົງດ້ານສິ່ງແວດ ລ້ອມ; ສ້າງຄູ່ຮ່ວມມືດ້ານການ ພັດທະນາໃນຂອບເຂດທົ່ວໂລກ ແລະ ເປົ້າໝາຍສະຫັດສະວັດ ດ້ານການພັດທະນາແຫ່ງຊາດ ລາວ ຄືຫລຸດຜ່ອນຜົນກະທົບຈາກ ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ.

     ການແຂ່ງຂັນຈະແບ່ງອອກ ເປັນ 2 ລະດັບ ຄືນັກຮຽນຊັ້ນປະ ຖົມແຕ່ ປ.1 ຫາ ປ.5 ແລະ ນັກ ຮຽນຊັ້ນມັດທະຍົມແຕ່ ມ.1 ຫາ ມ.7. ນ້ອງນັກຮຽນຕ້ອງເປັນຄົນ ສັນຊາດລາວເທົ່ານັ້ນ ແລະ ສາ ມາດສົ່ງຜົນງານຮູບແຕ້ມເຂົ້າ ຮ່ວມແຂ່ງຂັນຜູ້ໜຶ່ງບໍ່ ໃຫ້ກາຍ 2 ຮູບ, ແຕ້ມດ້ວຍຕົນເອງ ຫ້າມໃຊ້ ໂປແກຣມຄອມພິວເຕີແຕ້ມຮູບ ຊ່ວຍ, ຕ້ອງແຕ້ມໃສ່ເຈ້ຍຂະໜາດ A4 ສີຂາວ ແລະ ຕ້ອງມີເນື້ອຫາ ກ່ຽວຂ້ອງກັບເປົ້າໝາຍສະຫັດ ສະວັດດ້ານການພັດທະນາທີ່ ກ່າວມາຂ້າງເທິງ ໂດຍສາມາດ ສົ່ງຜົນງານ ຊ້າສຸດບໍ່ໃຫ້ກາຍວັນ ທີ 30 ພຶດສະພາ 2014 ມາຍັງ ກອງເລຂາຊີ້ນຳລະດັບຊາດວ່າ ດ້ວຍການຈັດຕັ້ງປະຕິບັດເປົ້າ ໝາຍສະ ຫັດສະວັດດ້ານການພັດ ທະນາ, ກົມອົງການຈັດຕັ້ງສາ ກົນ, ກະຊວງການຕ່າງປະເທດ. ໂທລະສັບ 021 453586 ຫລື ອີ ເມວ www.la.one.un.org.
      ຄະນະກຳມະການຜູ້ຕັດສິນ ຈະຄັດເລືອກເອົາຜົນງານຮູບ ແຕ້ມທີ່ດີທີ່ສຸດແຕ່ອັນດັບທີ 1 ຮອດອັນດັບທີ 3 ສຳລັບທັງ ສອງລະດັບ ເພື່ອຮັບລາງວັນທຶນການ ສຶກສາເປັນເງິນສົດຈຳນວນ 2 ລ້ານກີບ, 1,2 ລ້ານກີບ ແລະ 8 ແສນກີບ ຕາມລຳດັບ. ພິເສດໂຮງຮຽນໃດທີ່ນ້ອງນັກຮຽນສັງກັດຢູ່ ໄດ້ຮັບລາງວັນຊະນະເລີດທຶນ ການສຶກສາໃນ 3 ອັນດັບ, ໂຮງ ຮຽນນັ້ນກໍຈະໄດ້ ຮັບລາງວັນເຊັ່ນດຽວກັນ ເພື່ອເປັນທຶນປະກອບ ເຂົ້າໃນກິດຈະກຳຂອງໂຮງຮຽນ.

No comments:

Post a Comment