Ad

Ad

21 April 2014

ຂັບຂີ່ປະຫມາດເຮັດໃຫ້ຜູ້ອື່ນເສຍຊີວິດ



   ພາຍຫລັງການສະເຫລີມສະຫລອງບຸນປີໃໝ່ຜ່ານພົ້ນໄປບໍ່ເທົ່າໃດມື້, ເຈົ້າໜ້າ ທີ່ຈະລາຈອນອອກ ມາເປີດເຜີຍຕົວເລກ ອຸປະ ຕິເຫດທີ່ເກີດຂຶ້ນໃນໄລຍະ ດັ່ງກ່າວ ວ່າ: ທົ່ວປະເທດມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 300 ກວ່າກໍລະນີ, ສົ່ງຜົນໃຫ້ ມີຜູ້ເສຍຊີ ວິດ 37 ຄົນ ໂດຍອຸປະຕິເຫດສ່ວນຫລາຍເກີດຈາກການຂັບຂີ່ລົດດ້ວຍ ຄວາມປະໝາດ ແລະ ບໍ່ເຄົາລົບລະ ບຽບຈາລະຈອນ ດັ່ງຕົວຢ່າງອຸປະຕິເຫດໜຶ່ງ ທີ່ເກີດຂຶ້ນເມື່ອເວລາປະມານ 20:30 ໂມງຂອງວັນທີ 15 ເມສາຜ່ານມານີ້, ມີລົດ ເກງໝາຍເລກທະ ບຽນ ກທ 3250 ກຳແພງນະຄອນ, ຂັບຂີ່ໂດຍປະໝາດຂ້າມ ເລນໄປຕຳເອົາລົດຈັກສອງຄັນທີ່ຂີ່ສວນທາງມາຢ່າງແຮງຢູ່ຂົວໜອງໜ່ຽງເຮັດໃຫ້ ຜູ້ຂັບຂີ່ລົດຈັກສອງ ຄົນເສຍຊີວິດ ແລະ ບາດ ເຈັບສາຫັດໜຶ່ງຄົນ.
    ຜ່ານການສືບສວນ-ສອບສວນ ເຈົ້າໜ້າທີ່ສັນນິຖານວ່າເກີດຈາກລົດເກງດັ່ງກ່າວຂັບຂີ່ດ້ວຍຄວາມໄວສູງ ແລະ ບວກກັບ ສະພາບຂົວມີລັກສະນະລາດຊັນຈຶ່ງເຮັດໃຫ້ເກີດອຸປະຕິເຫດຂຶ້ນ.

No comments:

Post a Comment