Ad

Ad

21 April 2014

ທີວີລາວ ໄດ້ຮັບລິຂະສິດຖ່າຍທອດສົດບານເຕະໂລກ 2014



     ໃນ​ວັນ​ທີ 18 ​ເມສານີ້, ຢູ່​ສະຖານີ​ໂທລະພາບ​ທີ​ວີ​ລາວ ​ໄດ້​ຈັດ​ຖະ​ແຫລ​ງຂ່າວ​ການຖ່າຍ​ທອດ​ສົດ​ບານ​ເຕະ​ໂລກ​ ​​ໂດຍ​​ແມ່ນ​ທ່ານ ດຣ. ຫົງ​ຄຳ ສຸວັນນະ​ວົງ ປະທານ​ສະຖານີ​ໂທລະພາບ​ດັ່ງ ກ່າວ​ຖະ​ແຫຼ​ງ​ວ່າ: ​ບານ​ເຕະ​ໂລກ ຫລື ​ເອີ້​ນວ່າ FIFA WORLD CUP 2014 ແມ່ນ​ເປັນ​ການ​ແຂ່ງຂັນກິລາບານ​ເຕະ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ສຳລັບ​ປີ​ນີ້ການ​​ແຂ່ງຂັນ​ດັ່ງກ່າວ​​ຈະໄດ້​ຈັດ​ຂຶ້ນ​ຢູ່ປະ​ເທດ​ເບຼ​ຊິນ (Brasil),  ໃນລະ ຫວ່າງວັນ​ທີ 12 ມີ​ຖຸນາ- 13 ກໍລະກົດ 2014, ຊຶ່ງ​ທີ​ວີ​ລາວ(TV Lao) ​ໄດ້​ຮັບ​ລິ​ຂະ​ສິດ​ແຕ່​ພຽງ​ຜູ້​ດຽວ ເພື່ອຈະໄດ້ຖ່າຍ​ທອດ​ສົດ​ຜ່ານ​ທາງ​​ໂທລະ​ພາບ ​ແລະ ມື​ຖືຈາກ​ສະຫະພັນ​ບານ​ເຕະ​ໂລກ  ​ແລະ ຈະ​​ທຳ​ການຖ່າຍ​ທອດ​ສົດ​ທຸກ​ນັດ​ຂອງ​ການ​ແຂ່ງຂັນ, ເຊິ່ງລວມມີ​ 64 ນັດ​ໃຫ້​ແກ່​ຜູ້​ຊົມ​ໃນ ສປປ ລາວ ​ໄດ້​ຮັບ​ຊົມ​ຢ່າງ​ທົ່ວ​ເຖິງ​ໂດຍ​ຜ່ານ​ລະບົບ​ດາວ​ທຽມ​ທັງ​ໃນ​ລະບົບ​ທຳ​ມະ​ດາ SD  ​ແລະ ລະບົບ​ຄວາມ​ແຈ້ງ​ສູງ HD (High Definiton), ລະ​ບົບຊີ​ແບນ  (C​-Band)  ​ແລະ ​ເຄຢູ​ແບນ (KU-Band) ​ໂດຍ​ຜ່ານ​ກ່ອງ​ຮັບ​ສັນຍານທີ່​ມີ​ລະຫັດ​ຕາມ​ລະບຽບ​ການ​ຂອງສະຫະພັນ​ບານ​ເຕະ​ໂລກ.  ກ່ອງ​ຮັບ​ສັນຍານອິນ​ໂຟ​ແຊັດ,  ​ໄອ​ພີ​ເອັມ, ສ່ວນ​ລູກ​ຄ້າ​ທີ່​ມີ​ກ່ອງ​ຮັບ​ສັນຍານ​ລະບົບ ​ໄອ​ພີ​ເອັມ​ແລ້ວ ບໍ່​ຈຳ​ເປັນ​ຊື້​ກ່ອງ​ໃໝ່ ສາມາດ​ລົງທະບຽນ ​ແລະ ຈ່າຍ​ຄ່າ​ທຳນ ຽມກໍ​ສາມາດ​ຮັບ​ຊົມ​ໄດ້​ເລີຍ. ສຳລັບ​ລາຄາ​ຂອງ​ກ່ອງ​ຮັບ​ສັນຍານ​ແຕ່ລະ​ປະ​ເພດ​ມີ​ຄື: ກ່​ອງ ຮັບ​ສັນຍາອິນ​ໂຟ​ແຊັດ​ແມ່ນ
400.000 ກີບ, ໄອ​ພີ​ເອັມ ປະ​ເພດ​ທຳ​ມະ​ດາ ​ແມ່ນ 300.000 ກີບ, ລະບົບ HD ​ແມ່ນ 650.000 ກີບ ແລະ ສ່ວນກ່ອງ​ຮັບ​ສັນຍານລະ ບົບໄອ​ພີ​ເອັມທີ່​ມີ​ຢູ່ແລ້ວ​​ແມ່ນ ຈ່າຍ​ພຽງ 200.000 ກີບ ​ເທົ່າ​ນັ້ນ.
     ພ້ອມ​ດຽວ​ກັນ​ນັ້ນ​ທາງ​ສະ ຖານີ​ໂທລະ​ພາ​ບທີ​ວີ​ລາວ ກໍ​ໄດ້​ຈັດ​ກິດຈະກຳ​ຕ່າງໆ ​ເພື່ອ​ສົ່ງ​ເສີມ​ການຖ່າຍ​ທອດ​ສົດ​ເຊັ່ນ​ວ່າ: ເຕົ້າ​ໂຮມ​ມວນ​ຊົນ​ເບິ່ງ​ບານ​ເຕະ, ວິ​ເຄາະ​ບານ​ເຕະ,  ຫລິ້ນ​ເກ​ມ ຮ່ວມ​ກັນ ​ແລະ ອື່ນໆ. ນອກຈາກ​ນີ້ ທາງ​ສະຖານີ​ຍັງ​ຈະ​ມີ​ການ​ສາຍ​ເທບ​ບັນ​ທຶກ​ພາບການ​ແຂ່ງ ຂັນ​ຂອງ​ແຕ່​ລະ​ນັດ​ເພື່ອ​​ໃຫ້​ຜູ້​ຊົມ​ໄດ້​ເບີ່ງຄືນຢ່າງທົ່ວເຖິງ ​ແລະ ຖ້າ​ຫາກ​ການ​ແຂ່ງຂັນ​ມີ 2 ນັດ​ພ້ອມ​ກັນ​ກໍ​ຈະ​ເປີດ​ເປັນ 2 ຊ່ອງ ຖ່າຍທອດ ສົດທັນທີ.

No comments:

Post a Comment