Ad

Ad

21 April 2014

ຫ້ອງວ່າການລັດຖະບານລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືຫລາຍດ້ານ



    ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມືພິເສດຮອບດ້ານຂອງສອງຫ້ອງ ວ່າການລັດຖະບານລາວ-ຫວຽດນາມໃຫ້ ນັບມື້ນັບແໜ້ນແຟ້ນຂຶ້ນ. ດັ່ງນັ້ນ, ໃນລະ ຫວ່າງວັນທີ 17-18 ເມສານີ້, ທ່ານ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງ ພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານລາວ ໄດ້ຕ້ອນຮັບການມາ ຢ້ຽມ ຢາມ ແລະ ເຮັດວຽກຂອງທ່ານ ຫງວຽນ ວັນ ເນນ ກຳມະການສູນກາງພັກ, ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ.
     ໃນການພົບປະຄັ້ງນີ້, ສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືແບບພິ ເສດຂອງສອງຫ້ອງວ່າການ ລັດຖະບານລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ຖືໂອກາດນີ້ ລາຍງານສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ແລະ ສະພາບການຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຫ້ອງວ່າການລັດຖະ
ບານຂອງຕົນໃຫ້ກັນຊາບ. ພ້ອມນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນສຳເລັດການ ຮ່ວມມືໃນໄລຍະ ຜ່ານມາ, ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງຫ້ອງວ່າການລັດຖະບານໃນ ໄລຍະປີ 2011- 2013, ຊຶ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນ 10 ໂຄງການຊ່ວຍເຫລືອລັດຖະບານລາວຂອງລັດຖະບານ ສສ ຫວຽດນາມ ໄດ້ຮັບ ການຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ໄດ້ວາງໄວ້. ສຳລັບງົບປະມານທັງໝົດໃນການຈັດຕັ້ງປະຕິບັດໂຄງ ການຮ່ວມມື ສອງຫ້ອງວ່າການລັດຖະບານແມ່ນ 23,6 ຕື້ດົງ. ໃນນັ້ນ, ທຶນຊ່ວຍເຫລືອລ້າ ຈາກ ສສ ຫວຽດນາມ 19,86 ຕື້ດົງ ແລະ ທຶນ ສົມທົບຈາກລັດຖະບານລາວ 3,2 ຕື້ດົງ, ເຊິ່ງເນື້ອ ໃນການຈັດຕັ້ງປະຕິບັດໂຄງ ການມີ 3 ພາກຕົ້ນຕໍຄື: ການຍົກລະດັບ ຄວາມສາມາດເປັນເສນາທິການ, ຄຸ້ມຄອງປະຕິບັດວຽກງານໃຫ້ແກ່ພະນັກງານ, ລັດຖະກອນ, ການນຳໃຊ້ເຕັກໂນໂລຊີ ຂ່າວ ສານເຂົ້າໃນການຄຸ້ມຄອງ, ຊີ້ນຳ ແລະ ບໍລິຫານວຽກງານ    ( ສ້າງຫ້ອງປະຊຸມລັດຖະບານ ທັນສະໄໝ, ສ້າງຊອບແວໃນ ການ ຄຸ້ມຄອງການຈໍລະຈອນ ເອກະສານພາຍໃນຫ້ອງວ່າການລັດຖະບານ, ສ້າງຫ້ອງເຝິກອົບ ຮົມຄອມພິວເຕີ) ແລະ ການສ້າງ ເວບໄຊລັດຖະບານລາວ. ຈຸດປະສົງຂອງໂຄງການເພື່ອເປັນ ການຊ່ວຍຍົກສູງຄວາມສາມາດໃຫ້ພະນັກງານຫ້ອງວ່າການລັດ ຖະບານລາວໃນການເປັນເສນາທິການໃຫ້ແກ່ລັດຖະບານ ແລະ ນາຍົກລັດຖະມົນຕີ, ບັນດາຮອງ ນາຍົກລັດຖະມົນຕີໃນການ ອຳນວຍ, ຄວບຄຸມການເຄື່ອນໄຫວ ວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ, ຊ່ວຍວຽກນາຍົກລັດຖະມົນ ຕີ, ບັນດາຮອງນາຍົກລັດຖະມົນຕີ ໃນການບໍລິຫານບັນຊາວຽກ ງານລວມ ແລະ ປະສານສົມທົບ ກັບບັນດາອົງການຈັດຕັ້ງ ຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງ ຖິ່ນ.
   ຜ່ານການພົບປະທັງສອງຝ່າຍ ຍັງໄດ້ເປັນເອກະພາບກັນວ່າຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືສາມັກ ຄີອັນ ເປັນມູນເຊື້ອທີ່ສອງພັກ, ສອງລັດ, ພ້ອມນັ້ນ, ສອງຝ່າຍຈະສືບ ຕໍ່ແລກປ່ຽນລະຫວ່າງຄະນະນໍາ,ວິຊາການຂອງສອງ ຫ້ອງວ່າການຢ່າງເປັນປົກກະຕິ. ນອກ ນັ້ນຫ້ອງວ່າການລັດຖະບານຫວຽດນາມຈະສືບຕໍ່ຊ່ວຍເຫລືອຍົກລະດັບດ້ານວິຊາການ ໃຫ້ພະນັກງານຫ້ອງວ່າການລັດຖະບານລາວກ່ຽວກັບວຽກງານເສນາທິການ, ການຄຸ້ມຄອງຈໍລະຈອນເອກະສານ, ການຄຸ້ມ ຄອງຄວາມປອດໄພເວບໄຊລັດຖະບານລາວ ແລະ ອື່ນໆ.
          ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າ ການລັດຖະບານລາວກໍ ໄດ້ກ່າວ ສະແດງຄວາມຂອບໃຈ ຕໍ່ລັດຖະບານຫວຽດນາມເວົ້າລວມ, ເວົ້າສະເພາະກໍແມ່ນຫ້ອງວ່າ ການລັດຖະບານຫວຽດນາມ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອບໍ່ວ່າດ້ານທຶນຮອນກໍ ຄືວິຊາການ ແລະ ຫວັງຢ່າງຍິ່ງ ວ່າໃນຕໍ່ໜ້າຈະໄດ້ຮັບການສະໜັບສະໜູນຕື່ມອີກ. ພາຍຫລັງສຳເລັດການພົບປະສອງຝ່າຍ ຄະນະກໍໄດ້ຢ້ຽມຢາມຜົນສຳເລັດຂອງໂຄງການເປັນຕົ້ນແມ່ນ: ຫ້ອງປະຊຸມລັດຖະ ບານທັນສະໄໝ, ຫ້ອງເຝິກອົບຮົມຄອມພິວເຕີ ແລະ ຫ້ອງເວບໄຊລັດຖະບານ.
   ໃນໂອກາດນີ້, ທ່ານ ດຣ ສິນລະວົງ ຄຸດໄພທູນ ຫົວໜ້າຫ້ອງວ່າການລັດຖະບານລາວກໍໄດ້ໃຫ້ກຽດປະດັບຫລຽນກາມິດຕະ ພາບໃຫ້ຫ້ອງວ່າການລັດຖະບານຫວຽດນາມ ພ້ອມທັງມອບ ຫລຽນໄຊແຮງງານຊັ້ນ I, ຊັ້ນ II ໃຫ້ຄະນະຄຸ້ມຄອງໂຄງການ ຫວຽດນາມ.
    ໃນໄລຍະມາພົບປະລະຫວ່າງ ສອງຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຫ້ອງວ່າການລັດຖະບານຫວຽດນາມໃນຄັ້ງນີ້ດ້ວຍ.
     ໃນ​ວັນ​ທີ 18 ​ເມສານີ້, ຢູ່​ສະຖານີ​ໂທລະພາບ​ທີ​ວີ​ລາວ ​ໄດ້​ຈັດ​ຖະ​ແຫລ​ງຂ່າວ​ການຖ່າຍ​ທອດ​ສົດ​ບານ​ເຕະ​ໂລກ​ ​​ໂດຍ​​ແມ່ນ​ທ່ານ ດຣ. ຫົງ​ຄຳ ສຸວັນນະ​ວົງ ປະທານ​ສະຖານີ​ໂທລະພາບ​ດັ່ງ ກ່າວ​ຖະ​ແຫລ​ງ​ວ່າ: ​ບານ​ເຕະ​ໂລກ ຫລື ​ເອີ້​ນວ່າ FIFA WORLD CUP 2014 ​ແມ່ນ​ເປັນ​ການ​ແຂ່ງຂັນກິລາບານ​ເຕະ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ສຳລັບ​ປີ​ນີ້ການ​​ແຂ່ງຂັນ​ດັ່ງກ່າວ​​ຈະໄດ້​ຈັດ​ຂື້ນ​ທີ່​ປະ​ເທດ ​ເບຼ​ຊິນ (Brasil),  ໃນລະ ຫວ່າງວັນ​ທີ 12 ມີ​ຖຸນາ- 13 ກໍລະ ກົດ 2014, ຊຶ່ງ​ທີ​ວີ​ລາວ(TV Lao) ​ໄດ້​ຮັບ​ລິ​ຂະ​ສິດ​ແຕ່​ພຽງ​ຜູ້​ດຽວ ເພື່ອຈະໄດ້ຖ່າຍ​ທອດ​ສົດ​ຜ່ານ​ທາງ​​ໂທລະ​ພາບ ​ແລະ ມື​ຖື ​ ຈາກ​ສະຫະພັນ​ບານ​ເຕະ​ໂລກ  ​ແລະ ຈະ​​ທຳ​ການຖ່າຍ​ທອດ​ສົດ​ທຸກ​ນັດ​ຂອງ​ການ​ແຂ່ງຂັນ, ​ເຊິ່ງລວມມີ​ 64 ນັດ​ໃຫ້​ແກ່​ຜູ້​ຊົມ​ໃນ ສປປ ລາວ ​ໄດ້​ຮັບ​ຊົມ​ຢ່າງ​ທົ່ວ​ເຖິງ​ໂດຍ​ຜ່ານ​ລະບົບ​ດາວ​ທຽມ​ທັງ​ໃນ​ລະບົບ​ທຳ​ມະ​ດາ SD  ​ແລະ ລະບົບ​ຄວາມ​ແຈ້ງ​ສູງ HD (High Definiton), ລະ​ບົບຊີ​ແບນ (C​-Band)  ​ແລະ ​ເຄຢູ​ແບນ (KU-Band) ​ໂດຍ​ຜ່ານ​ກ່ອງ​ຮັບ​ສັນຍານທີ່​ມີ​ລະຫັດ​ຕາມ​ລະບຽບ​ການ​ຂອງສະຫະພັນ​ບານ​ເຕະ​ໂລກ.  ກ່ອງ​ຮັບ​ສັນຍານອິນ​ໂຟ​ແຊັດ,  ​ໄອ​ພີ​ເອັມ, ສ່ວນ​ລູກ​ຄ້າ​ທີ່​ມີ​ກ່ອງ​ຮັບ​ສັນຍານ​ລະບົບ ​ໄອ​ພີ​ເອັມ​ແລ້ວ ບໍ່​ຈຳ​ເປັນ​ຊື້​ກ່ອງ​ໃໝ່ ສາມາດ​ລົງທະບຽນ ​ແລະ ຈ່າຍ​ຄ່າ​ທຳນຽມກໍ​ສາມາດ​ຮັບ​ຊົມ​ໄດ້​ເລີຍ. ສຳລັບ​ລາຄາ​ຂອງ​ກ່ອງ​ຮັບ​ສັນຍານ​ແຕ່ລະ​ປະ​ເພດ​ມີ​ຄື: ກ່​ອງ ຮັບ​ສັນຍາອິນ​ໂຟ​ແຊັດ​ແມ່ນ 400.000 ກີບ, ໄອ​ພີ​ເອັມ ປະ​ເພດ​ທຳ​ມະ​ດາ ​ແມ່ນ 300.000 ກີບ, ລະບົບ HD ​ແມ່ນ 650.000 ກີບ ແລະ ສ່ວນກ່ອງ​ຮັບ​ສັນຍານລະ ບົບໄອ​ພີ​ເອັມທີ່​ມີ​ຢູ່ແລ້ວ​​ແມ່ນ ຈ່າຍ​ພຽງ 200.000 ກີບ ​ເທົ່າ​ນັ້ນ.
     ພ້ອມ​ດຽວ​ກັນ​ນັ້ນ​ທາງ​ສະ ຖານີ​ໂທລະ​ພາ​ບທີ​ວີ​ລາວ ກໍ​ໄດ້​ຈັດ​ກິດຈະກຳ​ຕ່າງໆ ​ເພື່ອ​ສົ່ງ​ເສີມ​ການຖ່າຍ​ທອດ​ສົດ​ເຊັ່ນ​ວ່າ: ເຕົ້າ​ໂຮມ​ມວນ​ຊົນ​ເບິ່ງ​ບານ​ເຕະ, ວິ​ເຄາະ​ບານ​ເຕະ,  ຫລິ້ນ​ເກ​ມ ຮ່ວມ​ກັນ ​ແລະ ອື່ນໆ. ນອກຈາກ​ນີ້ ທາງ​ສະຖານີ​ຍັງ​ຈະ​ມີ​ການ​ສາຍ​ເທບ​ບັນ​ທຶກ​ພາບການ​ແຂ່ງ ຂັນ​ຂອງ​ແຕ່​ລະ​ນັດ​ເພື່ອ​​ໃຫ້​ຜູ້​ຊົມ​ໄດ້​ເບີ່ງຄືນຢ່າງທົ່ວເຖິງ ​ແລະ ຖ້າ​ຫາກ​ການ​ແຂ່ງຂັນ​ມີ 2 ນັດ​ພ້ອມ​ກັນ​ກໍ​ຈະ​ເປີດ​ເປັນ 2 ຊ່ອງ ຖ່າຍທອດ ສົດທັນທີ.

No comments:

Post a Comment