Ad

Ad

22 April 2014

ອາກາດຈະສືບຕໍ່ຮ້ອນເອົ້າໄປອີກ 2-3 ວັນ

         ກົມອຸຕຸນິຍົມ ແລະ ອຸທົກ ກະສາດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ  ໃຫ້ຮູ້ວ່າ: ສະພາບ ອາກາດ ໃນທົ່ວປະເທດຍັງຈະສືບຕໍ່ຮ້ອນອົບເອົ້າໄປຕື່ມອີກ 2-3 ວັນ ເນື່ອງ ຈາກບໍລິເວນຄວາມກົດດັນຕ່ຳ ຂອງອາກາດ ຮ້ອນ ທີ່ປະເທດ ມຽນມ້າຍັງມີກຳລັງແຮງເພີ່ມ ຂຶ້ນ ແລະ ສືບຕໍ່ແຜ່ປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ, ລົມ ຕາເວັນຕົກ ແລະ ລົມຕາເວັນ ອອກສຽ່ງໃຕ້ພັດປົກຄຸມເຂດ ພາກກາງ ແລະ ພາກໃຕ້ເປັນ ສ່ວນຫຼາຍ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາ ກາດ ຮ້ອນເອົ້າໄປຕື່ມອີກໃນແຕ່ລະພາກ, ພ້ອມມີ ໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີ ຝົນຕົກຟ້າຄະນອງພ້ອມມີລົມພັດ ແຮງຢູ່ ບາງທ້ອງຖິ່ນໃນເຂດພາກກາງ ແລະ ພາກໃຕ້ສະນັ້ນ ຈຶ່ງ ເຕືອນໃຫ້ປະຊາຊົນຄວນມີວະຕິລະມັດລະວັງລົມພາຍຸລະດູ ຮ້ອນ ແລະ ສະພາບອາກາດທີ່ຮ້ອນອົບ ເອົ້າດັ່ງກ່າວກຸ໓ຫ້ມີສະຕິຕໍ່ອັກຄີ ໄພທີ່ຈະເກີດຂຶ້ນໄດ້ງ່າຍ.
          ກົມອຸຕຸນິຍົມ ແລະ ອຸທົກ ກະສາດ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸ ບັນສະພາບອາກາດຮ້ອນອົບເອົ້າ ຂຶ້ນເນື່ອງຈາກວ່າ ມີການທຳ ລາຍສິ່ງແວດລ້ອມເຮັດໃຫ້ເກີດມີຄວາມຮ້ອນສູງຂຶ້ນເມື່ອທຽບໃສ່ທຸກປີຜ່ານມາ, ແຕ່ແນວໃດກໍດີ ຍັງເຫັນວ່າສະ ພາບອາກາດຈະ ເລີ່ມດີຂຶ້ນພາຍຫຼັງເດືອນເມສາ ນີ້ ເນື່ອງຈາກໂອກາດຈະມີຝົນຕົກ ເປັນບາງທ້ອງຖິ່ນ ແລະ ໃຫ້ລະ ວັງ ເລື່ອງການກິນອາຫານເນື່ອງຈາກອາຫານບູດເນົ່າໄວ ແລະ ອາດເກີດເຈັບທ້ອງໄດ້.

          ຕາມການລາຍງານສະ ພາບອາກາດ 3 ວັນລ່ວງໜ້າ ນັບ ແຕ່ວັນທີ 21-23 ເມສານີ້ ຢູ່ນະຄອນຫຼວງວຽງຈັນອຸນຫະ ພູມໄລຍະ 3 ວັນຕ່ຳສຸດ 26-27 ອົງສາ, ສູງສຸດ 36-37 ອົງສາ, ເຊິ່ງວັນທີ 22 ເມສາ ຈະມີໝອກແຫ້ງ ແລະ ອາກາດຮ້ອນ ເອົ້າ, ສ່ວນວັນທີ 23 ເມສາ ຈະມີເມກປົກຄຸມເປັນ ບາງສ່ວນ,
           ແຂວງຫຼວງນ້ຳທາ ອຸນ ຫະພູມຕ່ຳສຸດ 18-19 ອົງສາ, ສູງສຸດ 35-36 ອົງສາ, ອາກາດ ທັງ 3 ວັນຄື: ວັນທີ 21-23 ເມສາ ອາກາດຈະຮ້ອນເອົ້າ ແລະ ມີ ໝອກແຫ້ງປົກຄຸມທົ່ວບໍລິເວນ, ແຂວງຫຼວງພະບາງອຸນຫະພູມ ຕ່ຳສຸດ 22-23 ອົງສາ, ສູງສຸດ 37-38 ອົງສາ, ວັນທີ 22 ເມສາ ຈະມີຝົນຝອຍ ຢູ່ບາງບໍລິເວນ ແລະ ວັນທີ 23 ເມສາ ຈະມີເມກ ປົກຄຸມປົກຄຸມ ເປັນບາງສ່ວນແຕ່ອາກາດຍັງສືບຕໍ່ຮ້ອນເອົ້າ, ແຂວງຈຳປາສັກອຸນຫະພູມຕ່ຳ ສຸດ 26-27 ອົງສາ ແລະ ສູງສຸດ 35-37 ອົງສາ, ວັນທີ 21-22 ເມສາຈະມີຝົນຕົກກະແຈກກະ ຈາຍທົ່ວບໍລິເວນ, ວັນທີ 23 ເມ ສາຈະຮ້ອນເອົ້າ ແລະ ຈະມີໝອກ ແຫ້ງປົກ ຄຸມ.

No comments:

Post a Comment