Ad

Ad

22 April 2014

ສະພາບຄວາມທຸກຍາກຂອງປະຊາຊົນຫຼຸດລົງເຖິງ 8,49%



    ຕາມບົດລາຍງານຜົນຂອງ ການສຳຫຼວດ, ປະເມີນຜົນ ຄວາມທຸກຍາກ ແລະ ພັດທະນາ ສົກປີ 2013 ຜ່ານ ມາເຫັນວ່າ: ທົ່ວປະເທດຍັງມີຄອບຄົວທຸກ ຍາກ ຈຳນວນ 116.808 ຄອບ ຄົວ, ເທົ່າກັບ 10,57% ຂອງ ຄອບຄົວທັງໝົດ, ຊຶ່ງຖ້ າທຽບ ໃສ່ປີ 2011 ຫຼຸດລົງເຖິງ 84.142 ຄອບຄົວ, ເທົ່າກັບ 8,49% ແລະ ຍັງ ມີບ້ານທຸກຍາກຈຳນວນ 2.291 ບ້ານ, ເທົ່າກັບ 26,72%, ຫຼຸດຈາກປີ 2011 ເຖິງ 884 ບ້ານ, ເທົ່າກັບ 9,97% ແລະ ຍັງມີ ເມືອງທຸກຍາກ 37 ເມືອງ, ເທົ່າ ກັບ 25,52%, ຫຼຸດລົງເຖິງ 16 ເມືອງເມື່ອທຽບ ໃສ່ປີ 2011, ເທົ່າ ກັບ 43,24% ໃນທົ່ວປະເທດ, ໃນ ນັ້ນບ້ານທຸກຍາກທີ່ມີອັ ດຕາຕ່ຳໄດ້ແກ່ນະຄອນຫຼວງວຽງຈັນ, ໄຊຍະ ບູລີ, ຈຳປາສັກ, ຄຳມ່ວນ, ແຂວງວຽງຈັນຍັງ. ແລະ ທ້ອງ ຖິ່ນທີ່ມີອັດຕາສູງ ກວ່າໝູ່ແມ່ນ ແຂວງຜົ້ງສາລີຄວາມທຸກຍາກ ຍັງກວມສູງເຖິງ 62,01%, ເຊ ກອງ 58,33%. ແຂວງອຸດົມໄຊ ກວມ 54,56%  ແລະ ແຂວງທີ່ ສາມາດຫຼຸດເມືອງທຸກ ຍາກໄດ້ດີ ແມ່ນແຂວງສະຫວັນນະເຂດຫຼຸດໄດ້ 4 ເມືອງ, ຫົວພັນຫຼຸດໄດ້ 3 ເມືອງ ແລະ ອຸດົມໄຊຫຼຸດໄດ້ 2 ເມືອງ, ນອກນັ້ນ ແມ່ນສາມາດ ຫຼຸດໄດ້ພຽງ ແຂວງລະ 1 ເມືອງ ເທົ່ານັ້ນ, ເຖິງຢ່າງໃດກໍດີໃນປີ 2014 ນີ້ລັດຖະບານກໍ່ໄດ້ສຸມໃສ່ ຈັດຕັ້ງປະຕິ ບັດວຽກງານຫຼຸດຜ່ອນຄວາມທຸກຍາກຢ່າງຕັ້ງໜ້າເພື່ອເຮັດໃຫ້ຈຳນວນ ຜູ້ທຸກ ຍາກໃນທົ່ວປະເທດຫຼຸດລົງໃຫ້ເຫຼືອຈຳນວນ ໜ້ອຍທີ່ສຸດ.

No comments:

Post a Comment