Ad

Ad

22 April 2014

ພຽງໄລຍະແຕ່ຕົ້ນປີນີ້ມີລົດໃຫຍ່ເສຍກວ່າ 40 ຄັນ



     ຕາມຕົວເລກສະຖິຕິໃຫ້ຮູ້ວ່າ: ໄລ່ມາຮອດປີ 2012 ທົ່ວປະເທດ ມີຍານພາຫະນະ 1,2 ລ້ານກວ່າ ຄັນ ແລະ ມາຮອດປີ 2013 ເພີ່ມ ຂຶ້ນ 10,47%. ແຕ່ຄຽງຄູ່ກັບການເຕີບໂຕດັ່ງກ່າວສິ່ງທີ່ຍັງເປັນບັນຫາຕາມມາແມ່ນສະພາບລົດເສຍເຫັນ ວ່າເກີດ ຂຶ້ນຕໍ່ເນື່ອງຈາກກຸ່ມໄວລຸ້ນບໍ່ດີຈຳນວນໜຶ່ງກຳລັງຮ່ວມກັນເຄື່ອນໄຫວລັກລົດເພື່ອຈະນຳໄປຂາຍຕ່າງແຂວງອັນໄດ້ສ້າງ ຄວາມບໍ່ສະຫງົບໃຫ້ສັງຄົມບໍ່ໜ້ອຍ.
           ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນໃຫ້ຮູ້ວ່າ: ປັດຈຸ ບັນສະພາບລັກຊັບພົນລະເມືອງ ກວມ 80% ແລະ ສ່ວນ ໃຫຍ່ແມ່ນ ການລັກລົດຈາກກຸ່ມຄົນບໍ່ດີຈຳ ນວນໜຶ່ງທີ່ພົວພັນກັບສິ່ງເສບຕິດຄື: ນັບແຕ່ຕົ້ນປີມານີ້ ມີລົດໃຫຍ ເສຍຫາຍຫຼາຍ ກວ່າ 40 ຄັນ ແລະ ໃນທ້າຍອາທິດຜ່ານມານີ້ ກໍມີຄົນ ບໍ່ດີລັກລົດຂອງປະຊາຊົນຢູ່ເຂດບ້ານຈອມມະນີ, ເມືອງໄຊເສດ ຖາ, ນະຄອນຫຼວງວຽງຈັນ  ພາຍຫຼັງເກີດເຫດເຊິ່ງທາງເຈົ້າໜ້າທີ່ກໍໄດ້ມີການຕັ້ງໜ່ວຍສະ ເພາະຕິດຕາມ ແລະ ພົບວ່າຂະ ບວນ ການດັ່ງກ່າວແມ່ນເຮັດ ເປັນກຸ່ມແກ້ງ ແລະ ເອົາໄປຂາຍ ຢູ່ຕ່າງແຂວງຊຶ່ງເຈົ້າໜ້າທີ່ກໍກຳລັງເລັ່ງສະກັດກັ້ນ ແລະ ປາບຂະ ບວນ ການດັ່ງກ່າວເພື່ອເຮັດໃຫ້ ສັງຄົມມີຄວາມສະຫງົບ.

           ເຈົ້າໜ້າທີ່ສະແດງຄວາມ ເປັນຫ່ວງວ່າ: ສັງຄົມຕ້ອງມີສະ ຕິໃນການຮັກສາຊັບສິນຂອງຕົນບໍ່ຄວນຈອດ ລົດໄວ້ຊະ ຊາຍເພາະປັດຈຸບັນແກ້ງລັກລົດໃຫຍ່ໄດ້ ເລີ່ມາລະບາດອີກແລ້ວ, ດັ່ງປີ ຜ່ານມາເຈົ້າໜ້າທີ່ກໍສາມາດມ້າງຂະບວນລັກລົດວີໂກ້, ຊຶ່ງນັບວ່າ ເປັນຄະດີລາຍໃຫຍ່ ແລະ ສາ ມາດຈັບຕົວຜູ້ຮ້າຍມາດຳເນີນຄະດີໄດ້. ແນວໃດກໍຂໍຮຽກຮ້ອງໃຫ້ ສັງຄົມມີສະ ຕິຊ່ວຍກັນສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ດັ່ງ ກ່າວໃຫ້ຫຼຸດຜ່ອນລົງ.
          ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນປີ ຜ່ານມາມີລົດເສຍ 428 ຄັນ ສ່ວນ ໃຫຍ່ ແມ່ນປະເພດ ລົດຈັກ 389 ຄັນ, ລົດໃຫຍ່ 37 ຄັນ, ແຕ່ທຽບ ໃສ່ໃນໄລຍະຕົ້ນປີມານີ້ ເຫັນວ່າ ຈຳນວນລົດໃຫຍ່ເສຍແມ່ນເພີ່ມ ຂຶ້ນ.

No comments:

Post a Comment