Ad

Ad

22 April 2014

ລັດ​ເລີ່​ມປະຕິບັດ​ການ​ເກັບ​ອາກອນ ​ແລະ ຄຸ້ມ​ຄອງ​ພາຫະນະ​ແບບ​ທັນ​ສະ​ໄໝ



     ກົມ​ສ່ວຍ​ສາ​ອາກອນ ກະຊວງ​ການ​ເງິນ ​ໄດ້​ໃຫ້​ບໍລິການ​ການ​ເກັບ​ອາກອນ​ຍານພາຫະນະ​ແບບ​ທັນ​ສະ​ໄໝ​ແທນ​ການ​ເກັບ​ໃບ​ເສຍ​ຄ່າ​ທຳນຽມ​ແບບ​ເກົ່າ​ຢູ່​ນະຄອນ ຫລວງ​ວຽງ​ຈັນ, ພາຍຫລັງ​ລັດ ຖະບານ​ໄດ້​ປະກາດ​ໃຊ້​ອາກອນ​ຍານພາ ຫະນະ​ເມື່ອ​ບໍ່​ດົນ​ມານີ້ ໂດຍ​ສະ​ເພາະ​ລົດຈັກ ​ແລະ ລົດ​ໃຫຍ່ ​​ເຊິ່ງຜູ້​ໃຊ້​ລົດ​ຕ້ອງ​ມີ​ພັນທະ​ໃຫ້​ແກ່​ລັດ​ຕໍ່​ກັບ​ການ​ນຳ​ໃຊ້​ຍານ ພາຫະນະ​ຕາມ​ລະບຽບ​ກົດໝາຍ​ວາງ​ອອກ ​ແລະ ການ​ເກັບ​ອາ ກອນ​ຈາກ​ຍານພາຫະນະ​ດ້ວຍ ລະ​ບົບ​ເອ​ເລັກ​ໂຕຣນິກ​ເຂົ້າມາ​ຄຸ້ມ​ຄອງ​ຊ່ວຍ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ທຸກ​ຊັ້ນຄົນ, ຫົວໜ່ວຍ​ທຸລະ​ກິດ, ອົງການ​ຈັດຕັ້ງຕ່າງໆສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ໃນ​ການ​ເກັບ​ອາ​ກອນ​ຍານພາຫະນະ​ໃຫ້​ມີ​ຄວາມ​ປອດ​ໃສ, ຖືກຕ້ອງ​ຄົບ​ຖ້ວນ, ວ່ອງ​ໄວ ​ແລະ ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ຜູ້​ເສຍ​ອາກອນ ແລະ ​ໃຫ້​ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນ, ບຸກຄົນ, ນິຕິບຸກຄົນ, ອົງການ​
ຈັດຕັ້ງຂອງ​ລັດ ​ແລະ ​ເອກະ​ຊົນ ທີ່​ດຳ​ເນີນ​ທຸລະ​ກິດ​ໃຫ້​ໄປ​ລົງທະບຽນ​ຍານ ພາຫະນະ​ທີ່​ຕົນ​ເປັນ​ເຈົ້າຂອງ ຫລື ມີ​ກຳ​ສິດ​ຍານພາຫະນະ​ທຸກ​ປະ​ເພດ​ນຳ​ກົມ​ສ່ວຍ​ສາ​ອາກອນ ຄື​ສາມາດ​ລົງທະບຽນ​ໄດ້​ແຕ່​ຕົ້ນ ປີ 2014 ​ເປັນຕົ້ນ​ໄປ ​ໃນ​ທຸກ​ວັນ​ລັດຖະການ, ​ໃຫ້​ສຳ​ເນົາ​ພ້ອມ​ດ້ວຍ​ເອກະສານ​ຕົວ​ຈິງ ​ໃບ​ທະ ບຽນ​ຍານພາຫະນະ​ຕົວ​ຈິງ (ລົດ ຈັກ, ລົດ​ໃຫຍ່) ​ແລະ ສຳ​ເນົາ ພ້ອມ​ດ້ວຍ​ເອກະສານ​ຕົວ​ຈິງ ບັດ ປະຈຳຕົວ ຫລື ສຳມະ​ໂນ​ຄົວ, Passport (ສຳລັບ​ຄົນ​ຕ່າງປະ​ເທດ) ຂອງ​ຜູ້​ທີ່​ເປັນ​ເຈົ້າຂອງ​ຍານພາຫະນະ​ທີ່​ລົງທະບຽນ. ສຳລັບ​ຍານພາຫະນະ (ລົດຈັກ, ລົດ​ໃຫຍ່) ທີ່​ອົງການ​ຈັດຕັ້ງຂອງ​ລັດ​ເປັນ​ກຳມະສິດ ​ແມ່ນ​ໃຫ້​ສຳ​ເນົາ ​ແລະ ​ເອກະສານ​ທະບຽນ​ຍານພາຫະນະ​ຕົວ​ຈິງ ຢູ່​ສູນ​ບໍລິ ການ​ຜູ້​ເສຍ​ອາກອນ​ຊັ້ນ 1 ຕຶກ​ອາ ຄານ​ຂອງ​ບໍລິສັດ CSCC ບ້ານ​ໂພນ​ໄຊ ​ເມືອງ​ໄຊ​ເສດ​ຖາ, ສ່ວນ​ຢູ່ບັນດາ​ແຂວງ​ຈະ​ໄດ້​ແຈ້ງ​ໃຫ້​ຊາບ​ຕາມ​ພາຍຫລັງ.

No comments:

Post a Comment