Ad

Ad

22 April 2014

ມີ​ສະພາບ​ລັກ​ຂຸດ​ເຫງົ້າ​ໄມ້​ໃນ​ປ່າ​ສະຫງວນ​ຫ້ວຍ​ຍາງ



     ພາຍຫລັງ​ມີ​ການຈັດ​ແບ່ງ​ເນື້ອທີ່​ດິນ​ປ່າ​ສະຫງວນ​ຫ້ວຍ​ຍາງ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ​​ໃຫ້​ກັບ​ບັນດາ​ສຳນັກ ງານ, ອົງການ​ຂອງ​ລັດ​ຈຳນວນ​ໜຶ່ງ ​ເພື່ອ​ກະກຽມ​ປຸກ​ສ້າງ​ອາຄານ​ຫລັງ​ໃໝ່ ​ແລະ ມີ​ບາງ​ອົງການ​ແມ່ນ​ໄດ້​ມີ​ການ​ຕັດ​ໄມ້ບຸກ​ເບີກ​ເນື້ອທີ່​ແລ້ວ, ​ແຕ່​ປາ ກົດ​ວ່າ​ໄດ້​ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ໄດ້​ລັກລອບ​ເຂົ້າມາ​ລັກ​ຂຸດ​ເອົາ​ເຫງົ້າ​ໄມ້​ໃນ​ເຂດ​ປ່າ​ສະ ຫງວນດັ່ງກ່າວ​ຢ່າງ​ລຽນຕິດ​ຈົນ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຕ້ອງ​ໄດ້​ເພີ່ມ​ມາດຕະການ​ກວດກາ​ເວນຍາມ​ໃນ​ໄລຍະ​ນີ້.
      ນັກ​ຂ່າວ​ພວກ​ເຮົາ​ໄດ້​ສອບ​ຖາມ​ພະນັກງານ​​ຫ້ອງການ​ຄຸ້ມ​ຄອງ​ຂະ​ແໜງ​ຊັບພະຍາກອນ​ປ່າ​ໄມ້​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ປ່າ​ສະຫງວນ​ຫ້ວຍ​ຍາງ​ມີ​ເນື້ອທີ່​ປະມານ 800 ກວ່າ​ເຮັກ ຕາ. ສຳລັບ​ສະພາບ​ການ​ລັກ​ຕັດ​ໄມ້​ໃນ​ປ່າ​ສະຫງວນ​ແຫ່ງ​ນີ້​ແມ່ນ​ມີ​ມາ​ດົນ ​​ແລະ ປັດຈຸບັນ​ນີ້​ແມ່ນ​ມີ​ການ​ເຂົ້າມາ​ລັກ​ຂຸດ​ເຫງົ້າ​ໄມ້​ນຳ​ອີກ ​ໂດຍ​ສະ​ເພາະ​ແມ່ນ​ໄມ້​ດູ່, ​ໄມ້​ແຕ້ ​ແລະ ອື່ນໆ ​ເຊິ່ງ ຜ່ານ​ມາ​ກໍ​ພົບ​ຮ່ອງຮອຍ​ຂອງ​ກຸ່ມ​ຄົນທີ່​ເຂົ້າ ມາ​ລັກ​ຕັດ​ໄມ້ ​ແລະ ຂຸດ​ເຫງົ້າ​ໄມ້​ຫລາຍ​ຄັ້ງ​ແຕ່​ກໍ​ບໍ່​ສາມາດ​ຈັບ​ຕົວ​ໄດ້ ເຊິ່ງຄາດ​ວ່າ ແມ່ນ​ປະຊາຊົນ​ອາ​ໄສ​ຢູ່​ເຂດ​ໃກ້​ຄຽງ​ປ່າ​ສະ ຫງວນ​ແຫ່ງ​ນີ້ ​ເພາະ​​ວ່າ​ມີ​ຄວາມ​ຊຳນານ​ຮູ້​ພື້ນທີ່​ປ່າ​ເປັນ​ຢ່າງ​ດີ ຈຶ່ງ​ສາມາດ​ຫລົບໜີ​ການ​ຈັບ​ກຸມ​ຂອງ​ເຈົ້າໜ້າ​ທີ່​ໄປ​ໄດ້ຫລາຍ​ຄັ້ງ.

No comments:

Post a Comment