Ad

Ad

16 March 2016

ໄດ້ແລ້ວຜູ້ຊະນະເລີດໂຄງການປະກວດແຕ້ມຮູບລົດໂຕໂຍຕາ ໃນຝັນຂອງຂ້ອຍ ປີ 2016

          ວັນທີ 15 ມີນານີ້, ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ໄດ້ຈັດພິທີປະກາດຜົນ ແລະ ມອບຂອງລາງວັນຢ່າງຫລວງຫລາຍໃຫ້ກັບຜູ້ຊະນະເລີດ ໂຄງການປະກວດແຕ້ມຮູບ ລົດໂຕໂຍຕາ ໃນຝັນຂອງຂ້ອຍ ປະຈຳປີ 2016, ໂດຍມີທ່ານ ດຣ. ມີທອງ ສຸວັນມີໄຊ ຫົວໜ້າກົມອະນຸບານ ແລະ ປະຖົມສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປະກອນ ວົງວິທະຍາພິຣົມ ປະທານຝ່າຍປະຕິບັດການສາຍງານຢ່ອຍ ເຂດພູມີພາກແມ່ນ້ຳຂອງ ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ພ້ອມດ້ວຍຄູ-ອາຈານ, ນ້ອງນັກຮຽນຜູ້ທີ່ໄດ້ຮັບລາງວັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.


          ປະທານຝ່າຍປະຕິບັດການສາຍງານຢ່ອຍ ໂຕໂຍຕາ ກ່າວວ່າ: ຜົນການປະກວດ ຂອງໂຄງ ການດັ່ງກ່າວ ຜູ້ຊະນະເລີດລຸ້ນອາຍຸຕ່ຳກວ່າ 8 ປີ ລາງວັນທີ 1 ໄດ້ແກ່ ນາງ ສຸນາລິນ ລໍຄຳວົງ ມາຈາກໂຮງຮຽນ ທົ່ງກາງ, ລຸ້ນອາຍຸ 8-11 ປີ ລາງວັນທີ 1 ໄດ້ ແກ່ ທ້າວ ຄຳພູ ສີຫາລາດ ມາຈາກໂຮງຮຽນ ຫ້ອມສະຫວັນ ແລະ ລຸ້ນອາຍຸ 12-15 ປີ ລາງວັນທີ 1 ໄດ້ແກ່ ນາງ ສຸມິຕາ ໄຄ້ຍະວົງ ມາຈາກໂຮງຮຽນ ນີຣະດາ, ເຊິ່ງ ລາງວັນທີ 1 ແມ່ນໄດ້ຮັບເງິນລາງວັນ 5 ລ້ານກີບ, ພ້ອມດ້ວຍຖ້ວຍ ລາງວັນ, ລາງ ວັນທີ 2 ໄດ້ຮັບເງິນລາງວັນ 4 ລ້ານກີບ, ລາງວັນທີ 3 ໄດ້ຮັບເງິນ 3 ລ້ານກີບ ແລະ ລາງວັນຊົມເຊີຍ 2 ລາງວັນ, ລາງວັນລະ 2 ລ້ານກີບ ແລະ ໂຮງຮຽນຂອງຜູ້ຖືກຄັດ ເລືອກ ກໍໄດ້ຮັບເງິນລາງວັນເຊັ່ນດຽວກັນ, ຊຶ່ງໂຄງການດັ່ງກ່າວໄດ້ຈັດຂຶ້ນເປັນປີທີ 10, ເຊິ່ງໃນປີນີ້ ໄດ້ເປີດກວ້າງໃຫ້ນັກຮຽນທົ່ວປະເທດມີສ່ວນຮ່ວມໃນການສົ່ງຮູບພາບຂອງ ຕົນເຂົ້າຮ່ວມປະກວດໃນໂຄງການດັ່ງກ່າວນ. ນອກຈາກນີ້ ຜົນງານຂອງຜູ້ຊະນະເລີດຍັງຖືກສົ່ງເຂົ້າໄປປະກວດແຕ້ມຮູບໃນລະດັບສາກົນທີ່ປະເທດຍີ່ປຸ່ນອີກດ້ວຍ.

No comments:

Post a Comment