Ad

Ad

16 March 2016

ແລ້ງ​ນີ້​ບາງ​​ເຂດ​ໃນ​ນະຄອນຫຼວງ​ວຽງ​ຈັນຈະ​ຂາດ​ນ້ຳ​​ໃຊ້

          ປີນີ້ກໍເຊັ່ນດຽວກັນກັບປີຜ່ານມາພໍຕົກເຂົ້າສູ່ລະດູແລ້ງສະພາບອາກາດ​​ຈະຮ້ອນອົບເອົ້າ​​ເຮັດໃຫ້ຄວາມຕ້ອງການນ້ຳດື່ມ, ນ້ຳໃຊ້ຂອງປະຊາຊົນ​​ເພີ່ມຫຼາຍຶ້, ຂະນະທີ່ການສະໜອງນ້ຳປາປາປີນີ້ກໍຍັງມີປະລິມານຈຳກັດ, ຊຶ່ງເຫັນໄດ້ໃນປັດຈຸບັນມີບາງເຂດໃນນະຄອນຫຼວງວຽງຈັນເລີ່ມມີສະພາບນ້ຳປະປາ​​ມາບໍ່ເປັນປົກກະຕິ  ແລະ ມາໃນປະລິມານໜ້ອຍ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາ ຊົນໃນບາງຂົງເຂດເນີນສູງດັ່ງກ່າວ,. ຂະນະທີ່ນ້ຳປະປານະຄອນຫຼວງວຽງຈັນໃຫ້​​ເຫດຜົນວ່າປັດຈຸ ບັນການກໍ່ສ້າງໂຮງງານນ້ຳປະປາດົງໝາກຄາຍ​​ແມ່ນສຳເລັດແລ້ວ 100 % ​, ​ແຕ່ຍັງຢູ່ໃນຂັ້ນຕອນການທົດລອງຈຶ່ງບໍ່ສາມາດສະໜອງນ້ຳເປັນປົກກະຕິໄດ້ ​​ແລະເຊື່ອວ່າຍັງອີກບໍ່ດົນໂຮງງານແຫ່ງນີ້ຈະເປີດນຳໃຫ້ເປັນ
ປົກກະຕິ ແລະ ຮອດເວລານັ້ນກໍຈະເຮັດໃຫ້ການສະໜອງນ້ຳໃຊ້ໃນນະຄອນຫຼວງວຽງຈັນມີຄວາມສະດວກດີຂຶ້, ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນກະກຽມພາສະນະບັນຈຸນ້ຳສຳລັບຊົມໃຊ້ໃນຢາມຈຳເປັນຈະເປັນການດີກວ່າ.

ນ້ຳປະປານະຄອນຫຼວງ​​ໃຫ້ຮູ້ອີກວ່າ: ​ໃນປີຜ່ານມາເລີ່ແຕ່ກາງເດືອນກຸມພາເປັນຕົ້ນມາຄວາມຕ້ອງການຊົມໃຊ້ນ້ຳຂອງນະຄອນຫຼວງວຽງຈັນສູງກວ່າ 320 ພັນແມັດກອນຕໍ່ມື້, ຂະນະທີ່ກຳລັງການຜະລິດຂອງໂຮງງານນ້ຳປະປາທັງ 4 ​ແຫ່ງໃນເມື່ອກ່ອນມີພຽງ 180 ພັນແມັດກອນຕໍ່ມື້ ​​ແລະ ປີນີ້ກໍເຊັ່ນດຽວກັນ,​ ແຕ່ກໍຍັງໂຊກດີທີ່ໂຮງງານນ້ຳປະປາດົງໝາກຄາຍໄດ້​​ກໍ່ສ້າງສຳເລັດຊຶ່ງຈະຊ່ວຍສະໜອງນ້ຳໄດ້ຫຼາຍຂື້ນກ່ວາປີຜ່ານມາ, ແຕ່ເຖິງຢ່າງໃດກໍ ຂໍຮຽກຮ້ອງໃຫ້ພວກເຮົາທຸກຄົນຈົ່ງຊ່ວຍກັນນຳໃຊ້ນ້ຳຢ່າງປະຢັດຈະເປັນການດີທີ່ສຸດ.

No comments:

Post a Comment