Ad

Ad

2 September 2016

ພິທີຈັບສະຫລາກແຈກໂທລະສັບມືຖືໄອໂຟນ 6 ເອັສ

          ວັນທີ 30 ສິງຫາຜ່ານມານີ້, ບໍລິສັດ ລາວເທບຈະເລີນປະກັນໄພ ຈຳກັດ, ໄດ້ຈັບສະຫລາກແຈກລາງວັນໂທລະສັບມືຖື ໄອໂຟນ 6ເອັສ (IPhone 6S), ໃຫ້ລູກຄ້າທີ່ຊື້ປະກັນໄພລົດແຕ່ວັນທີ 1 ມີຖຸນາເຖິງ 29 ສິງຫານີ້, ໃນຊ່ວງໄລຍະ 3 ເດືອນຜ່ານມາທາງບໍລິສັດ ລາວເທບຈະເລີນປະກັນໄພ ໄດ້ອອກສັນຍາປະກັນໄພລົດໄລຍະຍາວ ແລະ ໄລຍະສັ້ນໄດ້ແລ້ວ 2.400 ສັນຍາ ໃນທົ່ວປະເທດ. ຜູ້ໂຊກດີທີ່ໄດ້ຮັບໂທລະສັບມືຖືໜ່ວຍທຳອິດໄດ້ແກ່ສັນຍາເລກທີ 806652 ປະເພດລົດເກັງ ສັນຍາປະ ກັນໄພລົດອອກຊື່: ທ່ານ ເຄນ ລັດຕະນະວົງ (ທ່ານ ວຽງສະຫວັນ ອຸມະໂນ) ຢູ່ບ້ານນາງ່າ, ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ.


          ປະທານບໍລິສັດ ໃຫ້ຮູ້ວ່າ: ປັດຈຸບັນ ບໍລິສັດ ລາວເທບຈະເລີນປະກັນໄພ ຈຳກັດ ໄດ້ມີຕົວແທນທັງ ໝົດ 135 ຕົວແທນ ແບ່ງອອກເປັນສອງປະເພດຄື: ຕົວແທນປະກັນຊີວິດມີ 50 ທ່ານ ແລະ ຕົວແທນປະກັນໄພທົ່ວໄປມີ 85 ທ່ານ ໃນທົ່ວປະເທດໄວ້ຄອຍບໍລິການລູກຄ້າຕະຫລອດ 24 ຊົ່ວໂມງ ແລະ ໃນໄລຍະຜ່ານມາ, ບໍລິສັດພວກເຮົາຍັງໄດ້ລົງໂຄສະນາທາງໂທລະພາບ, ວິທະຍຸ, ໜັງສືພິມ ເປັນປະຈຳວ່າ: ສຳລັບລູກຄ້າທ່ານໃດທີ່ຊື້ປະກັນໄພລົດກັບພວກເຮົາໃນມື້ນີ້ມີສິດລຸ້ນຮັບໂຊກລາງວັນໂທລະສັບມືຖືໄອໂຟນ 6ເອັສ ໃນທຸກໆ 3 ເດືອນ.

No comments:

Post a Comment