Ad

Ad

2 September 2016

ໂຄງການສົ່ງເສີມການຈ້າງງານໃນເຂດຊົນນະບົດຂອງລາວໄດ້ ຮັບຜົນສຳເລັດສູງສຸດ

          ທ້າຍເດືອນສິງຫາຜ່ານມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ ຈັດກອງປະຊຸມລະດັບຊາດເພື່ອປຶກສາຫາລືກ່ຽວກັບໂຄງການສົ່ງເສີມການສ້າງລາຍໄດ້ ແລະ ການສ້າງວຽກເຮັດງານທຳໃນຊົນນະບົດຂຶ້ນທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການ ເປັນປະທານຂອງທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ມີທ່ານ ເມົາລິຊິໂອະ ບູຊິ ອຳນວຍການຫ້ອງການອົງການແຮງງານ ສາກົນໃນພາກພື້ນອາຊີ (ILO)ເຂົ້າຮ່ວມນຳດ້ວຍ.
          ກອງປະຊຸມ ໄດ້ຮັບຟັງການລາຍງານໃນການຈັດຕັ້ງປະຕິບັດໂຄງການດັ່ງ ກ່າວ, ຊຶ່ງໄດ້ຊີ້ໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມານີ້ມີຜົນຕອບຮັບເປັນຢ່າງດີ, ໂດຍສະເພາະ ວິທີການຈັດຕັ້ງປະຕິບັດແບບປະສົມປະ ສານ, ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ໃຫ້ກັບປະຊາ ຊົນໃນເຂດຊົນນະ ບົດ, ສາມາດປັບປຸງການເຊື່ອມໂຍງຕະຫລາດ, ຊຶ່ງໂຄງການດັ່ງກ່າວແມ່ນສາມາດສະໜອງບົດຮຽນໃນການສ້າງແຜນງານ ແລະ ນະໂຍບາຍໃນລະດັບຊາດ, ພ້ອມນີ້ ກອງປະຊຸມຍັງໄດ້ປຶກສາຫາລືເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃນໄລຍະ 2 ແລະ ຕົກລົງຮັບຮອງ ເອົາ 2 ແຂວງເປົ້າໝາຍໃໝ່ຕື່ມອີກ.


          ໂຄງການສົ່ງເສີມການຈ້າງງານໃນຊົນນະບົດໄດ້ຮັບການທົດລອງຈັດຕັ້ງປະຕິບັດຂຶ້ນໃນປີ 2012 ເພື່ອຫລຸດຜ່ອນຄວາມທຸກຍາກຢູ່ແຂວງເຊກອງ, ເຊິ່ງເປັນແຂວງໜຶ່ງທີ່ທຸກຍາກທີ່ສຸດຂອງລາວ, ໂດຍການສະໜັບສະໜູນທຶນຈາກອົງການແຮງງານສາກົນ (ILO), ໂຄງການດັ່ງກ່າວຖືກສ້າງຂຶ້ນບົນພື້ນຖານບົດຮຽນທາງດ້ານວິຊາການທີ່ຖອດຖອນຈາກການມີສ່ວນຮ່ວມໃນການເຮັດວຽກຢູ່ລາວ ແລະ ປະເທດອື່ນໆໃນໂລກເປັນຕົ້ນການມີສ່ວນຮ່ວມຂອງຊຸມຊົນ, ການປັບປຸງໂຄງລ່າງພື້ນຖານໂດຍອາໄສຊັບພະຍາກອນທີ່ມີໃນທ້ອງຖິ່ນ, ການປັບປຸງຕ່ອງໂສ້ການຕະຫລາດ, ການສະໜັບສະໜູນ ວິສາຫະກິດຂະໜາດນ້ອຍ, ການພັດທະນາສີມືແຮງງານ, ສຸຂະພາບ ແລະ ຄວາມປອດໄພໃນບ່ອນ ເຮັດວຽກ ແລະ ອື່ນໆ.

No comments:

Post a Comment