Ad

Ad

2 September 2016

ຕ້ອງເລັ່ງປົວແປງ ແລະ ປະດັບປະດາຕົວເມືອງຫລວງໃຫ້ສວຍງາມຕ້ອນຮັບກອງປະຊຸມສຸດຍອດອາຊຽນ

          ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າປັດຈຸບັນປະເທດເຮົາພວມສຸມໃສ່ກະກຽມໃຫ້ແກ່ການເປັນເຈົ້າ ພາບກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມສຳຄັນອື່ນໆ ທີ່ຈະຈັດຂື້ນຢູ່ນະຄອນ ຫຼວງວຽງຈັນໃນມໍ່ໆນີ້, ໃນຂະນະນີ້ ອຳນາດການປົກຄອງຂັ້ນຕ່າງໆກໍຄືພາກສ່ວນກ່ຽວຂ້ອງ (ອພ ບ) ກໍໄດ້ເອົາໃຈໃສ່ເປັນພິເສດໃນການຮັກສາອະນາໄມ ແລະ ປະດັບປະດາຕົວເມືອງໃຫ້ມີຄວາມສະອາດງົດງາມເພື່ອຕ້ອນຮັບແຂກບ້ານແຂກເມືອງຜູ້ສຳຄັນທີ່ຈະມາຮ່ວມກອງປະຊຸມສຳຄັນດັ່ງກ່າວ ແລະ ເພື່ອໃບໜ້າໃບຕາຂອງປະເທດ, ດ້ວຍການຕິດທຸງຊາດ, ທຸງທິວ, ດອກໄຟ ແລະ ປ້າຍຄຳຂວັນຕ່າງໆຕາມຖະໜົນຫົນທາງສາຍຫຼັກ, ສຳນັກງານອົງການ, ສະຖາທີ່ປະຊຸມ, ເຮືອນພັກຄະນະຜູ້ແທນ,ຕະຫຼອດຮອດບ້ານເຮືອນຂອງປະຊາຊົນທີ່ຢູ່ຕາມແຄມທາງເບິ່ງແລ້ວກໍສວຍງາມ ແລະ ມີຄວາມປະທັບໃຈ. ແຕ່ຄຽງຄູ່ກັນນັ້ນກໍຍັງສັງ
ເກີດເຫັນວ່າມາຮອດວັນທີ 1 ກັນຍານີ້ຍັງມີຫລາຍເສັ້ນທາງໃນຕົວເມືອງທີ່ມີສະພາບເປ່ເພບາງບ່ອນຍ້ອນໄພທຳມະຊາດ, ເສັ້ນທາງເກົ່າແກ່, ສ້າງບໍ່ໄດ້ມາດຕະຖານຍັງບໍ່ໄດ້ຮັບການປົວແປງໃຫ້ດີເທົ່າທີ່ຄວນຕົວຢ່າງ ເສັ້ນທາງແຕ່ສີແຍກທາດຫຼວງ - ໄຟແດງສູນການຄ້າລາວໄອເຕັກ,ເຊັ່ນດຽວກັນກັບດອນກາງວົງວຽນເສັ້ນທາງຄູວຽງໃກ້ກັບວິທະຍາໄລຄອມເຊັນເຕີທີ່ເປ່ຈາກອຸປະຕິເຫດ, ແຕ່ຍັງບໍ່ໄດ້ຮັບການສ້ອມແປງ,ໂດຍປະຊາຊົນສ່ວນຫຼາຍຕ່າງກໍໃຫ້ຄວາມສົນໃຈ ແລະ ເປັນ ຫ່ວາງຕໍ່ສະພາບເສັ້ນທາງດັ່ງກ່າວວ່າຈະສ້ອມແປງກອງສຸດຍອດອາຊຽນ ຫຼື ບໍ່. ດັ່ງນັ້ນ ຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງເລັ່ງລົງມືໃຫ້ສຳເລັດໂດຍໄວ,ເພື່ອໃຫ້ນະຄອນຫຼວງວຽງຈັນມີຄວາມສະອາດຈົບງາມ, ສີວິໄລ, ເພື່ອແຂກຕ່າງດ້າວທ້າວຕ່າງແດນທີ່ເຂົ້າມາຮ່ວມກອງປະຊຸມໄດ້ຍົກຍ້ອງ ແລະ ເປັນທີ່ປະທັບໃຈ.

No comments:

Post a Comment