Ad

Ad

2 September 2016

ການເຊື່ອມໂຍງທາງດ້ານເສດຖະກິດຂອງອາຊຽນ

              ເຖິງວ່າປະຊາຄົມເສດຖະກິດອາຊຽນໄດ້ຮັບການກ່າວເຖິງຢ່າງກວ້າງຂວາງໃນປັດຈຸບັນ, ແຕ່ໃນຄວາມເປັນຈິງຂະບວນການເຊື່ອມໂຍງເສດຖະກິດຂອງອາຊຽນນັ້ນໄດ້ດຳເນີນມາເປັນເວລາຫລາຍທົດສະວັດແລ້ວ.
             ການເຊື່ອມໂຍງເສດຖະກິດທີ່ເກາະກ່າຍອາຊຽນເຂົ້າກັນໃນໄລຍະຜ່ານມາໄດ້ເລີ່ມເປັນຮູບເປັນຮ່າງຂຶ້ນໂດຍຜ່ານຫລາຍຊ່ອງທາງ, ໃນນັ້ນລວມທັງການຮ່ວມຕົວກັນຂອງບັນດາປະເທດສະມາຊິກອາຊຽນໃນການຜະລິດເຄື່ອງຫັດຖະກຳ, ການປັບປຸງສິ່ງອຳນວຍຄວາມສະດວກໃນການເຄື່ອນຍ້າຍຜະລິດຕະພັນຂ້າມແດນ ແລະ ກົນໄກອື່ນໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄຫລວຽນຂອງສິນຄ້າ, ການບໍລິການ, ແຫລ່ງທຶນຕະຫລອດຮອດແຮງງານທີ່ມີສີມືຢູ່ໃນພາກພື້ນໃຫ້ຄ່ອງຕົວຂຶ້ນກວ່າເກົ່າ. ສິ່ງດັ່ງກ່າວໄດ້ປະກອບສ່ວນເຮັດໃຫ້ອາຊຽນກາຍເປັນໜຶ່ງໃນບັນດາພາກພື້ນທີ່ມີຄວາມເຂັ້ມແຂງທີ່ສຸດໃນໂລກ ແລະ ເປັນສ່ວນຮ່ວມສຳຄັນຕໍ່ການເຕີບໃຫຍ່ທາງເສດຖະກິດຂອງໂລກ.

  ການເຊື່ອມໂຍງທາງເສດຖະກິດ ແລະ ກາລະໂອກາດທີ່ອາຊຽນເປີດສູ່ໂລກ ໄດ້ນຳຜົນປະໂຫຍດທີ່ເປັນຮູບປະທຳທາງດ້ານການເງິນ ແລະ ເສດຖະກິດມາສູ່ປະຊາຊົນອາຊຽນຈຳນວນຫລາຍຮ້ອຍລ້ານຄົນ. ສົມມຸດວ່າຖ້າອາຊຽນເປັນປະເທດໜຶ່ງ, ອາຊຽນຈະເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບ 7 ຂອງໂລກ ແລະ ເປັນອັນດັບ 3 ຂອງອາຊີ, ນັບແຕ່ປີ 2007-2014 ລວມຍອດຜະລິດຕະພັນພາຍໃນຂອງອາຊຽນໄດ້ເພີ່ມຂຶ້ນເກືອບສອງເທົ່າຕົວເປັນ 2,57 ພັນຕື້ໂດລາສະຫະລັດ.
            ມາເຖິງປັດຈຸບັນ, ອັດຕາພາສີລະຫວ່າງບັນດາປະເທດອາຊຽນໄດ້ຫລຸດລົງເກືອບຮອດສູນເປີເຊັນ, ອັນໄດ້ເຮັດໃຫ້ລາຄາສິນຄ້າຕ່າງໆຫລຸດລົງ ແລະ ຜູ້ບໍລິໂພກມີທາງເລືອກຫລາຍຂຶ້ນ. ອາ ຊຽນໄດ້ກາຍເປັນຈຸດໝາຍປາຍທາງໃນການລົງທຶນທີ່ໄດ້ມາດຕະຖານຂອງໂລກ, ເຊິ່ງສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໄດ້ປະມານ 136 ຕື້ໂດລາສະຫະລັດໃນປີ 2014 ອັນໄດ້ສ້າງກາລະໂອກາດທາງເສດຖະກິດ ແລະ ວຽກເຮັດງານທຳໃຫ້ປະຊາຊົນໃນພາກພື້ນຫລາຍຂຶ້ນກວ່າເກົ່າ. ຂະນະດຽວກັນການເປີດເສລີດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດອາຊຽນຈະນຳຜົນປະ ໂຫຍດມາສູ່ພາກພື້ນນີ້ຫລາຍຂຶ້ນຕື່ມໃນອະນາຄົດ ແລະ ອາຊຽນຈະກາຍເປັນພາກພື້ນທີ່ມີເສດຖະກິດໃຫຍ່ອັນດັບ 4 ຂອງໂລກໃນປີ 2050.

            ການປະກາດສ້າງຕັ້ງປະຊາຄົມເສດຖະກິດອາຊຽນຢ່າງເປັນທາງການໃນວັນທີ 31 ທັນວາ 2015 ເປັນຂີດໝາຍສຳຄັນໃນຂະບວນການດຳເນີນການເຊື່ອມໂຍງເສດຖະກິດພາກພື້ນຂອງອາຊຽນ. ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ (2008-2015) ທີ່ບັນດາຜູ້ນຳໄດ້ຮັບຮອງເອົາໃນເດືອນພະຈິກ 2007 ໄດ້ຊ່ວຍເຍືອງທາງໃຫ້ພາກພື້ນອາຊຽນກ້າວໄປສູ່ການສ້າງຕັ້ງປະຊາຄົມເສດຖະກິດອາຊຽນຢ່າງເປັນທາງການເຊິ່ງປະກອບດ້ວຍ 4 ຄຸນລັກສະນະຄື: ເປັນຕະຫລາດ ແລະ ຖານການຜະລິດໜຶ່ງດຽວ. ເປັນພາກພື້ນທີ່ມີຄວາມສາມາດແຂ່ງຂັນທາງເສດຖະກິດສູງ. ເປັນພາກພື້ນທີ່ມີການພັດທະນາທາງເສດຖະກິດທີ່ມີຄວາມສົມດູນກັນ ແລະ ເປັນພາກພື້ນທີ່ສາມາດເຊື່ອມໂຍງກັບເສດຖະກິດໂລກໄດ້ຢ່າງເຕັມສ່ວນ. ໃນຖານະເປັນປະຊາຄົມທີ່ມີການເຊື່ອມໂຍງກັນ ອາຊຽນມີເປົ້າໝາຍຈະກາຍເປັນພາກພື້ນທີ່ມີລະບຽບການທີ່ກະທັດຮັດ, ມີອັດຕາພາສີຕໍ່າ, ມີມາດຕະຖານທີ່ກົມກຽວກັນ, ມີການເຊື່ອມໂຍງດ້ານລະບຽບຫລັກການ ແລະ ມີຄວາມໂປ່ງໃສຫລາຍຂຶ້ນ, ເປັນສູນລວມທາງດ້ານຊັບພະຍາກອນມະນຸດທີ່ມີສີມື, ມີລະດັບການສຶກສາສູງ ແລະ ເປັນແຫລ່ງຜູ້ບໍລິໂພກທີ່ກວ້າງ ຂວາງ ແລະ ເຂັ້ມແຂງ.

No comments:

Post a Comment