Ad

Ad

2 September 2016

ຜູ້ນໍາອາຊຽນຈະຮັບຮອງຫລາຍເອກະສານສໍາຄັນຂອງເສົາຄໍ້າວັດທະນະທໍາ-ສັງຄົມ

           ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຈະຈັດຂຶ້ນໃນວັນທີ 6-8 ກັນຍານີ້, ທີ່ນະຄອນຫລວງວຽງຈັນ, ຜູ້ນໍາບັນດາປະເທດອາຊຽນຈະໄດ້ຮັບຮອງເອົາຫລາຍເອກະສານສໍາຄັນຂອງເສົາຄໍ້າວັດທະນທໍາ-ສັງຄົມ, ພາຍຫລັງເອກະສານດັ່ງກ່າວແມ່ນໄດ້ຮັບການເຫັນດີເປັນເອກະພາບຈາກກອງປະຊຸມລັດຖະມົນຕີວັດທະນາທໍາ-ສັງຄົມອາຊຽນຄັ້ງທີ 16 ແລ້ວໃນວັນທີ 31 ສິງຫາ2016 ຜ່ານມາ, ທີ່ນະຄອນຫລວງວຽງຈັນ.

             ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນທໍາ ແລະ ທ່ອງທ່ຽວ ບໍ່ແສງຄໍາ ວົງດາລາ ໃນນາມຂະແໜງການເຈົ້າພາບຈັດກອງປະຊຸມດັ່ງກ່າວ ໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີວັດທະນາທໍາ-ສັງຄົມອາຊຽນຄັ້ງທີ 16 ໄດ້ໄຂຂຶ້ນໃນວັນທີ 31 ສິງຫາ 2016 ຜ່ານມາ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນມື້ດຽວກັນ, ກອງປະຊຸມໄດ້ຜ່ານເອກະສານສໍາຄັນຫລາຍສະບັບຄື: ຖະແຫລງການ
ວຽງຈັນກ່ຽວກັບການຮ່ວມມືທາງດ້ານມໍລະດົກວັດທະນາທໍາຂອງບັນດາປະເທດອາຊຽນ, ຖະແຫລງການອາຊຽນກ່ຽວກັບການຮັບມືກັບພະຍາດຕິດແປດທາງເພດສໍາພັນ ແລະ ພະຍາດເອດ, ຖະແຫລງການຮ່ວມຂອງບັນດາປະເທດອາຊຽນກ່ຽວກັບກອງປະຊຸມຄັ້ງທີ 13 ຂອງບັນດາຝ່າຍກ່ຽວຂ້ອງກັບຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເພື່ອປະກອບໃນກອງປະຊຸມຂອງອົງການສະຫະປະຊາຊາດກ່ຽວກັບການປ່ຽນແປງດິນຟ້າອາກາດ, ຖະແຫລງການບານດາຊີຣີເບກາວັນຂອງບລູໄນກ່ຽວກັບການຮ່ວມມື ແລະ ການໂຄສະນາກ່ຽວກັບວັດທະນາທໍາ ແລະ ສີລະປະຂອງບັນດາປະເທດອາຊຽນ ແລະ ແຜນການຮ່ວມມືຂອງປະເທດອາຊຽນກ່ຽວກັບການຈໍາກັດມົນລະພິດທາງດ້ານຄວັນ ແລະ ລະຫວ່າງຊາດຂອງບັນດາປະເທດອາຊຽນ, ພ້ອມນີ້ຍັງມີເອກະສານກ່ຽວກັບການຮ່ວມມືຂອງບັນດາປະເທດອາຊຽນເພື່ອແກ້ໄຂໄພພິບັດທີ່ເກີດຂຶ້ນຢູ່ພາຍໃນ ແລະ ພາຍນອກຂົງເຂດອາຊຽນ ລວມເຖິງສະເໜີໃຫ້ລັດຖະມົນຕີສາທາລະນະສຸກຂອງບັນ ດາປະເທດອາຊຽນສືບຕໍ່ຄົ້ນຄວ້າ ແລະ ຮັບຮອງເອົາຫລັກການກ່ຽວກັບຄວາມປອດໄພທາງດ້ານອາຫານຂອງບັນດາປະເທດອາຊຽນ, ຊຶ່ງເອກະສານສໍາຄັນດັ່ງກ່າວຈະໄດ້ນໍາສະເໜີຕໍ່ໃຫ້ບັນດາຜູ້ນໍາອາຊຽນລົງນາມຮັບຮອງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ທີ່ຈະຈັດຂຶ້ນໃນວັນທີ 6-8 ກັນຍານີ້ທີ່ນະຄອນຫລວງວຽງຈັນ ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍວິໄສທັດອາຊຽນປະກົດຜົນເປັນຈິງ.

No comments:

Post a Comment