Ad

Ad

2 September 2016

ສື່ມວນຊົນລາວມີຄວາມພ້ອມສູງເພື່ອໂຄສະນາກອງປະຊຸມສຸດຍອດອາຊຽນ

            ທ່ານຫົວໜ້າກົມສື່ມວນຊົນ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປີ່ນປາດຖະໜາ ພັນທະມາລີ ໃຫ້ຮູ້ວ່າ: ສື່ມວນຊົນພາຍໃນປະເທດແມ່ນກໍາລັງສໍາຄັນທີ່ຢູ່ໃນອະນຸກໍາມະການໂຄສະນາເຜີຍແຜ່ວັດທະນະທໍາ ແລະ ຂໍ້ມູນຂ່າວສານ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມປີ່ນອ້ອມສໍາຄັນອື່ນໆທີ່ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້ໃຫ້ມີຜົນສໍາເລັດຈົບງາມ ແລະ ເພື່ອຮັບປະກັນໃຫ້ເນື້ອໃນການໂຄສະນາແກ່ກອງປະຊຸມດັ່ງກ່າວມີຄວາມຖືກຕ້ອງ,ເປັນເອກະພາບ, ວ່ອງໄວ ແລະ ທັນການນັ້ນ ແມ່ນໄດ້ສ້າງຕັ້ງໜ່ວຍງານສູນຂ່າວພາຍໃນຢູ່ສູນການຮ່ວມມື ແລະ ຝຶກອົບຮົມ (ITCT) ຫລັກ 5 ແລະ ໄດ້ຈັດສັນນັກຂ່າວຈາກອົງການສື່ສໍາຄັນຕ່າງໆເປັນຕົ້ນ: ໂທລະພາບແຫ່ງຊາດ, ວິທະຍຸແຫ່ງຊາດ, ສໍານັກຂ່າວສານ
ແຫ່ງປະເທດລາວ ແລະ ຂະແໜງການອື່ນໆຫລາຍກວ່າ 400 ຄົນເຂົ້າປະຈໍາການຕາມແຕ່ລະຈຸດ ແລະ ສະຖານທີ່ສໍາຄັນຕ່າງໆ ເພື່ອໃຫ້ສາມາດເກັບກໍາຂໍ້ມູນຂ່າວສານ ແລະ ການເຄື່ອນໄຫວຕ່າງໆໃນໄລຍະດໍາເນີນກອງປະຊຸມໄດ້ມີຄວາມສະດວກວ່ອງໄວ ແລະ ທັນເຫດການມາສູ່ສັງຄົມເປັນຢ່າງດີ. ສະນັ້ນ, ມາຮອດປັດຈຸບັນເຫັນວ່າກໍາລັງສື່ມວນຊົນລາວເຮົາແມ່ນມີຄວາມພ້ອມສູງເພື່ອປະຕິບັດໜ້າທີ່ຂອງຕົນຮັບໃຊ້ໃຫ້ແກ່ກອງປະຊຸມສໍາຄັນຄັ້ງນີ້ໃຫ້ປະສົບຜົນສໍາເລັດຈົບງາມ.

No comments:

Post a Comment