Ad

Ad

18 July 2014

ຍທຂ ກ່າວກ່ຽວກັບເສັ້ນທາງລຽບແຄມຂອງແຕ່ເມືອງຫາດຊາຍຟອງຫາປາກງື່ມ ແລະ ບາງເສັ້ນທາງກໍ່ສ້າງຊັກຊ້າ



    ທ່ານ​ນາງ ວິ​ໄລ​ຄຳ ​ໂພ​ສາລາ​ດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ ຊວງ​ໂຍທາ​ທິການ​ ແລະ ຂົນ​ສົ່ງ​​​(ຍທຂ) ໄດ້ໃຫ້​ຮູ້​ວ່າ: ລັດຖະ ບານ​ພວມ​ມີ​ແຜນ​ກໍ່ສ້າງ ​ແລະ ຍົກ​ລະ ດັບ​ເສັ້ນທາງ​ລຽບ​ແຄມ​ຂອງ​ແຕ່​ເມືອງ​ຫາດ​ຊາຍ​ຟອງ ຫາ​ເມືອງ​ປາກ​ງື່ມ ​ເພື່ອສ້າງ​ເປັນ​ຄັນ​ຄູ​ປ້ອງ​ກັນ​ນ້ຳ​ຖ້ວມ​ນະຄອນ ຫລວງ​ວຽງ​ຈັນ ເຊິ່ງ​ເປັນ​ໂຄງ ການ​ຫລຸດຜ່ອນ​ຄວາ​ມສ່ຽງ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ຖ້ວມ ສຳລັບ​ບັນ ດາ​ປະ​ເທດ​ໃນ​ຂົງ​ເຂດ​ອະນຸ​ພາກ​ພື້ນແມ່​ນ້ຳຂອງ ​ເຊິ່ງມີ​ມູນ​ຄ່າ​ທັງ​ໝົດ 37,09 ລ້ານໂດ​ລາ​ສະ ຫະລັດ ຫລື ປະມານ 296 ຕື້​ກວ່າ​ກີບ. ມາ​ຮອດ​ປັດຈຸບັນແມ່ນ​ສຳ​ເລັດ​ການ​ທົບ​ທວນ ແລະ ປັບປຸງ​ຄືນ​ແຜນ​ຈັດ​ຕັ້ງ​ປະຕິບັດ​ໂຄງ ການຄາດ​ວ່າ​ຈະ​ເລີ່ມລົງມື​ກໍ່ສ້າງ​ໃນ​ເດືອນ​ກຸມພາ ປີ 2015 ແລະ ຈະ​ໃຫ້​ສຳ​ເລັດ​ໃນ​ຕົ້ນ​ປີ 2018. ໃນ​ໄລຍະ​ກໍ່ສ້າງ​ນີ້, ກະຊວງ​ໂຍ ທາ​ທິການ ແລະ ຂົນ ສົ່ງ​ຈະ​ສົມທົບ​ກັບ​ພະ​ແນ​ກ​ໂຍທາ​ທິການ ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນເພື່ອ​ກວດກາ​ສະພາບ​ເສັ້ນທາງ ​ແລະ ​ແກ້​ໄຂ​ສ້ອມ​ແປງ​ເສັ້ນທາງ​ຊົ່ວຄາວໃນ​ບ່ອນ​ທີ່​ຈຳ​ເປັນເພື່ອ​ຮັບປະກັນ​ການ​ສັນຈອນ​ໃຫ້​ມີ​ຄວາມ​ສະດວກ. ສ່ວນ​ໄລຍະ​ການ​ກໍ່ສ້າງກະ ຊວງດັ່ງກ່າວ​ຈະ​ໄດ້​ຊີ້​ນຳ​ໃຫ້​ບໍລິສັດ​ຮັບ​ເໝົາ​ກໍ່ສ້າງ​ເອົາ​ໃຈ​ໃສ່​ຮັບປະກັນ​ການ​ໄປມາ.

     ສຳລັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ບາງ​ຈຸດທີ່​ເຮັດ​ໃຫ້ການ​ໄປມາ​ພົບ​ຄວາມ​ຫຍຸ້ງຍາກ, ຍ້ອນການສ້ອມ​ແປງ​ບໍ່​ແລ້ວ​ຈັກ ເທື່ອ ​ໂດຍ​ສະ​ເພາະເສັ້ນທາງແຕ່ ບ້ານ​ຊຳ​ເຄ້ ຫາ ບ້ານ​ໂຊກ​ນ້ອຍ, ເສັ້ນທາງ​ວັງຊາ​ຍ ຫາ ຫົວ​ຂົວ ນັ້ນ​ກໍ​ມີ​ຫລາຍ​ສາ​ເຫດ​ເປັນ​ຕົ້ນ​ແມ່ນ​ບໍລິ​ສັດ​ຮັບ​ເໝົາ​ກໍ່ສ້າງ​ບໍ່​ສາ ມາດ​ປະຕິບັດ​ໂຄງການ​ໄດ້ເນື່ອງ​ຈາກ​ຂາດ​ເຂີນ​ທຶນ​ໝູນວຽນ​ບໍ່​ຄ່ອງ​ຕົວ, ​ພາຫະນະກົນ​ຈັກ, ບຸ​ກ ຄະລາ​ກອນບໍ່​ພຽງພໍຈຶ່ງ​ເປັນສາ​ເຫດ​ເຮັດ​ໃຫ້​ໂຄງການ​ຊັກ​ຊ້າ ແລະ ​ແກ່ຍາວ​ມາ​ດົນ ເຮັດ​ໃຫ້​ມີ​ຫາງ​ສຽງ​ຈາກ​ສັງຄົມ​ໃນ​ທາງ​ລົບ. ເພື່ອ​ແກ້​ໄຂ​ບັນຫາ​, ກະຊວງ ຍທຂ ໄດ້​ຊີ້​ນຳ​ໃຫ້​ພະ​ແນ​ກ​ໂຍທາ​ທິການ ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນຊຸກຍູ້​ໃຫ້​ບໍລິສັດ​ຮັບ​ເໝົາ​ເລັ່ງລົງມື​ກໍ່ສ້າງ, ພ້ອມ​ທັງ​ສ້ອມ​ແປງ​ເສັ້ນທາງ​ໃຫ້​ຮັບປະກັນ​ການ​ສັນຈອນ​ໄປ​ມາສະ​ດວກ​ໃນ​ໄລຍະ​ລະດູຝົນ ແລະ ກວດກາ​ຄືນ​ການ​ປະຕິ​ບັດ​ສັນຍາ​ຂອງບໍລິສັດ​ຜູ້​ລົງທຶນ, ຖ້າ​ບໍລິສັດ​ໃດ​ບໍ່​ສາມາດ​ປະຕິບັດ​ໄດ້ກໍ​ໃຫ້​ຄົ້ນຄວ້າ​ຊອກ​ເອົາ​ບໍລິສັດ​ທີ່​ມີ​ຄຸນສົມບັດ ​ແລະ ຄວາມ​ພ້ອມ​ຫລາຍ​ດ້ານ​ເຂົ້າ​ມາ​ດຳ​ເນີນ​ການ​ກໍ່ສ້າງ​ແທນ.

No comments:

Post a Comment