Ad

Ad

18 July 2014

ກະຊວງການເງິນກຽມທົດລອງເກັບພາສີຜ່ານລະບົບທະນາຄານ



     ທ່ານ ດຣ. ລຽນ​ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນໄດ້​ໃຫ້​ຮູ້​ວ່າ: ​ເພື່ອ​ຮັບປະກັນ​ໃຫ້ການ​ຈັດ​ເກັບ​ພາສີ​ອາກອນ​ມີ​ຄວາມ​ສະດວກວ່ອງ​ໄວງ່າຍ ດາຍ​ສຳລັບ​ຜູ້​ປະກອບ​ການ ແລະ ຜູ້ເສຍ​ພັນທະຖືກຕ້ອງຕາມ​ລະ ບຽບ​ກົດໝາຍ, ພ້ອມ​ທັງ​ມີ​ປະ ສິດທິພາບ​ໃນ​ຂົງ​ເຂດ​ພາສີ ແລະ ຄັງ​ເງິນໂດຍ​ຈະ​ໄດ້​ເຮັດ​ທົດ​ລອງ​ນຳ​ໃຊ້​ລະບົບ​ແຈ້ງ​ເກັບ​ພາສີ​ແບບ​ອັດຕະ​ໂນ​ມັດ ​ເພື່ອ​ໃຫ້​ຜູ້ເສຍ​ພາສີ​ທີ່​ນຳ​ໃຊ້​ບັດ Smart Cart ແທນ​ເງິນສົດ​ແລ້ວ​ມອບ​ຜ່ານ​ບັດ​ຮູດ​ເງິນ​ຂອງ​ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ BCEL ໂອນ​ເຂົ້າ​ບັນຊີ​ເງິນ​ຝາກ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ ​ໂດຍ​ມີ​ເປົ້າ​ໝາຍ​ເລີ່​ມທົດ​ລອງ​ໃນ​ເດືອນ​ກໍລະກົດ 2014ນີ້ ຢູ່ດ່ານ​ພາສີ​ທ່າ​ນາ​ແລ້ງ, ດ່ານ​ບໍ່ເຕັນ​ ​ແຂວງ​ຫລວງ​ນ້ຳ​ທາ, ດ່ານ​ຂົວ​ມິດຕະພາບ 4 ແຂວງ​ບໍ່​ແກ້ວ, ດ່ານ​ວັງ​ເຕົ່າ ​ແຂວງ​ຈຳປາ​ສັກ. ພ້ອມ​ນັ້ນ​ກໍ​ຈະ​ໄດ້​ຄົ້ນ​ຄວ້າ​ປຶກສາ​ຫາລື​ກັບ​ບັນດາ​ທະນາຄານ​ທຸລະ​ກິ​ດລັດເພື່ອ​ສຶກສາ​ຄວາມ​ອາ​ດສາມາດໃນ​ການ​ບໍລິການ​ຢູ່ບັນດາ​ດ່ານ​ພາສີ​ດ່ານ​ອື່ນໆທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ​​ເປັນ. ສ່ວນ​ຢູ່​ໃນ​ຂົງ​ເຂດ​ສ່ວຍ​ສາ​ອາກອນ​ໄດ້​ນຳ​ໃຊ້​ລະບົບ​ແຈ້ງ​ເສຍ​ອາກອນ​ດ້ວຍ​ລະບົບ​ທີ່​ທັນ​ສະ​ໄໝ​ຜ່ານ​ເວັບ​ໄຊ, ມອບ​ຜ່ານ​ລະບົບ​ທະນາຄານ​ຢູ່​ໃນ 5 ຈຸ​ດຄື ກົມສ່ວຍ​ສາ​ອາ ກອນນະຄອນຫລວງ​ວຽງ​ຈັນ, ແຂວງ​ບໍລິ​ຄຳ​ໄຊ, ຄຳ​ມ່ວນ, ສະ ຫວັນ​ນະ​ເຂດ ​ແລະ ຫລວງ​ພະ​ບາງ. ສ່ວນ​ການ​ປັບປຸງ​ກົນ​ໄກ​ການ​ຄຸ້ມ​ຄອງ, ລະບຽບ​ການ​ໃຫ້​ມີ​ຄວາມ​
ສະດວກ, ປະສິດທິ​ຜົນ ແລະ ວ່ອງ​ໄວ​ຂຶ້ນ​ກວ່າ​ເກົ່າ​ນັ້ນ ກະຊວງ​ການ​ເງິນ​ຈະ​ໄດ້​ເອົາ​ໃຈ​ໃສ່​ເຝິກອົບຮົມ​ດ້ານ​ວິຊາ​ສະ​ເພາະ ​ແລະ ບັນດາ​ລະບຽບ​ກົດໝາຍ​ໃຫ້​ແກ່​ພະນັກງານ​ໃນ​ຂະ​ແໜງ​ການ​ເງິນໂດຍ​ສະ​ເພາະ​ພະນັກງານ​ທີ່​ປະຕິບັດ​ໜ້າ​ທີ່​ຕົວ​ຈິງ​ຢູ່​ຂັ້ນ​ແຂວງ, ​ເມືອງ. ສ່ວນ​ຕໍ່​​ພະນັກງານ ແລະ ຜູ້​ປະກອບ​ການ​ທີ່​ກະທຳ​ຜິດ​ຈະ​ໄດ້​ສຶກສາ​ອົບຮົມ, ກ່າວ​ເຕືອນ ແລະ ຖ້າ​ຫາກ​ເຖິງ​ຂັ້ນ​ຮຸນ​ແຮງ​ແມ່ນ​ຈະ​ໄດ້​ດຳ​​ເນີນ​ຕາມ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ.

2 comments:

  1. ແກ້ໄຂແດ່ "ພາສີ" ບໍ່ແມ່ນ "ພາສາ"

    ReplyDelete
    Replies
    1. ຂອບໃຈຫລາຍໆເດີ

      Delete