Ad

Ad

8 December 2016

ການພົວພັນຮ່ວມມືລະຫວ່າງລາວ-ລັດເຊຍ ນັບມື້ແໜ້ນແຟ້ນ

          ວັນທີ 7 ທັນວານີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ມິກເຮວ ບາຣານອບ (Mikhail BARANOV) ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ລັດເຊຍ ປະຈຳລາວ ໄດ້ຖະແຫລງກ່ຽວກັບຜົນສຳເລັດ ຂອງການພັດທະນາ ແລະ ການຮ່ວມມືລາວ-ລັດເຊຍ ໃນຕະຫລອດ1 ປີຜ່ານມາ ໂດຍສະເພາະດ້ານການເມືອງ, ເສດຖະກິດ-ການຄ້າ, ມະນຸດສະທຳ , ວັດທະນະທຳ ແລະ ບັນຫາອື່ນໆ, ໂດຍໄດ້ຢືນຢັນວ່າ: ລາວ-ສະຫະພັນ ລັດເຊຍ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມມາຕະຫລອດໄລຍະ 56 ປີ ຜ່ານມາ, ໄດ້ຮັບການເສີມຂະຫຍາຍໃຫ້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ແຕກດອກອອກຜົນ
ຢ່າງບໍ່ຢຸດຢັ້ງ, ຊຶ່ງມັນໄດ້ສະແດງອອກລະຫວ່າງການນຳຂັ້ນສູງຂອງສອງປະເທດໄດ້ມີການພົບປະກັນອັນພົ້ນເດັ່ນແມ່ນຂໍ້ຕົກລົງກ່ຽວກັບການຍົກເວັ້ນວີຊາໄປມາ ຫາສູ່ກັນສຳລັບໜັງສືຜ່ານແດນ (ທຳມະດາ), ຂໍ້ຕົກລົງວ່າດ້ວຍ ການຮ່ວມມືລະຫວ່າງ ພັກເອກະພາບລັດເຊຍ ແລະ ພັກປະຊາຊົນ ປະຕິວັດລາວ, ຂໍ້ຕົກລົງວ່າດ້ວຍການປະຕິສຳພັນ ໃນຂົງເຂດການຟອກເງິນ ທີ່ມີລາຍໄດ້ ຈາກການກໍອາດສະຍາກຳ ແລະ ການລະດົມທຶນຂອງ ພວກກໍ່ການຮ້າຍ, ການຮ່ວມມືດ້ານເສດຖະກິດ-ການຄ້າ, ພ້ອມທັງຢືນຢັນການເສີມຂະຫຍາຍການຮ່ວມມື ໃນຫລາຍດ້ານຕື່ມອີກ ເປັນຕົ້ນໃນຂະແໜງໂທລະຄົມມະນາຄົມ, ພະລັງງານນ້ຳ, ການບິນພົນລະເຮືອນ, ບໍ່ແຮ່ ແລະ ອື່ນໆ ນອກຈາກນັ້ນສະຫະພັນລັດເຊຍ ຍັງໄດ້ສົ່ງເສີມວຽກງານ ການສຶກສາສຳລັບປີນີ້ແມ່ນໄດ້ສົ່ງນັກສຶກສາລາວ ໄປສຶກສາຕໍ່ໃນລະດັບຕ່າງໆ ຢູ່ບັນດາມະຫາວິທະຍາໄລ ຂອງລັດເຊຍ ຈຳນວນ 87 ຄົນ ແລະ ມີນັກສຶກສາຈຳນວນໜຶ່ງ ໄດ້ຮຽນກຽມພາສາລັດເຊຍ ຢູ່ສູນວິທະຍາສາດ ແລະ ວັດທະນະທຳລັດເຊຍ ປະຈຳລາວ ຖືເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດຢ່າງໜັກແໜ້ນ. 

1 comment:

  1. ຂໍໂທດ, ເອກອັກຄະລັດຖະທູດ ແຫ່ງສະຫະພັນ ລັດເຊຍ ປະຈຳລາວ ຊື່ ທ່ານມີຄາອິລ ບາຣານໂນບ(Михаил БАРАНОВ)

    ReplyDelete