![]() |
ພາບ-ຂ່າວ : ຫນັງສືພິມ ປກສ |
ປະຊາຊົນໄດ້ເຜີຍແຜ່ຮູບລົດໂຕໂຍຕາ ຟໍຈູນເນີ ສີຂາວ ແລະ ລົດເກງຮຸນໄດອີແລນຕາສີດໍາທີ່ມີປ້າຍທະບຽນ ລລ 1010 ກໍາແພງນະຄອນຄືກັນ ລົງໃນສື່ສັງຄົມອອນລາຍ, ກໍໄດ້ເກີດມີການວິຈານຈາກສັງຄົມຢ່າງກວ້າງຂວາງ, ພ້ອມທັງມີຄໍາຖາມຕັ້ງຂຶ້ນວ່າໃນກໍລະນີນີ້ແມ່ນລົດຄັນໃດແມ່ນປ້າຍທະບຽນຖືກແທ້ ຫລືວ່າພາກສ່ວນກ່ຽວຂ້ອງເກີດຄວາມຜິດພາດດ້ານເຕັກນິກຈຶ່ງເຮັດໃຫ້ມີການອອກທະບຽນລົດຊໍ້າຊ້ອນຄືດັ່ງກ່າວ.
ຕໍ່ບັນຫາດັ່ງກ່າວ, ທ່ານຮອງຫົວໜ້າກົມຈະລາຈອນ ພັນໂທ ກົງສີ ສຸວັນນະຕຸ້ມ
ກໍໄດ້ອອກມາຢືນຢັນຕໍ່ນັກຂ່າວເມື່ອບໍ່ດົນນີ້ວ່າ:
ຜ່ານການກວດກາຂອງເຈົ້າໜ້າທີ່ເຫັນວ່າລົດເກງຮຸນໄດປ້າຍເລກທະບຽນ ລລ 1010 ກຳແພງນະຄອນ
ແມ່ນມີຂໍ້ມູນຢູ່ໃນແຜນຜະລິດປ້າຍຂອງກົມຕຳຫລວດຈະລາຈອນ ແລະ
ເອກະສານຖືກຕ້ອງຕາມລະບຽບກົດໝາຍ, ສ່ວນລົດໂຕໂຍຕາຟໍຈູນເນີປ້າຍເລກທະ
ບຽນທີ່ຄືກັນແມ່ນບໍ່ຖືກຕ້ອງຕາມກົດໝາຍ, ພ້ອມທັງແຈ້ງໃຫ້ຕຳຫລວດຈະລາຈອນທົ່ວປະເທດຖ້າພົບເຫັນລົດໂຕໂຍຕາຟໍຈູນເນີສີຂາວໝາຍເລກທະບຽນ
ລລ 1010 ກຳແພງນະຄອນແມ່ນໃຫ້ຢຶດ ແລະ ກັກຕົວຜູ້ຂັບຂີ່ມາດຳເນີນການສືບສວນ-ສອບສວນ,
ນອກຈາກນີ້ຖ້າປະຊາຊົນເຂດໃດຫາກພົບເຫັນລົດຄັນດັ່ງກ່າວກໍສາມາດແຈ້ງເຈົ້າໜ້າທີ່ລົງໄປແກ້ໄຂໂດຍໄວ.
ທ່ານຮອງຫົວໜ້າກົມຈະລາຈອນ ໃຫ້ຮູ້ວ່າ:
ນັບແຕ່ທ້າຍປີ 2016 ມານີ້,
ໄດ້ ມີປະຊາຊົນແຈ້ງຕໍ່ກົມຕຳຫລວດຈະລາຈອນກ່ຽວກັບເລື່ອງປ້າຍລົດຕົກເຮ່ຍ
ແລະ ຖືກລັກທັງໝົດ 623 ຄັນ, ໃນນັ້ນປ້າຍລົດ 2
ລໍ້ຕົກເຮ່ຍຈຳນວນ 230 ຄັນ, ລົດ 4 ລໍ້ມີ 374 ຄັນ ແລະ ລົດ 6
ລໍ້ມີ 19 ຄັນ ແລະ ມີປ້າຍທີ່ຖືກລັກທັງໝົດ 138 ຄັນ, ຈາກບັນຫາດັ່ງກ່າວຈຶ່ງເຮັດໃຫ້ເກີດມີປ້າຍລົດຊ້ຳຊ້ອນກັນໃນນະ
ຄອນຫລວງວຽງຈັນກໍຄືທົ່ວປະເທດເປັນຈໍານວນບໍ່ໜ້ອຍ, ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ຈະຊື້ລົດທຸກຊະນິດ,
ໂດຍສະເພາະລົດມືສອງແມ່ນໃຫ້ມີສະຕິໃນການກວດກາຂໍ້ມູນຢູ່ກອງຄຸ້ມຄອງພາຫະນະ
ແລະ ການຂັບຂີ່ ຫລື ພະແນກໂຍທາທິການ ແລະ ຂົນສົ່ງໃນທົ່ວປະເທດ
ເພື່ອຮັບປະກັນເອກະສານລົດຖືກ ຕ້ອງ, ເນື່ອງຈາກປັດຈຸບັນມີຄົນບໍ່ດີຈຳນວນໜຶ່ງໄດ້ນຳລົດບໍ່ຖືກຕ້ອງເຂົ້າມາຈໍາໜ່າຍ
ແລະ ນຳໃຊ້ຢູ່ໃນປະເທດເຮົາ ແລະ ໄດ້ປອມແປງປ້າຍທະບຽນເປັນຈໍານວນບໍ່ໜ້ອຍ.
No comments:
Post a Comment