ປັດຈຸບັນນີ້, ໃນແຕ່ລະຊົ່ວໂມງ, ປະຊາຊົນຜູ້ອາໃສຢູ່ສອງຝາກທາງໜອງພະຍາ
(ແຕ່ໄຟແດງຕາມມີໄຊອອກໄປໃສ່ເສັ້ນທາງ 13 ເໜືອ) ແລະ ຜູ້ທຽວທາງດັ່ງກ່າວຕ່າງ
ກໍຕ້ອງໄດ້ທົນທຸກຈາກຂີ້ຝຸ່ນປິວໄຫ່ງຢູ່ຕະຫລອດເວລາ, ຍ້ອນການເບເພຊຸດໂຊມຂອງເສັ້ນທາງດັ່ງກ່າວ
ແລະ ກໍຫລາຍຄັ້ງແລ້ວທີ່ປະຊາຊົນ ແລະອຳນາດການປົກຄອງໄດ້ນຳສະເໜີໃຫ້ຂະແໜງກ່ຽວຂ້ອງ,
ໂດຍ ສະເພາະໂຍທານະຄອນ ຫລວງວຽງຈັນເພື່ອມີວິທີແກ້ໄຂແຕ່ແລ້ວກໍມິດຊ້ອຍມ້ອຍປານຫອຍໄຂ່,
ປະໃຫ້ປະຊາຊົນ ແລະ ຜູ້ທຽວທາງສາຍນີ້ຈະຕ້ອງທົນທຸກໄປ, ໂດຍບໍຮູ້ວ່າເມື່ອໃດຈະຈັດການກໍ່ສ້າງປັບປຸງປະຊາຊົນຄອບຄົວໜຶ່ງຢູ່ແຄມທາງ
ດັ່ງກ່າວ,
ສະແດງຄວາມໝົດຫວັງອອກມາວ່າ: ປັດຈຸບັນຄອບຄົວຈະ
ຕ້ອງໄດ້ປິດປະຕູຢູ່ຕະຫລອດເວລາ, ພາຍຫລັງເສັ້ນທາງສາຍນີ້ເປເພຮ້າຍແຮງລົງ,
ຍາມຝົນກໍໄດ້ທົນທຸກ
ກັບຄວາມເປື້ອນເປັນບວກເປັນຕົມ, ຕົກແລ້ງມາກໍແມ່ນຂີ້ຝຸ່ນ,
ເຄື່ອງຂອງເປີດອອກມາກໍບໍໄດ້ຂາຍຈຳ
ເປັນປິດປະຕູ ແລະ ບໍຮູ້ວ່າຄວາມຫຍຸ້ງຍາກດ່ັງກ່າວ, ດົນປານໃດຈິ່ງຈະໄດ້ຮີບການແກ້ໄຂ,
ເຊິ່ງຜ່ານມາ ກໍໄດ້ງິນຂ່າວຫລາຍບໍລິສັດຍົກໃຫຍ່ເພິ່ນຈະມາຮັບເໝົາປົວແປງແລ້ວ
ໃນທີ່ສຸດກໍມິດຈ້ອຍໄປ, ຢ່າງບໍຮູ້ຕົ້ນ ປາຍສາເຫດ ແລະ
ຕະຫລອດຮອດຂະແໜງໂຍທາເອງເບິ່ງກໍຄືວ່າບໍມີໃຜຈະໄປສົນໃຈນຳເລື່ອງເສັ້ນທາງ ນີ້ເພາະບ່ອນເຂົາສົນອາດແມ່ນເບີເຊັນ
ຈາກຜູ້ຮັບເໝົາຫລາຍກວ່າ. ເອົາລະຫວັງວ່າຫລັງນີ້ພວກເຮົາຈະ ເຫັນການປົວແປງເສັ້ນທາງສາຍນີ້ໃຫ້ມີຄວາມສະດວກສະ
ບາຍດີຂຶ້ນ.
No comments:
Post a Comment