ພາຍຫລັງມີພະຍາດໂປລີໂອເກີດຂຶ້ນຢູ່ບາງທ້ອງຖິ່ນໃນ
ສປປ ລາວ ເມື່ອເດືອນຕຸລາ 2015 ຜ່ານມາ, ປັດຈຸບັນການລະບາດດັ່ງກ່າວແມ່ນຄວບຄຸມໄດ້ແລ້ວຍ້ອນບໍ່ພົບເຫັນກໍລະນີເປ້ຍລ່ອຍເກີດຂຶ້ນໃໝ່.
ທ່ານ ບຸນກອງ ສີຫາວົງ
ລັດຖະມົນຕີກະຊວງສາທາລະນະສຸກ ຊີ້ແຈງໃນກອງປະຊຸມຕອບໂຕ້ການລະບາດພະຍາດໂປລີໂອ, ການຢອດຢາວິຕາມິນອາ ແລະ ຢາຂ້າແມ່ທ້ອງໃຫ້ເດັກອາຍຸລຸ່ມ 5 ປີໃນວັນທີ 3
ພະຈິກນີ້ວ່າ: ຫລັງຈາກມີການລະບາດຂອງພະຍາດດັ່ງກ່າວ, ຂະແໜງສາທາລະນະສຸກ,
ສຶກສາທິການ ແລະ ກິລາ, ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ,
ຜູ້ປົກຄອງເດັກ ແລະ ຄູ່ຮ່ວມພັດທະນາ ເປັນຕົ້ນ: ອົງການອະນາໄມໂລກ,
ອຸຍນິເຊັບ, US-CDC, Rotarian International of Japan,
JICA, KOFIH ແລະ ອື່ນໆ ໄດ້ພ້ອມກັນຈັດບັ້ນສັກຢາ-ຢອດຢາກັນພະຍາດແຫ່ງຊາດ
(ວສຊ) ໂດຍໄດ້ເລີ່ມຕົ້ນໃນເດືອນຕຸລາ 2015 ຜ່ານມາຮອດປັດຈຸບັນລວມທັງໝົດ 8 ຮອບ, ໃນນັ້ນ ຮອບທີ 1, 2 ແມ່ນຈັດຢູ່ 3 ແຂວງຄື:
ໄຊສົມບູນ, ບໍລິຄຳໄຊ ແລະ ຊຽງຂວາງ, ແຕ່ຮອບທີ 3 ເປັນຕົ້ນມາໄດ້ຈັດຂຶ້ນໃນທຸກໆແຂວງທົ່ວປະເທດ, ສາມາດຢອດວັກແຊງກັນໂປລີໂອໃຫ້ລູກຫລານອາຍຸລຸ່ມ 15 ປີ ແລະ ມີ 67
ເມືອງແມ່ນໄດ້ຢອດໃຫ້ປະຊາຊົນທຸກໆກຸ່ມອາຍຸລວມທັງຜູ້ທີ່ໄດ້ຮັບການຢອດຢາໃນຂະບວນການ ວສຊ
ທຸກຮອບຜ່ານມາແມ່ນໄດ້ 13 ລ້ານກວ່າເທື່ອຄົນ, ພ້ອມນີ້ຈະສືບຕໍ່ຈັດຂະບວນ
ວສຊ ໄປຕື່ມອີກ 2 ຄັ້ງໃນລະຫວ່າງວັນທີ 20-30 ພະຈິກ 2016 ແລະ ທ້າຍເດືອນມັງກອນ 2017
ທີ່ຈະເຖິງນີ້. ທັງນີ້ກໍເພື່ອເຮັດໃຫ້ ສ ປປ ລາວ ປອດຈາກພະຍາດໂປລີໂອໃນປີ 2020.
ວັນດຽວກັນ, ຜູ້ຕາງໜ້າອົງການອຸຍນິເຊັບໄດ້ມອບລົດກະບະຣີໂວຈຳນວນ
14 ຄັນໃຫ້ພະແນກສາທາລະນະສຸກ 14 ແຂວງ ແລະ ລຳໂພງ 600 ໜ່ວຍ, USB ຈຳນວນ 1
ພັນອັນໃຫ້ກະຊວງສາທາລະນະສຸກເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານງານດ້ານສາທາລະນະສຸກໃຫ້ໄດ້ຮັບຄວາມສະດວກສາມາດເຂົ້າເຖິງປະຊາຊົນບັນດາເຜົ່າທີ່ອາໄສຢູ່ເຂດຫ່າງໄກສອກຫລີກ,
ເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້ຂໍ້ມູນຂ່າວສານໄດ້ຢ່າງທົ່ວເຖິງ.
No comments:
Post a Comment