ກົມປູກຝັງ,ກະຊວງກະສິກຳ ແລະ
ປ່າໄມ້ໃຫ້ຮູ້ວ່າ:
ປັດຈຸບັນກະສິກອນຫຼາຍທ້ງອຖິ່ນໃນທົ່ວປະເທດໄດ້ເລີ່ມເກັບກ່ຽວມ້ຽນມັດເຂົ້ານາປີຂອງຕົນສຳເລັດແລ້ວຫຼາຍກວ່າ
360 ພັນເຮັກຕາ,ເທົ່າກັບ 47% ຂອງເນື້ອທີ່ປັກດຳທັງໝົດ 770
ພັນເຮັກຕາ, ໃນນັ້ນບັນດາແຂວງພາກກາງປະຕິບັດໄດ້ຫຼາຍກວ່າ 2
ແສນເຮັກຕາ, ເທົ່າກັບ 46%, ພາກໃຕ້
113 ພັນກວ່າເຮັກຕາ, ເທົ່າກັບ 51% ແລະ ພາກ
ເໜືອປະຕິບັດໄດ້ແລ້ວຫຼາຍກວ່າ 45 ພັນເຮັກຕາເທົ່າກັບ 43%, ຊຶ່ງຄາດວ່າຮອດກາງເດືອນທັນວານີ້ທົ່ວປະເທດຈະສາມາດເກັບກ່ຽວສຳເລັດ
100% ແລະ
ຄາດວ່າຜົນຜະລິດຈະສາມາດບັນລຸໄດ້ຕາມຄາດໝາຍແຜນການ
3,4 ລ້ານໂຕນ, ແລະ ກໍເພື່ອບັນລຸຜົນ
ຂະແໜງກະສິກຳເອງກໍໄດ້ສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ການເກັບກ່ຽວ
ຢູ່ແຕ່ລະທ້ອງຖິ່ນເພື່ອແນະນຳວິທີການ ມ້ຽນມັດຮັກສາເຂົ້າແນວພັນໃຫ້ຖືກວີທິ, ສ່ວນການປູກພືດລະດູຝົນປີນີ້ທົ່ວປະເທດສາມາດປະຕິບັດໄດ້ຫຼາຍກວ່າ 80%
ຂອງຄາດໝາຍວ່າງໄວ້ໂດຍສະເພາະແມ່ນພືດໄລຍະສັ້ນປູກໄດ້ຫຼາຍຮອບວຽນ, ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນໄດ້ເປັນຢ່າງງດີ.
ກະຊວງກະສິກຳໃຫ້ຮູ້ອີກວ່າ:
ນອກຈາກຂະບວນການເກັບກ່ຽສເຂົ້ານາປີແລ້ວປັດຈຸບັນບາງຖິ່ນກໍໄດ້ເລີ່ມກະກຽມໃຫ້ແກ່ການປູກເຂົ້ານາແຊງ
ແລະ ພືດລະດູແລ້ງຂອງຕົນແລ້ວເພື່ອທ່ວງທັນລະດູການ, ຂະນະທີ່ຂະແໜງກະສິກຳກໍໄດ້ລົງຊຸກຍູ້ການປົວແປງລະບົບ
ຊົນລະປະທານ ແລະ ຄອງເໝືອງທີ່ໄດ້ຮັບຜົນກະທົບຈາກໄພທຳ
ມະຊາດໃນຜ່ານມາເພື່ອກຽມພ້ອມສະໜອງນ້ຳໃຫ້ແກ່ການຜະລິດລະດູ ແລ້ງ 2016 ໃຫ້ໄດ້ຮັບຜົນດີ.
No comments:
Post a Comment