Ad

Ad

4 November 2016

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແນະນໍາ ມຊ ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງໃຫ້ໝົດໄປ

            ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີສະເຫລີມສະຫລອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນວັນທີ 3 ພະຈິກນີ້, ທ່ານໄດ້ແນະນໍາໃຫ້ຄະນະນໍາ ແລະ ຄູອາຈານຂອງມະຫາວິທະຍາໄລດັ່ງກ່າວເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງຕ່າງໆໃຫ້ໝົດໄປ ຄື: ອັນທີໜຶ່ງ: ແມ່ນວຸດທິການສຶກສາຂອງຖັນແຖວຄູ-ອາຈານມະຫາວິທະຍາໄລແຫ່ງຊາດທີ່ໄດ້ວາງເປົ້າໝາຍການພັດທະນາຄູອາຈານໃຫ້ໄດ້ໃນອັດຕາສ່ວນ 1-6-3 ໝາຍວ່າໃນອາຈານ 10 ຄົນແມ່ນຕ້ອງມີຜູ້ມີວຸດທິການສຶກສາປະລິນຍາເອກ 1 ຄົນ, ປະລິນຍາໂທ 6 ຄົນ ແລະ ປະລິນຍາຕີ 3 ຄົນນັ້ນ, ເຖິງວ່າໄດ້
ພະຍາຍາມພັດທະນາໃຫ້ມີລະດັບສູງຂຶ້ນກວ່າເມື່ອກ່ອນກໍຕາມ, ແຕ່ໃນຫລາຍຄະນະວິຊາກໍຍັງບໍ່ບັນລຸຕາມຄາດໝາຍວາງໄວ້, ເຊິ່ງປັດຈຸບັນອາຈານສອນຈໍານວນທັງໝົດ 1.321 ຄົນຂອງ ມຊ ນັ້ນ ຜູ້ມີວຸດທິການສຶກສາປະລິນຍາເອກມີພຽງ 117 ຄົນ, ປະລິນຍາໂທມີ 720 ຄົນ ແລະ ປະລິນຍາຕີມີ 484 ຄົນ, ສະແດງວ່າອາຈານ 10 ຄົນໃດມີປະລິນຍາເອກສະເລ່ຍພຽງແຕ່ 0,8 ຄົນ, ປະລິນຍາໂທ 5,4 ຄົນ, ສ່ວນປະລິນຍາຕີມີ 3,8 ຄົນ. ດັ່ງນັ້ນຢູ່ໃນຫລາຍສາຂາວິຊາຈຶ່ງຍັງມີອາຈານສອນທີ່ຮຽນຈົບປະລິນຍາຕີແຕ່ສອນລະດັບປະລິນຍາຕີຢູ່. ອັນທີສອງ: ແມ່ນເກີດມີປາກົດ ການຫຍໍ້ທໍ້ໃນຖັນແຖວຄູ-ອາຈານ, ພະນັກງານຂອງ ມຊ ໄດ້ປະລະການສອນເພື່ອໄປວຽກນອກ, ວຽກໃດມີຜົນປະໂຫຍດແກ່ຕົນເອງຈຶ່ງເຮັດ, ມີການຮຽກຮ້ອງສິ່ງຕອບແທນຕ່າງໆ ແລະ ຂາດຄວາມເອົາໃຈໃສ່ໃນການຕິດຕາມສຶກສາອົບຮົມນັກສຶກສາ, ເຊິ່ງສະແດງໃຫ້ເຫັນວ່າຈັນຍາບັນຂອງຄູ-ອາ ຈານຍັງຕ້ອງເອົາໃຈໃສ່ປັບປຸງໃຫ້ຫລາຍຂຶ້ນຕື່ມ. ອັນທີສາມ: ແມ່ນດ້ານການຄຸ້ມຄອງບໍລິຫານກໍຍັງມີຈຸດອ່ອນ ເປັນຕົ້ນ: ຂໍ້ກຳນົດ, ກົດລະບຽບຕ່າງໆກ່ຽວກັບການຄຸ້ມຄອງບໍລິຫານບໍ່ທັນຄົບຖ້ວນ ຫລືວ່າມີແລ້ວນັ້ນແຕ່ ການຈັດຕັ້ງປະຕິບັດກໍຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ. ອັນທີສີ່: ແມ່ນອຸປະກອນຮັບໃຊ້ການຮຽນ-ການສອນ ເປັນຕົ້ນ: ສື່ການສອນ, ອຸປະກອນຫ້ອງທົດລອງ, ການຄົ້ນຄວ້າວິໄຈ ແລະ ເອ ກະສານອ້າງອີງທີ່ເປັນພາສາລາວຍັງບໍ່ພຽງພໍຕາມຄວາມຕ້ອງການຂອງການຮຽນ-ການສອນ ແລະ ການຄົ້ນຄວ້າວິທະຍາສາດ, ສິ່ງທີ່ມີກໍຢູ່ໃນສະພາບເກົ່າແກ່ຫລ້າສະໄໝ. ນອກຈາກນັ້ນ, ລະບົບເຄືອຂ່າຍ ເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ທີ່ມີຢູ່ກໍຍັງບໍ່ທົ່ວເຖິງທຸກຄະນະວິຊາ ແລະ ເທົ່າທີ່ມີຢູ່ກໍຍັງບໍ່ເດີນແມ່ນແລ່ນສະດວກ, ເຮັດໃຫ້ລະດັບການບໍລິການດ້ານ ICT ຍັງຫ່າງໄກຈາກປະເທດອື່ນໃນຂົງ ເຂດ ແລະ ໃນໂລກ. ອັນທີຫ້າ: ແມ່ນນັກຮຽນ-ນັກສຶກສາຈໍານວນບໍ່ໜ້ອຍໄດ້ຫລະເຫລີງຕໍ່ການຮຽນ, ບໍ່ເອົາໃຈໃສ່ຮຽນແຕ່ຢາກໄດ້ຄະແນນ, ມີການທຸຈະລິດໃນເວລາສອບເສັງ ແລະ ມີການລະເມີດກົດລະບຽບນັກສຶກສາ. ສະນັ້ນຈຶ່ງມີຫາງສຽງຂອງສັງຄົມວ່ານັກສຶກສາທີ່ຮຽນຈົບໄປບໍ່ມີຄຸນນະພາບດີຕາມຄວາມຕ້ອງການຂອງວຽກງານ ແລະ ອັນທີຫົກ: ແມ່ນການພົວພັນຕ່າງປະເທດ, ເຖິງວ່າມີການເຊັນສັນຍາກັບຫລາຍໆມະຫາວິທະຍາໄລ ແລະ ອົງການຈັດຕັ້ງຕ່າງໆຢ່າງຫລວງຫລາຍ, ແຕ່ການປະຕິບັດຕາມສັນຍາຍັງບໍ່ທັນຕໍ່ເນື່ອງ ແລະ ບໍ່ທັນມີປະສິດທິພາບສູງ, ຊຶ່ງບັນດາຂໍ້ຄົງຄ້າງເຫລົ່າ

ນີ້ຖ້າໄດ້ຮັບການແກ້ໄຂ ກໍເຊື່ອໝັ້ນວ່າມະຫາວິທະຍາໄລແຫ່ງຊາດຈະເປັນສະຖາບັນການສຶກສາທີ່ມີຄຸນນະພາບນໍາໜ້າຂອງປະເທດຢ່າງແທ້ຈິງ.

No comments:

Post a Comment