#
ວິເສດ ສະແຫວງສຶກສາ
ເມື່ອສຶກສາກ່ຽວກັບນະໂຍບາຍດີໆຂອງບາງປະເທດ ເພື່ອຄວາມຢູ່ດີກິນດີນັ້ນຄົງມີໜ້ອຍປະເທດຈະສາມາດແຂ່ງກັບປະເທດແຟງລັງໄດ້
ເພາະປະເທດນີ້ມີນະໂຍບາຍເບີກເງິນລ້າໆໃຫ້ປະຊາຊົນຄົນລະ 800 ເອີໂຣຕໍ່ເດືອນ.
ນະໂຍບາຍແບບນີ້ຫລາຍຄົນຄົງຄິດວ່າເປັນພຽງຄວາມຝັນ ແຕ່ພັດເປັນ ຄວາມຈິງ.
ໃນຕົ້ນເດືອນກຸມພາປີນີ້,
ທາງການປະເທດແຟງລັງໄດ້ເລີ່ມຮ່າງແຜນເບີກເງິນທີ່ເປັນລາຍຮັບພື້ນຖານໃຫ້ປະຊາຊົນຂອງຕົນລ້າໆປະມານ
800 ເອີໂຣ/ຄົນ/ເດືອນ.
ສະຖາບັນປະກັນໄພແຟງລັງທີ່ເປັນເຈົ້າການຮ່າງນະໂຍບາຍນີ້ໄດ້ເຮັດການສຳຫລວດຄຳເຫັນຂອງປະຊາຊົນ
ເຊິ່ງຜົນອອກມາສະແດງໃຫ້ເຫັນວ່າ ຊາວແຟງລັງ 69% ມີຄຳເຫັນສະໜັບສະໜູນແຜນການນີ້.
ແນວໃດກໍດີ ນະໂຍບາຍ
ເບີກເງິນໃຫ້ປະຊາຊົນໃຊ້ລ້າໆນີ້ຍັງຈະຕ້ອງໄດ້ຮັບການຕົກລົງຄັ້ງສຸດທ້າຍພາຍໃນເດືອນພະຈິກປີ
2016 ນີ້ ເພາະໃນການປະຕິບັດນະໂຍບາຍນີ້ແຟງລັງຕ້ອງຊິ້ນເປືອງງົບປະມານໄປເປັນຈຳ ນວນເງິນ
ເຖິງ 52 ຕື້ເອີໂຣຕໍ່ປີ. ຂ່າວບອກວ່າ ເງິນ 800 ເອີໂຣທີ່ໄດ້ເຂົ້າຖົງລ້າໆນີ້
ຈະບໍ່ມີການຫັກພາສີເລີຍ. ຢູ່ມາເລເຊຍ, ຊາວອົບພະຍົບຈຳນວນ 150.000 ຄົນ ຈະມີສິດເຂົ້າເຖິງລະບົບປະກັນໄພດ້ານ ສຸຂະ ພາບໃນບໍ່ຊ້ານີ້, ເມື່ອລັດຖະບານຂອງປະເທດນີ້ປະກາດການນຳໃຊ້ລະບົບປະກັນສຸຂະພາບທີ່ເອື້ອ ອຳນວຍໃຫ້ຊາວອົບພະຍົບເຂົ້າເຖິງຢຸກຢາປິ່ນປົວພະຍາດ
ໂດຍກຳນົດຄ່າປະກັນໄພຈຳນວນ 164,30 ຣິງກິດ (40 ໂດລາສະຫະລັດ) ຕໍ່ 1 ຄົນ/ປີ
ສຳລັບການປິ່ນປົວທົ່ວໄປ ແລະ ຈຳນວນ 10.000 ຣິງກິດ ສຳລັບການປິ່ນປົວດ້ວຍການຜ່າຕັດ.
ພໍຂ່າວນີ້ອອກມາໃນຕົ້ນເດືອນມິຖຸນາປີນີ້, ຜູ້ຕາງ ໜ້າອົງການ ສປຊ
ເພື່ອຊາວອົບພະຍົບຢູ່ມາເລເຊຍ ກໍໄດ້ມີຄຳເຫັນວ່າ ລະບົບປະກັນໄພສຸຂະພາບ ເພື່ອຊາວອົບພະຍົບນີ້ແມ່ນນະໂຍບາຍທີ່ຖືກຕ້ອງ
ແນໃສ່ແກ້ໄຂບັນຫາຫຍຸ້ງຍາກຂອງຊາວອົບພະຍົບໃນການເຂົ້າເຖິງຢຸກຢາປົວພະຍາດ.
ລະບົບປະກັນສຸຂະພາບດັ່ງກ່າວຍັງຈະປະກອບສ່ວນຈຳກັດການລັກລອບອອກແຮງງານຢ່າງຜິດກົດໝາຍຂອງຜູ້ອົບພະຍົບທີ່ອາໄສຢູ່ມາເລເຊຍອີກດ້ວຍ.
ບັດນີ້ລອງໄປເບິ່ງປະເທດກູບາຢູ່ຟາກຟ້າແດນໄກ ເຊິ່ງກຳລັງເປີດປະຕູສູ່ໂລກພາຍນອກ
ພາຍໃຕ້ການຄຸ້ມຄອງດ້ວຍລະບຽບກົດໝາຍຄັກແນ່
ເພື່ອບໍ່ໃຫ້ແຮງງານພາຍໃນປະເທດກາຍເປັນເປົ້າຂູດຮີດຂອງເຫລົ່ານາຍທຶນທີ່ເຂົ້າໄປລົງທຶນຢູ່ປະເທດນີ້ນັບມື້ນັບຫລາຍ.
ນັບແຕ່ທ້າຍປີ 2014,
ທາງການກູບາໄດ້ອອກແຜນກຳນົດເງິນຄ່າແຮງງານທີ່ບໍລິສັດ ຫລື
ໂຮງງານຂອງຕ່າງປະເທດຕ້ອງຈ່າຍໃຫ້ແຮງງານກູບາ ລວມທັງການໃຊ້ເງິນປະກັນດ້ານຕ່າງໆ. ເງິນເດືອນສະເລ່ຍໃນກູບາໃນປີ
2013 ແມ່ນ 471 ເປໂຊຕໍ່ຄົນ/ເດືອນ (ເທົ່າກັບ 19 ໂດລາສະຫະລັດ). ດັ່ງນັ້ນ
ທາງການກູບາຈຶ່ງໄດ້ກຳນົດເງິນຄ່າຈ້າງທີ່ແຮງງານກູບາຄວນໄດ້ຮັບຈາກບໍລິສັດຈ້າງງານຕ່າງປະເທດບໍ່ໃຫ້ຫລຸດເງິນເດືອນສະເລ່ຍຂອງປະເທດ
ລວມທັງຄົນກູບາທີ່ໄດ້ຮັບເງິນເດືອນຂັ້ນຕໍ່າສຸດ 225 ເປໂຊຕໍ່ເດືອນ/ຄົນ ອີກດ້ວຍ.
ທາງການກູບາເຊື່ອວ່າການກຳນົດອັດຕາຄ່າຈ້າງງານດັ່ງກ່າວຈະຊ່ວຍຍົກສູງຜະລິດຕະພັນຂອງງານ
ໂດຍສະເພາະແມ່ນໃນຂະແໜງອຸດສາຫະກຳ.
No comments:
Post a Comment