![]() |
ພາບປະກອບ |
ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໃຫ້ຮູ້ວ່າ:
ປັດຈຸບັນສະພາອາກາດໃນປະ ເທດເຮົາເລີ່ມກ້າວເຂົ້າສູ່ລະດູໜາວແລ້ວ, ໂດຍສະເພາະແມ່ນເຂດພາກເໜືອ, ຊຶ່ງອາດສົ່ງຜົນກະທົບຕໍ່ສຸຂະພາບ ແລະ ການດຳລົງຊີວິດຂອງປະຊາຊົນເຂດຫ່າງໄກສອກລີກ
ແລະ ຜູ້ທີ່ທຸກຍາກຂາດເຂີນດັ່ງຫຼາຍປີຜ່ານມາ, ມີບາງບ່ອນອາດເກີດພະຍາດຕ່າງໆທີ່ມາກັບລະດູໜາວເຊັ່ນ: ໄຂ້ຫວັດ, ໄອ,
ອັກເສບປອດ, ພະຍາດລະບົບທາງເດີນຫາຍໃຈ, ໄຂ້ອອກຕຸ່ມ ແລະ
ອື່ນໆ,
ດັ່ງນັ້ນຈຶ່ງເຕືອນໃຫ້ປະຊາຊົນຂົ່ງມີສະຕິ
ເປັນເຈົ້າການປ້ອງກັນຕົນເອງ
ແລະ ລູກຫຼານໃຫ້ດີເພື່ອຫຼີກເວັ້ນຈາກການຕິດເຊື້ອພະຍາດດັ່ງ ກ່າວ, ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ປະຕິບັດຫຼັກການອະນາໄມຢ່າງເຂັ້ມງວດຄື:
ນຸ່ງເຄື່ອງໃຫ້ອົບອຸ່ນ,
ກິນດື່ມໃຫ້ສະອາດ, ໝັ່ນທຳຄວາມສະອາດຮ່າງກາຍ ແລະ ທີ່ຢູຸ່ອາໄສເປັນປະຈຳ, ສຳລັບເດັກ ນ້ອຍແມ່ນໃຫ້ເອົາໃຈໃສ່ເບິ່ງແຍງເປັນພິເສດໃນໄລຍະນີ້, ສິ່ງສຳຄັນແມ່ນຖ້າຫາກບໍ່ສະບາຍໃຫ້ໄປພົບແພດໝໍຈະເປັນການດີທີ່ສຸດ.
ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ:
ນອກຈາກເອົາໃຈໃສ່ບິ່ງແຍງສຸຂະພາບແລ້ວ, ແມ່ນໃຫ້ທຸກຄົນເພີ່ມຄວາມເອົາໃຈໃສ່ໃນການປ້ອງກັນ ແລະ
ສະກັດກັ້ນພະຍາດໄຂ້ເລືອດອອກໃຫ້ດີ, ເນື່ອງຈາກປັດ
ຈຸບັນຍັງປະກົດມີມີຜູ້ຕິດເຊື້ອໄຂ້ເລືອດອອກໃໝ່ເພີ່ມຂື້ນເລື້ອຍໆ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກໃຕ້, ດັ່ງນັ້ນ
ທຸກຄົນຕ້ອງເປັນເຈົ້າການທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍໃຫ້ມີປະສິດທິຜົນ, ຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື:
1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່, 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ, 3
ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ,
4 ປັບປຸງບໍ່ໃຫ້ມີນ້ຳຄ້າງ, ນ້ຳຂັງໃນກະໂປະກະປ໋ອງ,
ຮາງລິນ ແລະ ຢ່າງຕີນລົດເກົ່າ, 5
ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື
ສຸກສາລາໃກ້ບ້ານ.
No comments:
Post a Comment