Ad

Ad

7 November 2016

ເອັສຊີຈີ (SCG) ສືບຕໍ່ມອບທຶນຊ່ວຍເຫລືອນັກຮຽນ

          ວັນທີ 4 ພະຈິກນີ້, ຕາງໜ້າຄະນະຜູ້ບໍລິຫານບໍລິສັດ ເອັສຊີຈີ, ໄດ້ເດີນທາງລົງຢ້ຽມຢາມຄອບຄົວ ແລະ ໂຮງຮຽນຂອງນ້ອງນັກຮຽນທີ່ຖືກຄັດເລືອກເຂົ້າຮັບທຶນຈາກໂຄງການ ແບ່ງປັນຄວາມຝັນກັບເອັສຊີຈີ” (SCG Sharing The Dream) ທີ່ໂຮງຮຽນບ້ານດົງບັງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ຊຶ່ງໜຶ່ງໃນນັ້ນແມ່ນນາງ ເຕືອນໃຈ ທຳມະເຮືອງ, ນັກຮຽນ ມ5, ຂອງໂຮງຮຽນແຫ່ງດັ່ງກ່າວ, ເປັນຜູ້ໄດ້ຮັບທຶນການສຶກສາຈາກບໍລິສັດດັ່ງກ່າວ, ນາງເຕືອນໃຈ ອາໃສຢູ່ບ້ານໂນນແຕ້ ເມືອງໄຊທານີ
ນະຄອນ ຫລວງວຽງຈັນ ສອງຄົນກັບພໍ່ຕູ້, ຊຶ່ງເປັນຄົນຫູຕຶງ, ຕາຟ້າຝາງເບິ່ງບໍ່ຄ່ອຍເຫັນດີ, ສ່ວນພໍ່ແມ່ແມ່ນໄດ້ແຍກທາງກັນ ແລ້ວໄດ້ປະຖີ້ມລາວໄວ້ກັບພໍ່ຕູ້ຕັ້ງແຕ່ອາຍຸ 7 ເດືອນ, ແຕ່ລະມື້ນາງຕ້ອງໄດ້ຍ່າງໄປໂຮງຮຽນ ຊຶ່ງຫ່າງຈາກບ້ານຂອງລາວປະມານ 6 ກິໂລແມັດ ແລະ  ກ່ອນໜ້ານີ້ໂຮງຮຽນໄດ້ລະດົມເງິນເພື່ອຊື້ລົດຖີບໃຫ້ລາວຂີ່ໄປໂຮງຮຽນ ແຕ່ບໍ່ພໍເທົ່າໃດກໍເປ່ເພບໍ່ມີເງິນໄປແປງ, ຈຶ່ງໄດ້ກັບມາຍ່າງຄືເກົ່າ. ຍ້ອນຄວາມທຸກຍາກລຳບາກ ລາວຈຶ່ງອົດທົນສູ້ຊົນກັບຊີວິດ, ໂດຍເຮັດອາຊີບເສີມໃນເວລາພັກຮຽນເປັນຕົ້ນ ຮັບຈ້າງກ່ຽວເຂົ້າ, ດຳນາ, ເຮັດສວນຜັກ ແລະ ອື່ນໆເພື່ອນຳເອົາເງິນພຽງເລັກນ້ອຍມາໝູນໃຊ້ໃນຄອບຄົວ.

          ໂຄງການແບ່ງປັນຄວາມຝັນກັບເອັສຊີຈີ (SCG Sharing The Dream), ເປັນໂຄງການໜຶ່ງທີ່ໃຫ້ການຊ່ວຍເຫລືອທາງດ້ານທຶນການສຶກສາ ໃຫ້ນ້ອງນັກຮຽນທີ່ຕັ້ງໃຈຮ່ຳຮຽນ, ກະຕັນຍູ ແລະ ເປັນຄົນດີຂອງສັງຄົມ, ໂດຍປີນີ້ກໍກ້າວເຂົ້າສູ່ປີທີ 5, ຊຶ່ງບໍລິສັດ SCG ໄດ້ຮ່ວມມືກັບພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ, ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ແລະ ສະມາຄົມຮ່ວມນ້ຳໃຈກັບເດັກ ນ້ອຍລາວ, ໄດ້ໃຫ້ທຶນສະໜັບສະໜູນນະຄອນຫລວງວຽງຈັນ 150 ທຶນ ແລະ ແຂວງຄຳມ່ວນແມ່ນ 100 ທຶນ, ໂດຍເພີ່ມຈາກປີຜ່ານມາ 20 ທຶນ. ຄາດວ່າປີຕໍ່ໄປຈະເພີ່ມຂຶ້ນຕື່ມອີກເລື້ອຍໆໄປ.

No comments:

Post a Comment