Ad

Ad

7 November 2016

ລາວຟອດຊີຕີຮ່ວມກັບລານິດຈັດກິດຈະກຳຊ່ວຍເຫລືອສັງຄົມທີ່ໂຮງຮຽນບ້ານຖິ່ນຕົມ

          ວັນທີ 5 ພະຈິກນີ້, ບໍລິສັດ ລາວຟອດຊີຕີ ຮ່ວມກັບ ສະຖາບັນການທ່ອງທ່ຽວ ແລະ ໂຮງແຮມແຫ່ງຊາດ (ລານິດ), ລົງເຄື່ອນໄຫວຈັດກິດຈະກຳຊ່ວຍເຫລືອສັງຄົມ, ພາຍໃຕ້ໂຄງການ: ເດືອນແຫ່ງການຊ່ວຍເຫລືອສັງຄົມ”, ຊຶ່ງໄດ້ເລືອກເອົາໂຮງຮຽນປະຖົມ ສົມບູນບ້ານຖິ່ນຕົມ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ຊຶ່ງຜ່ານມາໂຮງຮຽນ ແຫ່ງນີ້ ໄດ້ຮັບການຄັດເລືອກເປັນໂຮງ ຮຽນສີຂຽວ, ຍ້ອນຄວາມສະອາດ, ມີຕົ້ນໄມ້ໃບຫຍ້າ ຂຽວງາມ ແລະ ອື່ນໆ, ແຕ່ຍັງຂາດເຂີນອຸປະ ກອນການສຶກສາ ແລະ
ສິ່ງອຳນວຍຄວາມສະດວກຕ່າງໆ, ໃນໂອກາດດັ່ງກ່າວ ຕາງໜ້າໃຫ້ບໍລິສັດລາວຟອດ ແລະ ສະຖາບັນການທ່ອງທ່ຽວ ແລະ ໂຮງແຮມແຫ່ງຊາດ ຈິ່ງໄດ້ມອບອຸປະກອນການສຶກສາ ເປັນຕົ້ນ ປຶ້ມອ່ານ, ປື້ມຂຽນ, ອຸປະກອນກິລາ ແລະ ຮ່ວມຈັດກິດຈະກຳກັບນ້ອງນັກຮຽນເຊັ່ນ: ພານ້ອງນັກຮຽນອອກກຳລັງກາຍເພື່ອໃຫ້ສຸຂະພາບດີ, ອະນາໄມເດີ່ນໂຮງຮຽນໃຫ້ສະອາດຂຽວງາມ ແລະ ທາສີຮົ້ວໂຮງຮຽນໃຫ້ມີສີສັນສວຍງາມຕື່ມອີກ.

No comments:

Post a Comment