Ad

Ad

7 November 2016

ລາວສຳເລັດການເຂົ້າຮ່ວມກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 71 ທີ່ກຳປູເຈຍ

          ທ້າຍເດືອນຕຸລາຜ່ານມານີ້, ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານຄະນະກໍາມະການຮ່ວມມືອາຊຽນ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ (Asean Cost Chairman), ພ້ອມຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 71 (Asean Committee On Science and Technology (Asean-Cost 71) ແລະ ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີອາຊຽນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 9 (9Th Informal Asean Ministerial Meeting On
Science and Technology (IAMMST-9), ຊຶ່ງໄດ້ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລາຜ່ານມາ, ທີ່ກຳປູເຈຍ, ໂດຍການເປັນປະທານຂອງທ່ານ ຈຳ ປຣາສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ຫັດຖະກຳລາຊະອານາຈັກກຳປູເຈຍ.

          ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາແຜນງານອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (Asean Plan Of Action On Science, Technology and Innovation (XAPASTI) 2016-2025 Implementation Plan) ແລະ ກອງປະຊຸມເປັນທາງການຂອງລັດຖະມົນຕີອາຊຽນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 16 ເພື່ອຮັບຮອງເອົາແຜນງານອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (APASTI 2016-2025) ທີ່ ສປປ ລາວເປັນເຈົ້າພາບຈັດຂຶ້ນໃນເດືອນພະຈິກ 2015, ທີ່ນະຄອນຫລວງວຽງຈັນ, ພ້ອມນີ້ ຍັງໄດ້ປຶກສາຫາລືກ່ຽວກັບການຮັບຮອງເອົາການກຳນົດຂົງເຂດບູລິມະສິດແຜນວຽກຂອງ ອະນຸກຳມະ ການຕ່າງໆ, ປຶກສາຫາລືກ່ຽວກັບຮ່າງພາລະບົດບາດ, ສິດ ແລະ ໜ້າທີ່ (TOR) ຂອງທີ່ປຶກສາປະທານຄະນະກຳມະການຮ່ວມມືອາຊຽນ (BAC), ປະກອບຄຳເຫັນໃສ່ກົນໄກການຄຸ້ມຄອງ ແລະ ການນຳໃຊ້ກອງທຶນ (ASTIF), ການທົບທວນຄືນກ່ຽວກັບບັນດາກິດຈະກຳຕ່າງໆ, ພ້ອມທັງຮັບຟັງລາຍງານການຈັດຕັ້ງປະຕິບັດໂຄງການຮ່ວມມືຍີ່ປຸ່ນ-ອາຊຽນ ແລະ ອາຊຽນ-ອາເມລິກາ, ນອກນີ້ ຍັງໄດ້ເຫັນດີຕໍ່ການສະເໜີຂອງຝ່າຍໄທ ແລະ ຟີລີປິນ ກ່ຽວກັບການປະກອບທຶນຂອງຕົນຜູ້ລະ 1 ລ້ານໂດລາສະຫະລັດ ເພື່ອຊຸກຍູ້ ແລະ ສົ່ງເສີມວຽກງານ STI ຂອງອາຊຽນ, ສ່ວນປະເທດມາເລເຊຍ ກໍເຫັນດີຈະປະກອບສ່ວນດ້ານການເງິນ ແລະ ປະເທດສິງກະໂປ, ຟີລິປິນ ແລະ ໄທ ຍິນດີໃຫ້ການສົ່ງເສີມນັກສຶກສາ, ນັກຄົ້ນຄວ້າ-ພັດທະນາ ແລະ ນັກວິທະຍາສາດທີ່ສົນໃຈຢາກໄປສຶກສາຕໍ່ຢູ່ມະຫາວິທະຍາໄລຊັ້ນດີ ແລະ ລົງເຮັດວຽກຕົວຈິງຢູ່ສະຖາບັນຄົ້ນຄວ້ານຳອີກ.

No comments:

Post a Comment