Ad

Ad

7 November 2016

ກົດໝາຍສື່ມວນຊົນສະບັບປັບປຸງໃໝ່ໄດ້ນໍາສະເໜີຜ່ານສະພາ

           ກົດໝາຍສື່ມວນຊົນສະບັບປັບປຸງໃໝ່ໄດ້ນໍາສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອທ້າຍອາທິດຜ່ານມານີ້, ໂດຍທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ບໍ່ແສງຄໍາ ວົງດາລາ, ເພື່ອໃຫ້ມາຊິກສະພາແຫ່ງຊາດໄດ້ຄົ້ນ ຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນໃສ່ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວໃຫ້ຮັດກຸມ ແລະ ສອດຄ່ອງກັບການພັດທະນາປະເທດໃນໄລຍະໃໝ່.
             ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ກົດໝາຍສື່
ມວນຊົນຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະທານປະເທດໄດ້ປະກາດໃຊ້ນັບແຕ່ປີ 2008 ເປັນຕົ້ນມາ, ອັນໄດ້ສ້າງເງື່ອນໄຂສະດວກໃຫ້ສື່ມວນຊົນໃນການເຄື່ອນໄຫວປະຕິບັດພາລະບົດບາດເປັນກະບອກສຽງໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເປັນເວທີເສີມຂະຫຍາຍປະຊາທິປະໄຕປະຊາຊົນ ແລະ ຕອບຕ້ານຖອຍທໍານອງບິດເບືອນຂອງພວກຄົນບໍ່ດີໄດ້ເປັນຢ່າງດີ. ນອກຈາກນີ້, ຍັງໄດ້ເປັນພື້ນຖານໃນການຜັນຂະຫຍາຍເປັນນິຕິກໍາຈໍານວນໜຶ່ງ ເຊັ່ນ: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງລະບົບອີນເຕີເນັດ, ດໍາລັດວ່າດ້ວຍການເຜີຍແຜ່ຂໍ້ມູນຂ່າວສານຜ່ານອີນເຕີເນັດ, ດໍາລັດວ່າດ້ວຍການເຄື່ອນໄຫວດ້ານການຂ່າວຂອງອົງການສື່ມວນຊົນຕ່າງປະເທດ ແລະ ອື່ນໆ. ແຕ່ແນວໃດກໍຕາມ ເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່, ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະ X ຂອງພັກ, ມະຕິກົມການເມືອງວ່າດ້ວຍ 3 ສ້າງ ກໍຄືລັດຖະທໍາມະນູນສະບັບປັບປຸງໃໝ່, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງປັບປຸງໃນບາງໝວດ, ບາງມາດຕາຂອງກົດໝາຍດັ່ງກ່າວໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ສະພາບການພັດທະນາໃນໄລຍະໃໝ່, ທັງເປັນການເພີ່ມທະວີການຊີ້ນໍາຂອງພັກ, ເພີ່ມຄວາມສັກສິດໃນການຄຸ້ມຄອງລັດຕໍ່ວຽກງານສື່ມວນຊົນ, ຕອບສະໜອງຄວາມຕ້ອງ ການຂອງປະຊາຊົນບັນດາເຜົ່າ ແລະ ສາມາດຮັບມືກັບການປ່ຽນແປງຂອງໂລກຂໍ້ມູນຂ່າວສານ ແລະ ເຊື່ອມໂຍງສາກົນຫລາຍຂຶ້ນ.
            ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ກົດໝາຍສື່ມວນຊົນສະບັບເກົ່າມີ 11 ໝວດ ແລະ 67 ມາດຕາ, ແຕ່ສະບັບປັບປຸງໃໝ່ປະກອບມີ 9 ພາກ, 9 ໝວດ ແລະ 85 ມາດຕາ, ໃນນີ້ຮັກສາໄວ້ 28 ມາດຕາ, ປັບປຸງ 39 ມາດຕາ ແລະ ສ້າງໃໝ່ 18 ມາດຕາ, ທັງນີ້ກໍເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ, ກະທັດຮັດ ແລະ ຮັດກຸມ, ອັນສໍາຄັນແມ່ນໄດ້ສຸມໃສ່ກໍານົດແຈ້ງຫລາຍຂຶ້ນຕື່ມກ່ຽວກັບນະໂຍ ບາຍຂອງລັດຕໍ່ສື່ມວນຊົນເປັນຕົ້ນ: ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ, ການເງິນ, ບົດບາດຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ລວມເຖິງການຄຸ້ມຄອງ ແລະ ກວດກາສື່ມວນຊົນ, ໂດຍສະເພາະສື່ແບບໃໝ່.

            ແນວໃດກໍຕາມ, ເພື່ອຮັບປະກັນໃຫ້ກົດໝາຍສະບັບດັ່ງກ່າວໄດ້ມີເນື້ອໃນເລິກເຊິ່ງຮັດກຸມຫລາຍຂຶ້ນ ແລະ ສາມາດນໍາໃຊ້ໄດ້ຢ່າງມີປະສິດທິຜົນໃນຕໍ່ໜ້າ, ປະທານກອງປະຊຸມໄດ້ສະເໜີໃຫ້ ສສຊ ເອົາໃຈໃສ່ຄົ້ນຄວ້າ ແລະ ມີຄໍາເຫັນຕໍ່ເນື້ອໃນບາງຈຸດສາຄັນເປັນຕົ້ນແມ່ນ: ມາດຕາ 4 ນະໂຍ ບາຍຂອງລັດກ່ຽວກັບສື່ມວນຊົນ ທີ່ໄດ້ລະບຸວ່າ: ລັດສົ່ງເສີມ ແລະ ພັດທະນາວຽກງານສື່ມວນຊົນຂອງລັດໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບດ້ວຍການປະຕິບັດນະໂຍບາຍຕ່າງໆເຊັ່ນ: ສ້າງ ແລະ ປະກອບບຸກຄະລາກອນ, ສະໜອງງົບປະມານ, ພາຫະນະ, ອຸປະກອນເຕັກນິກ ແລະ ເຕັກໂນໂລຊີ, ລັດສົ່ງເສີມອົງການສື່ມວນຊົນສ້າງຄວາມເຂັ້ມແຂງດ້ານການເງິນ ແລະ ກຸ້ມຕົນເອງ, ລັດຊຸກຍູ້ການຈັດຕັ້ງ ແລະ ບຸກຄົນທັງພາຍໃນ ແລະ ຕ່າງປະເທດປະ ກອບສ່ວນເຂົ້າໃນການພັດທະນາວຽກງານສື່ມວນຊົນດ້ວຍການສະໜອງພາຫະນະ, ວັດຖຸອຸປະກອນ, ທຶນຮອນ ແລະ ອື່ນໆໃຫ້ວຽກງານສື່ມວນຊົນລາວ ແລະ ມີສ່ວນຮ່ວມໃນການດໍາເນີນວຽກງານດ້ານສື່ມວນຊົນຕາມລະບຽບກົດໝາຍ, ລັດສ້າງເງື່ອນໄຂສະດວກໃຫ້ແກ່ການຜະລິດ, ການກະຈາຍ ແລະ ການຈໍາໜ່າຍຜະລິດຕະພັນສື່ມວນຊົນທີ່ຖືກຕ້ອງຕາມກົດໝາຍ, ລັດສົ່ງເສີມ ແລະ ປົກປ້ອງເຈົ້າຂອງອົງການສື່ມວນຊົນ, ອົງການສື່ມວນຊົນ, ສະມາຄົມນັກຂ່າວ, ນັກຂ່າວ, ຜູ້ຮ່ວມງານ ແລະ ນັກວິຊາ ການດ້ານສື່ມວນຊົນ ທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ລັດຮັບປະກັນໃຫ້ພົນລະ ເມືອງລາວໄດ້ປະຕິບັດສິດເສລີພາບ ແລະ ພັນທະຂອງຕົນດ້ານສື່ມວນຊົນ, ປົກປ້ອງຜູ້ສະໜອງຂໍ້ມູນຂ່າວສານ, ປະກອບຄໍາເຫັນ, ສະແດງທັດສະນະ, ຕໍານິຕິຊົມທີ່ບໍ່ຂັດກັບລະບຽບກົດໝາຍ, ເຊິ່ງການກໍານົດແບບນີ້ເຫັນວ່າມີຄວາມຄົບຖ້ວນແລ້ວບໍ ?. ນອກຈາກນີ້ກໍຍັງເຈາະຈີ້ມໃຫ້ ສສຊ ລົງເລິກຕື່ມກ່ຽວກັບມາດຕາ 10 ທີ່ກໍານົດເສລີພາບຂອງພົນລະເມືອງລາວໃນການປະກອບຄໍາເຫັນຜ່ານສື່, ມາດຕາ 16 ລັກສະນະຂອງສື່ມີ 4 ລັກສະນະ, ມາດຕາ 65 ເປັນມາດຕາເພີ່ມໃໝ່ລະບຸກ່ຽວກັບການເຄື່ອນໄຫວຂອງສື່ມວນຊົນຕ່າງປະເທດ, ສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຢູ່ລາວ, ມາດຕາ 80 ກ່ຽວກັບງົບປະມານຂອງອົງການສື່ມວນຊົນຂອງລັດ ແລະພາກສ່ວນ ອື່ນໆລວມ ເຖິງອົງການສື່ມວນຊົນສາມາດສ້າງກອງທຶນເພື່ອພັດທະນາວຽກງານສື່ມວນຊົນ ແລະ ອົງການສື່ມວນຊົນມີສິດດໍາເນີນທຸລະກິດ ແລະ ໃຫ້ບໍລິການໃດໜຶ່ງຕາມຄວາມອາສາມາດຂອງຕົນ ແລະ ມາດຕາອື່ນໆ ເພື່ອໃຫ້ເນື້ອໃນລະອຽດຊັດເຈນຂຶ້ນຕື່ມອີກເຊັ່ນກັນ.   

No comments:

Post a Comment