ຫົວໜ້າກອງກວດກາພາສີປະຈໍານະຄອນຫລວງວຽງຈັນ
ໃຫ້ຮູ້ວ່າ: ໃນລະຫວ່າງກາງເດືອນກັນຍາທີ່ຜ່ານມາ ເຈົ້າໜ້າທີ່ກອງກວດກາພາສີຂອງຕົນ
ໄດ້ປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການຕ້ານ ແລະ
ສະກັດກັ້ນການຄ້າຂາຍເຖື່ອນລຽບຕາມຊາຍແດນ, ພາຍໃນຂອບເຂດຄວມຮັບຜິດ ຊອບ ຕາມລະບຽບກົດໝາຍ ແລະ ໄດ້ກວດພົບເຫັນພາຫະນະຈໍານວນໜື່ງທີ່ເຂົ້າມາບໍ່ຖືກຕ້ອງ
ແລະ ນຳໃຊ້ໃບແຈ້ງພາສີເປັນລາຍລະອຽດ (iM4) ແລະ ໃບຢັ້ງຢືນການເສຍພາສີ (ບໍ9) ທີ່ມີການປອມແປງເພື່ອໄປຂື້ນທະບຽນ.
ດັ່ງນັ້ນ
ທາງເຈົ້າໜ້າທີ່
ກອງກວດກາພາສີຈຶ່ງໄດ້ກັກພາຫະນະດັ່ງກ່າວໄວ້ຊົ່ວຄາວຢູ່ກອງກວດກາພາສີນະຄອນຫລວງ
ຊຶ່ງມີລາຍລະອຽດດັ່ງນີ້: ລົດກະບະ ຍີ່ຫໍ້ TOYOTA ແລະ MITSUBISHI
ລຸ້ນ VIGO ແລະ TRITON 4 ຄັນ; ລົດເກັງ ຍີ່ຫໍ້
TOYOTA
ແລະ AUDI ລຸ້ນ MARK II ແລະ R8 2 ຄັນ; ລົດຈິບ ຍີ່ຫໍ້ TOYOTA ລຸ້ນ FORTUNER
1 ຄັນ; ລົດຈິບ ຍີ່ຫໍ້ TOYOTA ລຸ້ນ LANDCRUISER 3 ຄັນ;
ລົດຈິບ ຍີ່ຫໍ້ LEXUS ລຸ້ນ XL
570 ຈຳນວນ 4 ຄັນ ແລະ ລົດຈັກຍີ່ຫໍ້ SUSUKI ລຸ້ນ SAMASH ຈຳນວນ 1
ຄັນ ລວມທັງໝົດ 15 ຄັນ ເພື່ອດຳເນີນການສະສາງຄະດີຕາມລະບຽບກົດຫມາຍ ແລະ ມາຮອດວັນທີ 31
ຕຸລາທີ່ຜ່ານມາເຈົ້າຂອງພາຫະນະຈໍານວນດັ່ງກ່າວກໍ່ໄດ້ເຂົ້າມາຕິດຕໍ່ພົວພັນ
ເພື່ອດໍາເນີນຕາມລະບຽບຫຼັກການໃຫ້ຖືກຕ້ອງ.
ຫົວໜ້າກອງກວດກາພາສີນະຄອນຫລວງວຽງຈັນ
ຍັງໃຫ້ຮູ້ອີກວ່າ: ໃນສົກປີ 2015-2016 ສາມາດຈັດຕັ້ງປະຕິບັດໄດ້ 8 ຕື້ກວ່າກີບ ເທົ່າກັບ
36,02% ຂອງແຜນການປີ ແລະ ສາມາດມ້າງລັກລອບໜີພາສີໄດ້ 175 ຄະດີ, ຕົກເປັນມູນຄ່າກວ່າ 12 ຕື້ກີບ ໃນນັ້ນ ສະສາງແລ້ວ ຈຳນວນ 163
ຄະດີ,
ພ້ອມຄ່າປັບໃໝເປັນເງິນທັງໝົດ 3 ຕື້ກວ່າກີບ.
No comments:
Post a Comment