ໃນວັນທີ 3
ພະຈິກນີ້,
ທ່ານ ສົມດີດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ,
ໄດ້ເຮັດວຽກຢູ່ດ່ານພາສີສາກົນຂົວມິດຕະພາບ1
ເພື່ອຕິດຕາມການເກັບລາຍຮັບເຂົ້າງົບປະມານ, ພ້ອມທັງໄດ້ຊີ້ນຳການຈັດຕັ້ງປະຕິບັດການເກັບອາກອນມູນຄ່າເພີ່ມຢູ່ດ່ານດັ່ງ ກ່າວ.
ຫົວໜ້າດ່ານພາສີດັ່ງກ່າວ
ໄດ້ລາຍງານໃຫ້ທ່ານຮອງນາຍົກຊາບວ່າ: ດ່ານພາສີສາກົນຂົວມິດຕະພາບ1 ປະກອບມີ 3 ຈຸງານຄື:
ຈຸ
ງານຄຸ້ມຄອງພາຫະນະຜູ້ໂດຍສານ, ຈຸງານສາງ-ກວດກາສິນຄ້າ
ແລະ ຈຸງານຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ.
ຜ່ານການຈັດຕັ້ງປະຕິບັດການຈັດເກັບອາກອນມູນຄ່າເພີ່ມ 10% ມາຮອດປັດຈຸບັນມີຄວາມພ້ອມຮ້ອຍສ່ວນຮ້ອຍເຊັ່ນ:
ເຈົ້າໜ້າທີ່ພາສີປະຈຳດ່ານໄດ້ຮັບການຝຶກອົບຮົມ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບຂັ້ນຕອນ
ແລະ ການຈັດຕັ້ງປະຕິບັດ,
ການຈັດເກັບພາສີຜ່ານລະບົບອີເລັກໂຕຣນິກ, ຜ່ານການຈັດຕັ້ງປະຕິບັດຕົວຈິງພຽງ 3 ວັນ (ວັນທີ 1-3
ພະຈິກ2016),
ມີລົດເຂົ້າມາເສຍອາກອນມູນຄ່າເພີ່ມ 32 ຄັນ, ໄດ້ເງິນເຂົ້າງົບປະມານ 2,2 ລ້ານກວ່າກີບ.
ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີໄດ້ກ່າວຊົມເຊີຍ ແລະ ໃຫ້ທິດ
ຊີ້ນຳດ່ານພາສີສາກົນຂົວມິດຕະພາບ1ໃຫ້ນໍາໃຊ້ທ່າແຮງຂອງດ່ານວ່າ:
ການເກັບລາຍຮັບພາສີຕ້ອງລະອຽດ, ຖືກຕ້ອງຕາມລະບຽບການ, ພະນັກງານຕ້ອງມີຈັນຍາບັນ, ຮັບປະກັນການເກັບລາຍຮັບບໍ່ໃຫ້ຕົກເຮຍເສຍຫາຍ, ທັງຮັບປະກັນຄວາມປອດໄພ,
ສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນຜູ້ທຽວໄປມາ, ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ
ເນັ້ນໃຫ້ພະນັກງານທີ່ກ່ຽວຂ້ອງປະຕິບັດຢ່າງເຂັ້ມງວດ, ການໃຫ້ຄຳແນະນຳແກ່ປະຊາຊົນໃນການແຈ້ງອາກອນມູນຄ່າເພີ່ມຢ່າງຖືກຕ້ອງ, ໂດຍສະເພາະການປັບປຸງຂະຫຍາຍຊ່ອງເລນລົດສ່ວນຕົວຂາເຂົ້າຈາກ 5
ຊ່ອງເປັນ 8 ຊ່ອງ ແລະຂະຫຍາຍສະຖານທີ່ຮອງຮັບຕ່າງໆ,ເພື່ອຮັບປະກັນຄວາມສະດວກປອດໄພ, ວ່ອງໄວທັນການ,
ຫລີກລ່ຽງການສວຍ ໂອກາດເພື່ອຜົນປະໂຫຍດສ່ວນຕົວ
ແນໃສ່ຍົກສູງສະຕິໃນການຈັດຕັ້ງປະຕິບັດກົດໝາຍໃຫ້ສູງຂຶ້ນ.
No comments:
Post a Comment