Ad

Ad

24 January 2017

ພຽງ 2 ວັນເຈົ້າໜ້າທີ່ສາມາດນຳຈັບໂຕຄົນຂັບຕຳແລ້ວໜໜີມາດຳເນີນຄະດີໄດ້ແລ້ວ


        ອຸປະຕິເຫດລົດໃຫຍ່ຕຳຄົນຂັບຂີ່ລົດຈັກເສຍຊີວິດແລ້ວຫລົບໜີ, ທີ່ເກີດຂຶ້ນໃນຄ່ຳຄືນຂອງວັນທີ 15 ມັງກອນຜ່ານມາ, ຢູ່ເສັ້ນທາງເຂດບ້ານໄຊສະຫວ່າງ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ຫລັງຈາກນັ້ນເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງ, ສອບຖາມຜູ້ເຫັນເຫດການ ແລະ ກວດເບິ່ງຫລັກຖານໃນກ້ອງວົງຈອນປິດຢູ່ເຂດໃກ້ຄຽງ, ຫລັງຈາກນັ້ນກໍເລັ່ງຕິດຕາມຄົນຂັບຕຳແລ້ວໜີເພື່ອມາດຳເນີນຄະດີຕາມກົດໝາຍ, ໃນທີ່ສຸດມາຮອດວັນທີ 17 ມັງກອນຜ່ານມານີ້, ກໍສາມາດນຳຈັບຕົວທ້າວ ກອງດືກ ຟາມໂບ, ອາຍຸ 21 ປີ,
(ສັນຊາດຫວຽດນາມ), ພັກເຊົາຢູ່ບ້ານສົມສະຫວັນ (ຫລັກ 21), ເມືອງໄຊທານີ, ຜ່ານການສືບສວນຜູ້ກ່ຽວຮັບສາລະພາບວ່າ: ຕົນໄດ້ຂັບຂີ່ລົດມາແຕ່ທາງສະໜາມກິລາ ຫລັກ16, ມຸ້ງໜ້າໄປວົງວຽນດອນໜູນດ້ວຍຄວາມໄວສູງ, ພໍມາຮອດຈຸດເກີດເຫດໄດ້ໄປຕຳເອົາທ້າຍລົດຈັກທີ່ຂັບຂີ່ມາໃນທິດທາງດຽວກັນ ແລະ ລາກແກ່ໄປຫລາຍແມັດ, ຍ້ອນຄວາມຕື່ນຕົກໃຈ ແລະ ບໍ່ມີສະຕິຈຶ່ງໄດ້ຂັບລົດໜີກັບເມືອບ້ານ ແຕ່ກໍໄປບໍ່ລ້ອດຖືກເຈົ້າໜ້າທີ່ສາມາດນຳຈັບຕົວໄດ້ພຽງ 2 ວັນຕໍ່ມາ.

          ເຈົ້າໜ້າທີ່ໃຫ້ວ່າ: ອຸປະຕິເຫດຍັງເກີດຂຶ້ນຫລາຍ ແລະ ໃນກໍລະນີຕຳແລ້ວໜີແມ່ນຍັງເປັນບັນຫາໃຫຍ່ສຳລັບເຈົ້າໜ້າທີ່ພວກເຮົາ, ຊຶ່ງປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງແກ້ໄຂ ແລະ ຫລຸດຜ່ອນອຸປະຕິເຫດທາງທ້ອງຖະໜົນໃຫ້ໄດ້ 50%ໃນປີໃໝ່ນີ້, ໂດຍການລົງໂຄສະນາດ້ານລະບຽບຈະລາ ຈອນປຸກລດົມການຂັບຂີ່ປອດໄພຕາມສະຖານທີ່ຕ່າງໆເຊັ່ນ: ໂຮງຮຽນ, ສຳນັກງານ, ຫົວໜ່ວຍທຸລະກິດ ແລະ ຢູ່ຕາມຖະໜົນຫົນທາງບ່ອນຊຸມຊົນຕ່າງໆ ສົມທົບກັບພາກສ່ວນກ່ຽວຂ້ອງສ້າງຫລັກສູດການຮຽນ-ການສອນຢູ່ໂຮງຮຽນ, ພ້ອມນີ້ ຍັງມີການຕັ້ງຈຸດກວດກາເຄື່ອນທີ່ກວດຄວາມໄວ, ທາດເຫລົ້າ, ເອກະສານ ແລະ ສະພາບເຕັກນິກຂອງລົດອີກ. ພ້ອມເລັ່ງເພື່ອກວດກາຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ທຸກເສັ້ນທາງ, ເມື່ອພົບເຫັນລົດແລ່ນໄວ, ຜູ້ຂັບຂີ່ດື່ມສິ່ງມືນເມົາ ຫລື ຈອດລົດຊະຊາຍຕາມແຄມທາງກໍຈະໄດ້ຕັກເຕືອນສຶກສາອົບຮົມ ແລະ ດຳເນີນຄະດີຕາມການກະທຳຜິດໝັກ ຫລື ເບົາຕາມລະບຽບການ.

No comments:

Post a Comment