Ad

Ad

24 January 2017

ທົ່ວປະເທດປັກດຳນາແຊງສຳເລັດແລ້ວຫຼາຍກວ່າ 30 ພັນເຮັກຕາ

ກົມປູກຝັ່ງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການຜະລິດເຂົ້ານາແຊງຂອງກະສິ ກອນທ້ອງຖິ່ນຕ່າງໆໃນລະດູແລ້ງນີ້ ນັບວ່າເປັນຂະບວນຟົດຟື້ນດີ, ຊຶ່ງມາຮອດປັດຈຸບັນທົ່ວປະ ເທດສາມາດປັກດຳສຳເລັດແລ້ວຫຼາຍກວ່າ 30 ພັນຮັກຕາ, ເທົ່າກັບ 34% ຂອງເນື່ອທີ່ແຜນການ 95 ພັນເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງສາມາດປັກດຳເປັນສ່ວນໃຫຍ່ແລ້ວ, ສ່ວນຂະແໜງກະສິກຳກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນ
ລົງຊຸກຍູ້ສົ່ງເສີມການຫັນມານຳໃຊ້ເຕັກນິກວິທະຍາການເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ, ເພື່ອແນ່ໃສ່ຍົກສະມັດຕະພາບການຜະລິດໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້. ຄຽງຄູ່ກັບການປັກດຳແລ້ວຫຼາຍທ້ອງຖິ່ນກໍໄດ້ເລີ່ມລົງມືປູກພືດລະດູແລ້ງຢ່າງເປັນຂະບວນກວ້າງຂວາງ, ໂດຍການປູກພືດໄລຍະສັ້ນ, ປູກໄດ້ຫຼາຍຮອບວຽນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນໄດ້ພຽງພໍ.

ກົມດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັນຂະແໜງການຂອງຕົນຍັງໄດ້ລົງປົວແປງລະບົບຊົນລະ ປະທານໃຫ້ຮັບປະກັນແກ່ການສະໜອງນ້ຳຮັບໃຊ້ການຜະລິດລະດູແລ້ງປີນີ້ໄດ້ພຽງພໍ.

No comments:

Post a Comment