Ad

Ad

23 January 2017

ກະຊວງປ້ອງກັນປະເທດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 68 ປີ

          ໃນວັນທີ 20 ມັງກອນນີ້, ກະຊວງປ້ອງກັນປະເທດໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 68 (20/1/1949-20/1/2017) ຂຶ້ນຢ່າງຟົດຟຶ້ນ ທີ່ນະຄອນ ຫລວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ພົ.ທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດວ້ຍນາຍ - ພົນທະຫານໃນທົ່ວກລັງປະກອບອາວຸດ ແລະ ພະນັກງານປະຕິວັດອາວຸໂສເຂົ້າຮ່ວມເປັນຈຳນວນຫລາຍ.
          ໃນໂອກາດອັນສະຫງ່າລາສີນີ້ ທ່ານ ພົທ. ຈັນສະໝອນ ຈັນຍາລາດ ໄດ້ກ່າວຄຳປາໃສຕໍ່ພິທີເພື່ອຍົກໃຫ້ເຫັນຜົນງານ ແລະ ໄຊ ຊະນະອັນໃຫຍ່ຫລວງ ທີ່ກອງທັບເຮົາຍາດ
ມາໄດ້ໃນໄລຍະ 68 ປີ ຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງ ສະຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ກອງ ທັບ ໄດ້ສ້າງວິລະກຳອັນລ້ຳເລີດທີ່ໄດ້ຈາລຶກໄວ້ໃນໜ້າປະຫວັດສາດຂອງຊາດລາວ, ເຊີ່ງສະແດງອອກຈາກການຂະຫຍາຍຕົວຂອງກອງໂຄສະນາປະກອບອາວຸດ ທີ່ສ້າງຕັ້ງຂຶ້ນໃນທ້ອງຖິ່ນຕ່າງໆ ແລະ ມີອາວຸດຍຸດໂທປະກອນທີ່ປະຖົມປະຖານ, ກອງທັບ ໄດ້ເຕີບໃຫຍ່ຂຶ້ນຢ່າງວ່ອງໄວ ທັງດ້ານປະລິມານ ແລະ ຄຸນນະພາບກາຍເປັນກອງທັບປະຕິວັດທີ່ມີບັນດາກົມກອງເຫລົ່າຮົບ ແລະພ້ອມກັບກຳລັງປວງຊົນລາວທັງຊາດສູ້ຮົບເດັດດ່ຽວອາດຫານ , ຍິ່ງສູ້ຮົບຍິ່ງເຕີບໃຫຍ່ເຂັ້ມແຂງ , ຍິ່ງຕີກໍຍິ່ງ ຍາດໄດ້ໄຊຊະນະອັນໃຫຍ່ຫລວງຂຶ້ນເລື້ອຍໆ ສາມາດເຮັດສຳເລັດພາລະກຳປະຫວັດສາດທີ່ ພັກ ແລະ ປະຊາຊົນມອບໝາຍໃຫ້ຄື : ຕີເອົາຊະນະສັດຕູຜູ້ຮຸກຮານ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ.

              ທ່ານ ພົທ. ຈັນສະໝອນ ຈັນຍາລາດ ກ່າວຕື່ມວ່າ : ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍໂດຍກຳແໜ້ນ 2 ໜ້າທີ່ຍຸດທະສາດຂອງພັກ , ກອງທັບໄດ້ເສີມຂະຫຍາຍທາດແທ້ມູນເຊື້ອຂອງຕົນ ອອກແຮງປັບປຸງກໍ່ສ້າງກຳລັງປ້ອງກັນຊາດຢ່າງ ຮອບດ້ານກຽມພ້ອມສູ້ຮົບເປັນກຳລັງຫລັກແຫລ່ງສະກັດກັ້ນ ແລະ ທັບມ້າງທຸກກົນອຸບາຍຂອງພວກ ອິດທິກຳລັງປໍລະປັກທີ່ຫວັງມ້າງເພທຳລາຍເກາະຜິດດ້ວຍອາວຸດ ພ້ອມກັນນັ້ນກໍບຽດຍຶດແລະປົກປັັກຮັກສາໄດ້ຄວາມສະຫງົບຕາມຊາຍແດນ ແລະຮັກສາໄດ້ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນເປັນການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງຊາດໃນແຕ່ລະໄລຍະຢ່າງສົມກຽດພົ້ນເດັ່ນ ໃນຊຸມປີຜ່ານມາ ກອງທັບ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX, X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດສາມາດປະຕິບັດບັນດາຄາດໝາຍສູ້ຊົນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ ໂດຍສະ ເພາະການປ້ອງກັນບັນດາເປົ້າໝາຍສຳຄັນ, ວັນບຸນປະຫວັດສາດ ແລະ ກອງປະຊຸມຕ່າງໆ ລະດັບພາຍໃນ ແລະ ສາກົນ ມີຄວາມສະຫງົບ 100%; ຮັບປະກັນສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. 

No comments:

Post a Comment