Ad

Ad

13 May 2014

ໄຂກອງປະຊຸມວຽກງານທະຫານທ້ອງຖິ່ນທົ່ວປະເທດຄັ້ງທີ IV



       ກອງປະຊຸມວຽກງານການທະຫານທ້ອງຖິ່ນທົ່ວປະເທດຄັ້ງທີ IV ໄດ້ໄຂຂຶ້ນ ຢ່າງເປັນທາງການໃນວັນທີ 12-14 ພຶດສະ ພານີ້, ຢູ່ກະຊວງປ້ອງກັນປະເທດ, ໂດຍ ການໃຫ້ກຽດເປັນປະທານຂອງພະນະທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ບຸນຍັງ ວໍລະຈິດກຳມະ ການກົມການ ເມືອງສູນກາງພັກ, ຜູ້ປະ ຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ທ່ານ ພົນໂທ ດວງ ໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງປ້ອງກັນປະເທດ, ມີບັນ ດາກົມການເມືອງ ສູນກາງພັກ, ຄະ ນະເລຂາທິການສູນກາງພັກ, ກຳມະການ ສູນກາງພັກ, ບັນດາລັດຖະມົນຕີວ່າການ, ເຈົ້າ ຄອງນະຄອນ, ເຈົ້າແຂວງ ແລະ ບັນ ດາຫົວໜ້າການທະຫານຈາກກອງບັນຊາ ການທະຫານແຂວງໃນທົ່ວປະເທດ, ພ້ອມດ້ວຍ ຜູ້ທີ່ເຮັດວຽກງານ ປກຊ-ປກສ ແຕ່ລະຂັ້ນເຂົ້າຮ່ວມ.

     ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງປ້ອງກັນປະເທດ ພົນໂທ ດວງໃຈ ພິຈິດ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ເພື່ອສະຫລຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນໃນຊຸມປີຜ່ານມາ ແລະ ປຶກ ສາຫາລືເປັນເອກະພາບຮັບຮອງເອົາທິດທາງໜ້າທີ່ ແລະ ຄາດ ໝາຍສູ້ຊົນກ່ຽວກັບວຽກງານ ການທະຫານທ້ອງຖິ່ນແຕ່ປີ 2014-2018 ພ້ອມນີ້ຈະໄດ້ຮັບຟັງ ການລາຍງານ ແລະ ປະກອບ ຄຳເຫັນຂອງຜູ້ແທນຈາກບັນດາກະຊວງ, ນະຄອນຫລວງ, ເມືອງ ແລະ ກົມກອງຈຳນວນໜຶ່ງ, ຈາກນັ້ນຈະໄດ້ໄປເບິ່ງການຫັດ ແອບສະແດງການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຂອງ ກຳລັງກອງຫລອນ ປກສ ກຸ່ມບ້ານໄຊ ເມືອງໄຊທານີ ພ້ອມກັນນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງທ່ານເລຂາທິ ການໃຫຍ່ ຈູມມາລີໄຊ ຍະສອນ ນຳອີກ.
     ທ່ານ ພົນໂທ ດວງໃຈ ພິຈິດ ມີຄຳເຫັນຕື່ມວ່າ: ໃນຊຸມປີຜ່ານ ມາກຳລັງປະກອບອາວຸດທ້ອງ ຖິ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຄຽງບ່າຄຽງໄລ່ກັບກຳລັງ ຫລວງໃນການປະຕິບັດ 2 ໜ້າທີ່ ຍຸດທະສາດຂອງພັກຄື: ປົກປັກ ຮັກສາ ແລະ ພັດທະນາສ້າງສາ ປະເທດຊາດຊຶ່ງຍາດໄດ້ຜົນສຳ ເລັດໃນຫລາຍດ້ານທີ່ເປັນໜ້າທີ່ຊື່ນຊົມ, ແຕ່ພ້ອມກັນນັ້ນກໍຍັງມີ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຈຳ ນວນໜຶ່ງທີ່ຕ້ອງໄດ້ແກ້ໄຂດັ່ງນັ້ນ ກອງປະຊຸມໃນຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄ້ວາຊອກໃຫ້ເຫັນດ້ານດີ ແລະ ດ້ານອ່ອນທີ່ຍັງ ຄົງຄ້າງຂອງວຽກງານການທະຫານ ທ້ອງຖິ່ນໃນໄລຍະຜ່ານມາໃຫ້ເລິກເຊິ່ງ, ຊອກໃຫ້ເຫັນບັນດາ ສາເຫດເພື່ອສາມາດຖອດ ຖອນ ບົດຮຽນ, ບົນພື້ນຖານດັ່ງກ່າວ ນັ້ນກໍເພື່ອກຳນົດທິດທາງໜ້າທີ່ວຽກງານທີ່ຕ້ອງສູ້ຊົນປະຕິບັດ ໃນຊຸມປີຕໍ່ໜ້າ, ແຕ່ນີ້ຫາ ທ້າຍ ປີ 2018 ແນໃສ່ເພື່ອເຮັດໃຫ້ວຽກ ງານການທະຫານທ້ອງຖິ່ນໃນທົ່ວປະເທດມີການຫັນປ່ຽນດີຂຶ້ນຢ່າງຕັ້ງໜ້າສາມາດ ຮັບປະກັນໄດ້ຄວາມສະຫງົບປອດໄພທົ່ວ ປວງຊົນຮອບດ້ານ, ສ້າງແຂວງ ໃຫ້ກາຍເປັນທິດຍຸດທະສາດໜຶ່ງຂອງປະເທດ, ສ້າງເມືອງ ໃຫ້ເປັນຫົວໜ່ວຍເອກະລາດສູ້ຮົບ, ສ້າງບ້ານໃຫ້ເປັນປ້ອມໝັ້ນສູ້ຮົບ ແລະ ກຸ່ມບ້ານສູ້ຮົບຕິດລຽນ, ສະນັ້ນ ໃນໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໃຫ້ຍົກສູງຄວາມຮັບຜິດ ຊອບ, ສຸມສະຕິປັນຍາເສີມຂະ ຫຍາຍປະຊາ ທິປະໄຕເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ເນື້ອໃນຕ່າງໆເພື່ອຊອກ ໃຫ້ເຫັນສາເຫດ ແລະ ວິທີແກ້ໄຂຕົວຈິງເຮັດ ໃຫ້ຂໍ້ຄົງຄ້າງຕ່າງໆໄດ້ຮັບການແກ້ໄຂໃຫ້ຂາດຕົວ.

No comments:

Post a Comment