Ad

Ad

13 May 2014

ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ສຳ​ເລັດ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 24 ທີ່​ເນ​ປີ​ດໍ ຂອງ​ມຽນມາ



       ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ສຳ​ເລັດ​ການ​ເຂົ້າ ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 24 ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ພຶດສະພາ​ນີ້ ທີ່​ເນ​ປີ​ດໍ ປະ​ເທດ​ມຽນມາ ​ໂດຍ​ໄດ້​ເນັ້ນ​ໃສ່​ປຶກສາ​ຫາລື 4 ບັນຫາຄື 1. ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ບັນລຸ​ໃນ​ປີ 2015, 2. ການ​ພົວພັນ​ຮ່ວມ​ມື​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ, 3. ທິດ​ທາງ​ໃນ​ອະ ນາຄົດ​ຂອງ​ອາ​ຊຽນ, 4. ບັນຫາ​ພາກ ພື້ນ ​ແລະ ສາກົນ​ທີ່​ພົ້ນ​ເດັ່ນ ​ແລະ ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.
     ​ໃນ​ໂອກາດ​ນີ້, ພະນະ​ທ່ານ ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຮ່ວມ​ກັບ​ບັນດາ​ຜູ້ນຳ​ອາ​ຊຽນທົບ​ທວນຄືນ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ເຊິ່ງ​ເຫັນ​ວ່າການ​ຈັດຕັ້ງ ປະຕິບັດ​ແຜນ​ແມ່​ບົດ​ຂອງ​ສາມ​ເສົາຄ້ຳປະຊາ​ຄົມ​ອາ​ຊຽນ (ປະ ຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ, ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ປະຊາ​ຄົມ​ວັດທະ ນະທຳ-ສັງຄົມ​ອາ​ຊຽນ),
​ແຜນ​ວຽກ​ຂໍ້​ລິ​ເລີ່​ມວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ອາ​ຊຽນ​ໄລຍະ​ສອງ, ​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ເຊື່ອມ​ຈອດ​ອາ​ຊຽນມີ​ຄວາມ​ຄືບ​ໜ້າ​ດີ, ​ແຕ່​ຍັງ​ມີ​ບາງ​ກິດຈະກຳ​ທີ່​ບັນດາ​ຂະ​ແໜງ​ການ​ຂອງ​ອາ​ຊຽນຕ້ອງ​ໄດ້​ເອົາ​ໃຈ​ໃສ່​ສືບຕໍ່​ຈັດຕັ້ງປະຕິບັດ​ໃຫ້​ສຳ​ເລັດ​ຕາມ​ກຳນົດ​ເວລາ. ​   ໃນ​ໂອກາດ​ນີ້, ບັນດາ​ຜູ້ນຳ​ອາ​ຊຽນ ​ໄດ້​ຮັບຮອງ​ເອົາ​ຖະ​ແຫລ​ງ ການ​ເນ​ປີ​ດໍ ວ່າ​ດ້ວຍ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ 2015 ​ເຊິ່ງ​ເປັນ​ເອກະສານ​ທີ່​ກຳນົດ​ກິດ​ຈະ​ກຳ​ບູລິ​ມະ​ສິດ​ສຳ ລັບ​ປີ 2014 ​ແນ​ໃສ່​ບັນລຸ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ຕາມ​ກຳນົດ​ເວລາ. ບັນດາ​ຜູ້ນຳ​ອາ​ຊຽນ ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຂະ​ແໜງ​ການ​ຂອງ​ອາ​ຊຽນຈັດຕັ້ງປະຕິ ບັດ​ຖະ​ແຫລ​ງການ​ດັ່ງ ກ່າວ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິພາບ.
     ກ່ຽວ​ກັບ​ການ​ພົວພັນ​ພາຍ​ນອກ​ຂອງ​ອາ​ຊຽນ, ບັນດາ​ຜູ້ນຳ​ອາ​ຊຽນ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ເຫັນ​ວ່າການ​ຮ່ວມ​ມື​ຂອງ​ອາ ຊຽນກັບ​ບັນດາ​ຄູ່​ເຈລະຈາ​ຂອງ​ຕົນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເທື່ອ​ລະ​ກ້າວ ​ເຊິ່ງ​ໄດ້​ປະກອບ ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນ ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ກໍ​ຄື​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ​ໂດຍ​ລວມ. ບັນດາ​ຜູ້ນຳ​ອາ​ຊຽນ ​ໄດ້​ເຫັນ​ດີ​ໃຫ້​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ຍາດ​ມາ​ໄດ້​ໃນ​ການ​ຮ່ວມ​ມື​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ ​ໂດຍ​ສືບຕໍ່​ຮັດ​ແໜ້ນ​ບົດ ບາດ​ຄວາມ​ເປັນ​ແກນ​ກາງຂອງ​ອາ​ຊຽນ​ໃນ​ໂຄງ​ສ້າງ​ພາກພື້ນ ໂດຍ​ຜ່ານ​ບັນດາ​ກົນ​ໄກ​ທີ່​ອາ​ຊຽນ​ເປັນ​ຜູ້​ລິ​ເລີ່​ມຄື ອາ​ຊຽນ +1, ອາ​ຊຽນ +2, ​ເວທີ​ພາກພື້ນອາ​ຊຽນ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນບວກ ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.
     ກ່ຽວ​ກັບ​ທິດ​ທາງ​ໃນ​ອະ ນາຄົດ​ຂອງ​ອາ​ຊຽນ, ບັນດາ​ຜູ້ ນຳ​ອາ​ຊຽນ ​ໄດ້​ຊົມ​ເຊີຍ​ທຸກຂະ​ແໜງ​ການ​ຂອງ​ອາ​ຊຽນທີ່​ໄດ້​ເລີ່​ມຂະ​ບວນການ​ຮ່າງ​ວິ​ໄສທັດ​ປະຊາ​ຄົມ​ອາ​ຊຽນ ຫລັງ​ປີ 2015 ​ເຊິ່ງ​ເປັນ​ເອກະສານ​ທີ່​ຈະ​ກຳນົດ​ທິດ​ທາງ​ເດີນ​ຂອງ​ອາ​ຊຽນ​ໃນ​ອະນາຄົດ. ຕໍ່​ບັນຫານີ້, ບັນດາ​ຜູ້ ນຳ​ອາ​ຊຽນ ​ໄດ້​ຮຽກຮ້ອງ​ໃຫ້​ບັນ ດາ​ຂະ​ແໜງ​ການ​ຂອງ​ອາ​ຊຽນ​ເອົາ​ໃຈ​ໃສ່​ຮ່າງ​ວິ​ໄສ​ທັດ​ດັ່ງກ່າວ​ຢ່າງຮອບດ້ານ ​ແລະ ທັນ​ການ ເພື່ອ​ໃຫ້​ບັນດາ​ຜູ້ນຳ​ອາ​ຊຽນ​ໄດ້​ຮັບຮອງ​ເອົາ​ໃນ​ທ້າຍ​ປີ 2015 ໂດຍ​ວິ​ໄສ​ທັດ​ດັ່ງກ່າວ​ຄວນ​ເນັ້ນ​ໃສ່​ສືບຕໍ່​ຮັດ​ແໜ້ນ​ປະຊາ​ຄົມ​ອາ​ຊຽນທີ່​ເປັນ​ອົງການ​ຈັດຕັ້ງພາກ ພື້ນລະຫວ່າງ​ລັດຖະບານ​ໃຫ້​ມີ​ຄວາມ​ເປັນ​ປຶກ​ແຜ່ນ​ດ້ານ​ການ​ເມືອງ, ​ເຊື່ອມ​ໂຍງ​ກັນ​ດ້ານ​ເສດ ຖະກິດ ​ແລະ ມີ​ຄວາມ​ຮັບຜິດ ຊອບ​ທາງ​ສັງຄົມ​ຕາມ 3 ​ເສົາຄ້ຳ ຄື​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ, ປະຊາ​ຄົມ​ວັດ ທະນະທຳ-ສັງຄົມ​ອາ​ຊຽນ ​ແລະ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ແລະ ສືບຕໍ່​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດທະນາລະ ຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ.
     ນອກຈາກ​ນີ້, ບັນດາ​ຜູ້ນຳ​ອາ​ຊຽນຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກພື້ນ ແລະ ສາກົນ​ທີ່​ພົ້ນ​ເດັ່ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ ​ແລະ ​ເຫັນ​ດີ​ເສີມ​ຂະຫຍາຍ​ທ່າ​ອ່ຽງລວມ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເຊິ່ງ​ເປັນ​ພື້ນຖານ​ສຳລັບ​ການ​ຮ່ວມ​ມື​ກັນ​ ​ເພື່ອ​ການ​ພັດ ທະນາ​ຂອງ​ພາກພື້ນ ​ແລະ ສາ ກົນ.
     ​ໃນ​ໂອກາດ​ນີ້, ບັນດາ​ຜູ້ນຳ​ອາ​ຊຽນ ຍັງ​ໄດ້​ພົບ​ປະ​ບໍ່​ເປັນ​ທາງ​ການ​ກັບ​ຜູ້ຕາງໜ້າ​ສະມັດຊາ​ລັດ ຖະສະພາ​ອາ​ຊຽນ ​ແລະ ຊາວ​ໜຸ່ມ​ອາ​ຊຽນນຳ​ອີກ ​ເຊິ່ງບັນດາ​ຜູ້ນຳ​ອາ​ຊຽນ​ໄດ້​ຊົມ​ເຊີຍ​ການ​ປະກອບສ່ວນ​ອັນ​ສຳຄັນ​ຂອງ​ທັງ 2 ອົງການ​ດັ່ງກ່າວ​ໃນ​ຂະ​ບວນ ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ແລະ ຫວັງ​ວ່າ​ກອງ​ປະຊຸມ​ຄັ້ງທີ 35 ຂອງ​ສະມັດຊາ​ລັດຖະສະພາ​ອາ​ຊຽນ ​ເຊິ່ງສະພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ ຈະ​ເປັນ​ເຈົ້າ ພາບ​ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ 2014 ທີ່​ນະຄອນຫລວງ​ວຽງ​ຈັນ ຈະ​ໃຫ້​ມີ​ຜົນສຳ​ເລັດ​ອັນ​ຈົບງາມ ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນ ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ກໍ​ຄື​ການ​ຮ່າງ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນຫລັງ​ປີ 2015 ​ໃຫ້​ມີ​ຜົນສຳ​ເລັດ.

No comments:

Post a Comment