Ad

Ad

13 May 2014

ອພບ ຊີ້ການຖິ້ມຂີ້​ເຫຍື້ອຊະຊາຍ​ເປັນ​ສິ່ງ​ທ້າ​ທາຍ ສ.ສະອາດ



      ທ່ານ ຄຳ​ປ່ຽນ ອິນ​ທະ​ລືຊາ ຮອງ​ປະທານ​ອົງການ​ພັດທະນາ ແລະ ບໍລິຫານ​ຕົວ​ເມືອງ​ວຽງ​ຈັນ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ປັດຈຸບັນ ຍັງ​ມີ​ການ​ລັກລອບ​ຖິ້ມຂີ້​ເຫຍື້ອ​ແບບ​ຊະຊາຍ​ຕາມ​ແຄມ​ທາງ, ຄອງ​ລະບາຍ​ນ້ຳຕ່າງໆ​ໃນ​ຕົວ​ເມືອງ ຈຶ່ງ​ເປັນ​ບັນຫາ​ສົ່ງ​ຜົນ​ກະທົບ​ອັນ​ບໍ່​ດີ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ໂດຍ​ສະ​ເພາະ​ຄວາມ​ບໍ່​ສະອາດ​ຈົບ ງາມ, ມີ​ສິ່ງ​ເສດ​ເຫລືອອຸດ​ຕັນ​ຕາມ​ຮ່ອງ​ລະບາຍ​ນ້ຳ ​ແລະ ສົ່ງ​ກິ່ນ​ເໝັນ​ໃນ​ຕົວ​ເມືອງ​ຕາມ​ມາ ແລະ ຖື​ວ່າ​ເປັນ​ສິ່ງ​ທ້າ​ທາຍ​ສົມ ຄວນ​ໃນ​ການຈັດຕັ້ງປະຕິບັດ​ນະ​ໂຍບາຍ 6 ສ ຂອງ​ນະຄອນ ຫລວງ​ວຽງ​ຈັນ ​ເປັນຕົ້ນ ສ.ສະ ອາດ ​ໃຫ້​ບັນລຸ​ຜົນ​ເປັນ​ຈິງ. ​ແຕ່​ແນວ​ໃດ​ກໍ​ຕາມ, ທ່ານ​ຮອງ​ປະ ທານ​ອົງການ​ພັດ ທະນາ ​ແລະ ບໍລິຫານ​ຕົວ​ເມືອງ​ວຽງ​ຈັນ ກ່າວ​ວ່າ: ປັດຈຸບັນ ວຽກ​ງານ​ຮັກສາ​ຄວາມ​ສະອາດ​ໃນ​​ເຮືອນ​ຊານ​ບ້ານ​ຊ່ອງ​ຕ່າງໆ​
ຂອງ​ປະຊາຊົນ ເຫັນ​ວ່າ​ເຮັດ​ໄດ້​ດີ​ຂຶ້ນ​ເລື້ອຍໆ ເຊັ່ນ​ຢູ່ສວນສາທາລະນະ, ຖະ ໜົນ​ຫົນທາງ, ​ໄຟ​ເຍືອງ​ທາງ ແລະ ອື່ນໆ ​ໃຫ້​ມີ​ຄວາມ​ສະອາດ​ຈົບງາມຂຶ້ນກວ່າ​ເກົ່າ ​ໂດຍ​ສະ​ເພາະ​ການ​ເກັບ​ມ້ຽນ​ຂີ້​ເຫຍື້ອຖື​ເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ສ້າງ​ຕົວ​ເມືອງ​ໃຫ້​ມີ​ຄວາມ​ສະ ອາດ ເຊິ່ງ ອພບ ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ໜ້າ​ທີ່​ໃນ​ການ​ເກັບ​ມ້ຽນ​ຂີ້​ເຫຍື້ອ ຢ່າງ​ທົ່ວ​ເຖິງ​ຕາມ​ເຮືອນ​ຊານ​ບ້ານ​ຊ່ອງ, ສຳນັກງານ, ອົງ ການ ​ແລະ ສວນ​ສາທາລະນະ ຕ່າງໆ ​ໄດ້​ເຮັດ​ສັນຍາ​ເກັບ​ມ້ຽນ​ຂີ້​ເຫຍື້ອຢ່າງ​ເປັນ​ລະບົບ. ນອກ​ນັ້ນ ອພບ ຍັງ​ໄດ້​ເອົາ​ໃຈ​ໃສ່​ຈັດຕັ້ງ ປະຕິບັດ​ຈຸດ​ສຸມ​ທົດ​ລອງ​ແກ້​ໄຂ​ຄວາມ​ບໍ່​ສະອາດ​ຂອງ​ຕົວ​ເມືອງ ມີ 35 ບ້ານ​ໃນ 4 ​ຕົວເມືອງ ຄື​ເມືອງ​ຈັນທະ​ບູລີ, ສີ​ສັດຕະ​ນາກ, ສີ​ໂຄດ​ຕະບອງ ​ແລະ ​ເມືອງ​ໄຊ​ເສດ​ຖາ, ​ແຕ່ຄຽງ​ຄູ່​ກັນນັ້ນ ກໍ​ຮຽກຮ້ອງ​ໃຫ້​ປະຊາຊົນ, ​ສຳນັກ ງານ, ອົງການ​ຕ່າງໆ ​ຈົ່ງ​ໄດ້​ເປັນ​ເຈົ້າການເຂົ້າຮ່ວມ​ຂະ​ບວນການ​ຮັກສາ​ຄວາມ​ສະອາດ​ຕາມ​ໜ້າ​ບ້ານ ຫລື ສຳນັກງານ​ຂອງ​ໃຜ ລາວ​ຢ່າງ​ເປັນ​ປົກກະຕິ ​ເພື່ອ​ ສ.ສະອາດ ປາກົດ​ຜົນ​ເປັນ​ຈິງ.

No comments:

Post a Comment