Ad

Ad

13 May 2014

ການ​ຄ້າ​ໄມ້​ຫວງ​ຫ້າມ​ຢູ່​ຫລາຍ​ແຂວງ​ຍັງ​ມີແຜ່​ຫລາຍ



      ​ເຖິງ​ວ່າ​ທ່ານ​ນາຍົກລັດ ຖະມົນຕີຈະມີມະຕິ​ຕົກລົງ​ໃຫ້​ຢຸດ ຕິ​ການ​ຄ້າຂາຍ​ ​ແລະ ​ເຄື່ອນ​ຍ້າຍ​ໄມ້​ຫວງ​ຫ້າມ​ໃນ​ໄລຍະ​ສອງ​ປີກ​ວ່າ​ຜ່ານ​ມາ, ​ແຕ່​ມາ​ຮອດ​ປັດຈຸ ບັນ ສະພາບ​ການ​ຄ້າຂາຍ​ໄມ້​ດັ່ງ ກ່າວ​ຍັງ​ມີ​ຂຶ້ນຢູ່​ໃນ​ຫລາຍ​ແຂວງ​ຢ່າງໜ້າ​ເປ​ັນຫ່ວງ.
     ຕາມ​ການ​ລາຍ​ງານ​ຂອງ​ກະຊວງ​ກະ​ສິກຳ ​ແລະ ປ່າ​ໄມ້ ໃຫ້​ຮູ້​ວ່າ: ສະ​ເພາະ​​ໄລຍະ​ເດືອ​ນ​ເມສາ​ຜ່ານ​ມາ ທາງ​ກົມ​ກວດກາ​ປ່າ​ໄມ້​ ກະຊວງ​ກະສິກຳ-ປ່າ​ໄມ້ ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ລົງເຄື່ອນ​ໄຫວ​ກວດກາ​ລາດຕະ​ເວນ​ຕິດຕາມ​ການ​ຄ້າຂາຍ​ໄມ້​ເຖື່ອນ​ຢູ່​ບັນດາ​ເຂດ​ແຂວງ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້ ​​ແລະ ສາມາດ​ຢຶດ​ໄມ້​ຜິດ​ກົດໝາຍຢູ່​ແຂວງ​ຄຳ​ມ່ວນ, ​ແຂວງ​ສະຫວັນ​ນະ​ເຂດ, ​ແຂວງ​ສາລະ​ວັນ ​ແລະ ແຂວງ​ເຊ​ກອງ ​ໄດ້​ທັງ​ໝົດ 1.632 ຕັບ, ມີບໍລິ​ມາດ 140 ​ແມັດ​ກ້ອນ, ໄມ​້ທ່ອນ​ຈຳນວນ 1.590 ທ່ອນ, ມີ​ບໍລິ​ບາດ 90 ​ແມັດ​ກ້ອນ, ຢຶດ​ລົດ​ໃຫຍ່​ໄດ້ 11 ຄັນ ​ແລະ ​ໄມ້​ຖ່ານ 1.365 ກະສອບ. ​ໃນ​ຂະນະ​ດຽວ​ກັນ ພາກສ່ວນ​ກ່ຽວຂ້ອງ​ຍັງ​ໄດ້​​ດຳ​ເນີນ​ຄະດີຕໍ່​ຜູ້​ລັກລອບ​
ຊັບພະຍາກອນ​ປ່າ​ໄມ້ 23 ຄະດີ, ສາມາດ​ແກ້​ໄຂ​ໄດ້ 15 ຄະດີ  ແລະ ປັບ​ໄໝ​ຜູ້​ກະທຳ​ຜິດ​ເປັນ​ເງິນ 71.669.000 ກີບ, ສ່ວນ​ທີ່​ຍັງ​ເຫລືອ 8 ຄະດີ ທາງ​ເຈົ້າໜ້າ​ທີ່​ກ່ຽວ ຂ້ອງ​ຍັງ​ສືບຕໍ່​ສອບ​ສວນ-ສືບສວນຫາ​ຂໍ້​ແທ້​ຈິງ​ ​ແລະ ​ຜູ້​ກະທຳ​ຜິດເພື່ອ​ລົງ​ໂທດ​ຕາມ​ລະບຽບ​ກົດໝາຍ​.
     ມະຕິ​ຕົກລົງ​ໃຫ້​ຢຸດຕິ​ການ​ຄ້າຂາຍ​ໄມ້​ເຖື່ອນ​ຂອງ​ທ່ານ​ນາ ຍົກລັດຖະມົນຕີທີ່ຖືກນຳ​ມາ​ເຜີຍ​ແຜ່​ໃນ​ໄລຍະ 2 ປີ​ກ່ອນ, ​ແຕ່​ມາ​ຮອດ​ດຽວນີ້ ສະພາບ​ຄ້າຂາຍ​ດັ່ງ ກ່າວ​ຍິ່ງ​ນັບ​ມື້​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ ​ເປັນຕົ້ນ​ແມ່ນ​ການ​ຂຸດ​ຄົ້ນ-ຄ້າຂາຍ​ໄມ້​ດູ່, ​ໄມ້​ຂະ​ຍຸງ ແລະ ​ໄມ້​ມີຄ່າ​ອື່ນໆ ​ເຊິ່ງສ່ວນ​ໃຫຍ່​​ແມ່ນ​ຈະ​ຢູ່ບັນດາ​ແຂວງ​ພາກ​ໃຕ້​​ເຊັ່ນ: ເຊ​ກອງ ​ແລະ ອັດ​ຕະປື ອັນ​ໄດ້​ສ້າງ​ຄວາມ​ກັງວົນ​ໃຈ​ໃຫ້​ປະຊາຊົນ​ຜູ້​ປົກ​ປັກ​ຮັກສາ ແລະ ຄຸ້ມ​ຄອງປ່າ​ໄມ​້​ດັ່ງກ່າວ​ເປັນ​ຈຳນວນ​ບໍ່​ໜ້ອຍ.

No comments:

Post a Comment