Ad

Ad

14 May 2014

ລະວັງ ! ພະຍາດຖອກທ້ອງລະບາດ



             ວັນທີ 13 ພຶດສະພານີ້ ໂຮງໝໍ ມະໂຫສົດໃຫ້ຮູ້ວ່າ: ປັດຈຸບັນເກີດມີການ ລະບາດຂອງພະຍາດຖອກທ້ອງຢູ່່ໃນ​ນະ ຄອນ​ຫຼວງ​ວຽງຈັນ, ຊຶ່ງສາເຫດຕົ້ນຕໍແມ່ນ ເກີດຈາກອາກາດຮ້ອນອົບເອົ້າ ແລະ ອາຫານການກິນທີ່ບໍ່ສະອາດ, ສະເພາະຕົ້ນ ເດືອນພຶສະພານີ້ມີຄົນຕິດເຊື້ອພະຍາດຖອກທ້ອງເຂົ້າມາປິ່ນປົວຢູ່​ໂຮງໝໍ​ຂອງ​ຕົນ 70 ກວ່າຄົນແລ້ວ, ມີ ທັງເດັກນ້ອຍ ແລະ ຜູ້ໃຫຍ່, ຊຶ່ງນອກຈາກໂຮງໝໍມະໂຫສົດ ແລ້ວ, ຢູ່ໂຮງໝໍອື່ນໆກໍຈະມີ ຄົນຕິດເຊື້ອພະຍາດນີ້ເຂົ້າມາປິ່ນປົວເຊັ່ນດຽວກັນ ​ແລະ ນອກ ຈາກ​ພະຍາດຖອກທ້ອງແລ້ວ, ຍັງມີພະຍາດໄຂ້ຫວັດ ແລະ ໄຂ້ ເລືອດອອກເກີດຂື້ນແຕ່ເຫັນວ່າ ຍັງມີຈຳ ນວນໜ້ອຍ, ​ແຕ່ເຖິງ ຢ່າງໃດກໍຕາມເພື່ອປ້ອງກັນໃຫ້ ພະຍາດດັ່ງກ່າວແຜ່ລະບາດອອກສູ່ວົງກວ້າງ, ຈຶ່ງເຕືອນໃຫ້ ປະຊົນນະ ຄອນຫຼວງວຽງ ຈັນ, ກໍ ຄືໃນຂອບເຂດທົ່ວປະເທດຈົ່ງມີ ສະຕິໃນການຮັກສາສຸຂະພາບຕົນ ແລະ ຄອບຄົວໃຫ້ດີ, ໂດຍ
ການປະຕິບັດຫຼັກ ການອະນາໄມ 3 ສະອາດຢ່າງເຂັ້ມງວດ, ໂດຍ ສະເພາະແມ່ນການກິນ, ດື່ມໃຫ້ສະອາດ,ບໍ່ຄວນກິນອາ ຫານ ສຸກໆດິບໆ ແລະ ຕ້ອງເກັບມ້ຽນອາຫານການກິນໃຫ້ດີເພື່ອບໍ່ໃຫ້ແມງວັນມາຈັບ, ຕອມ ແລະ ສິ່ງສຳຄັນແມ່ນຕ້ອງ ລ້າງມືທຸກຄັ້ງ ກ່ອນຫຼືຫຼັງກິນ ອາຫານ, ໝັ່ນທຳຄວາມສະອາດຮ່າງກາຍ, ເຄື່ອງນຸ່ງຫົມ ແລະ ທີ່ຢູ່ອາ​ໄສເປັນປະຈຳ, ພ້ອມ ທັງເປັນເຈົ້າການບອກສອນລູກ ຫຼາຍຂອງຕົນເພື່ອເຮັດແນວໃດໃຫ້ເຂົ້າເຈົ້າສາມາດຫຼີກເວັນການ​ຕິດ​ເຊື້ອພະຍາດທີ່ມັກເກີດ ຂື້ນໃນລະດູຮ້ອນນີ້.

No comments:

Post a Comment