Ad

Ad

14 May 2014

ຍ້ອນພິດສຸລາຂ້າໝູ່ຕົນເອງ



    ແຫຼ່ງຂ່າວທ້ອງຖິ່ນແຈ້ງໃຫ້ ຮູ້ວ່າ:ໃນອາທິດທີ່ຜ່ານມານີ້ໄດ້ ເກີດເຫດການຄາດ ຕະກຳຢູ່ບ້ານ ໂພນໄຊ ເມືອວຫົງສາ ແຂວງ ໄຊຍະບູລີ ເມື່ອຊາຍໜຸ່ມຄົນໜຶ່ງ ເມົາ ເຫຼົ້າໃຊ້ມີດແທງໝູ່ຕົນເອງ ຈົນເສຍຊີວິດແລ້ວເຈົ້າໜ້າທີ່ ປກສ ເມືອງຫົງສາ ໄດ້ ຮີບຮ້ອນ ຈັບຕົວ ທ້າວ ແສງອາລຸນ ອາຍຸ 27 ປີ ປະຊາຊົນ ຢູ່ບ້ານ ສີມຸງຄຸນ ເມືອງ ແລະ ແຂວງດັ່ງກ່າວມາດຳເນີນຄະດີພາຍຫຼັງກໍ່ເຫດ ຄາດຕະກຳ ທ້າວ ວິລະວົງ ອາຍຸ 30 ປີ ປະຊາຊົນຢູ່ບ້ານໂພນໄຊ ເມືອງດຽວກັນເສຍຊີວິດ.
              ຜ່ານການສືບສວນ-ສອບສວນ ຜູ້ຕ້ອງຫາຮັບສາລະພາບວ່າ: ກ່ອນ ເກີດເຫດທັງສອງໄດ້      ພາກັນນັ່ງດື່ມເຫຼົ້າຢູ່ ຖຽງນາຈົນເມົາ, ກ່ອນທັງສອງໄດ້ຂີ່ລົດ ຊ້ອນກັນເມືອບ້ານ, ພໍມາຮອດ ເຮືອນ ຕ່າງກໍເຂົ້ານອນ, ຈົນຮອດທ່ຽງຄືນ ທ້າວ ແສງ ອາລຸນ ໄດ້ຕື່ນຂຶ້ນ ແລະ ຖາມຫາໂທລະສັບຂອງຕົນກັບ ທ້າວ ວິລະວົງ ແລະ ມີການຜິດຖຽງກັນຮຸນແຮງ ໂດຍ ທ້າວ ວິລະວົງ ໄດ້ຈັບແກ້ວ ເບຍ ຟາດໃສ່ຝາເຮືອນເຮັດໃຫ້ເສດ ແກ້ວຟົ້ງມາຖືກຫົວຂອງ ທ້າວ ແສງອາລຸນ ເຮັດໃຫ້ເລືອດອອກ ແລະ ທ້າວ ແສງອາລຸນ ບໍ່ພໍໃຈ ຈຶ່ງໄດ້ຈົກເອົາມີດຢູ່ໃນຖົງມາ ແທງ ທ້າວ ວິລະວົງ ຈົນເສຍ ຊີວິດ ກ່ອນຈະຫຼົບໜີ ແລະ ໄດ້ໂທ ລະສັບຫາ ທ້າວ ຊຽງບຸນມາ ພາ ເຂົ້າມາມອບຕົວໃຫ້ເຈົ້າໜ້າທີດຳເນີນຄະ ດີຕາມກົດໝາຍ.

No comments:

Post a Comment